• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

UNICEF ຊຸກຍູ້ການຮັບປະກັນການຊື້ວັກຊິນປ້ອງງກັນພະຍາດພະຍາດໝາກສຸກລີງ

ແຈ້ງການໃຫ້ຮູ້ວ່າ, ໂດຍອີງໃສ່ກຳລັງການຜະລິດຂອງບັນດານັກຜະລິດ, ຮອດປີ 2025 ອາດຈະຜະລິດວັກຊິນໄດ້ປະມານ 12 ລ້ານໂດສ.
ຮອດປີ 2025 ອາດຈະຜະລິດວັກຊິນປ້ອງກັນພະຍາດ ໝາກສຸກລີງໄດ້ປະມານ 12 ລ້ານໂດສ (ພາບ: THX/TTXVN)

ວັນທີ 31 ສິງຫາ, ກອງທຶນສະຫະປະຊາຊາດເພື່ອເດັກ (UNICEF) ໄດ້ແຈ້ງຊອງປະມູນຮີບດ່ວນເພື່ອຮັບປະກັນເລື່ອງມີວັກຊິນປ້ອງກັນພະຍາດ ໝາກສຸກລີງ (Mpox) ໃຫ້ແກ່ບັນດາປະເທດຖືກວິກິດການ.

ແຈ້ງການໃຫ້ຮູ້ວ່າ, ໂດຍອີງໃສ່ກຳລັງການຜະລິດຂອງບັນດານັກຜະລິດ, ຮອດປີ 2025 ອາດຈະຜະລິດວັກຊິນໄດ້ປະມານ 12 ລ້ານໂດສ. UNICEF ຈະສ້າງຕັ້ງບັນດາຂໍ້ຕົກລົງສະໜອງໂດຍມີເງື່ອນໄຂສຳລັບບັນດານັກຜະລິດວັກຊິນ.  ປະຈຸບັນ, ປະເທດຈຳນວນໜຶ່ງໄດ້ໃຫ້ຄຳໝັ້ນສັນຍາສົ່ງວັກຊິນເຖິງບັນດາປະເທດ ອາຟະລິກາ ທີ່ພວມຖືກຜົນສະທ້ອນຢ່າງໜັກໜ່ວງທີ່ສຸດ, ສະເພາະ ແອັດສະປາຍ ໃຫ້ຄຳໝັ້ນສັນຍາສະໜອງວັກຊິນ 500.000 ໂດສ. ໄລ່ຮອດວັນທີ 27 ສິງຫາ, ມີ 22.863 ກໍລະນີຖືກສົງໃສຕິດພະຍາດ ແລະ ມີ 622 ກໍລະນີຖືກເສຍຊີວິດທີ່ກ່ຽວຂ້ອງເຖິງໄວຣັດໝາກສຸກລີງແຕກຕ່າງກັນຢູ່ທະວີບນີ້.

(ແຫຼ່ງຄັດຈາກ VOV)

ເຫດ​ແຜ່ນ​ດິນ​ໄຫວ​ຢູ່ ເວ​ເນ​ຊູ​ເອ​ລາ, ຈຳ​ນວນ​ຜູ້​ເສຍ​ຊີ​ວິດ​ສືບ​ຕໍ່​ເພີ່ມ​ຂຶ້ນ​ສູງ

ເຫດ​ແຜ່ນ​ດິນ​ໄຫວ​ຢູ່ ເວ​ເນ​ຊູ​ເອ​ລາ, ຈຳ​ນວນ​ຜູ້​ເສຍ​ຊີ​ວິດ​ສືບ​ຕໍ່​ເພີ່ມ​ຂຶ້ນ​ສູງ

ອຳ​ນາດ​ການ​ປົກ​ຄອງ​ເວ​ເນ​ຊູ​ເອ​ລາ ໃຫ້​ຮູ້​ວ່າ ໄລ່​ຮອດ​ຕອນ​ຄ່ຳ​ວັນ​ທີ 26 ມິ​ຖຸ​ນາ ຕາມ​ເວ​ລາ​ທ້ອງ​ຖິ່ນ, ຈຳ​ນວນ​ຜູ້​ເສຍ​ຊີ​ວິດ​ໄດ້​ເພີ່ມ​ຂຶ້ນ 589 ຄົນ, ໃນ​ນັ້ນ​ມີ​ຜູ້ຖືກ​ບາດ​ເຈັບ 2980 ຄົນ.

Top