• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

UNDP ໜູນຊ່ວຍ ຫວຽດນາມ ໃນການຕໍ່ສູ້ສະກັດກັ້ນໂລກລະບາດໂຄວິດ-19

      ວັນທີ 12 ເມສາ, ທີ່ຮ່າໂນ້ຍ, ອົງການສະຫະປະຊາຊາດເພື່ອການພັດທະນາ (UNDP) ໄດ້ມອບຜ້າອັດປາກ-ດັງທີ່ມີຄຸນນະພາບສູງໃຫ້ແກ່ກະຊວງສາທາລະນະສຸກ ຫວຽດນາມ 20.000 ອັນ ເພື່ອແນໃສ່ຊ່ວຍປ້ອງກັນການຕິດເຊື້ອໃຫ້ບັນດາພາລະກອນການແພດ ເຊິ່ງແມ່ນຜູ້ທີ່ພວມນຳໜ້າໃນການຕໍ່ສູ້ສະກັດກັ້ນໂລກລະບາດໂຄວິດ-19. 
            ນີ້ແມ່ນສ່ວນໜຶ່ງໃນການໜູນຊ່ວຍຂອງ UNDP ສຳລັບລັດຖະບານ ຫວຽດນາມ ໃນຄວາມມານະພະຍາຍາມປ້ອງກັນ, ສະກັດກັ້ນ ແລະ ຟື້ນຟູຈາກໂລກລະບາດໂຄວິດ-19.

UNDP ໜູນຊ່ວຍ ຫວຽດນາມ ໃນການຕໍ່ສູ້ສະກັດກັ້ນໂລກລະບາດໂຄວິດ-19
              ກ່າວຄຳເຫັນທີ່ພິທີມອບ-ຮັບ, ທ່ານນາງ Caitlin Wiesen ຜູ້ຕາງໜ້າອົງການ UNDP ປະຈຳ ຫວຽດນາມ ໄດ້ຢັ້ງຢືນຄຳໝັ້ນສັນຍາຂອງ UNDP ທີ່ໜູນຊ່ວຍ ຫວຽດນາມ ໃນການປ້ອງກັນ, ສະກັດກັ້ນໂລກລະບາດດັ່ງກ່າວ ກໍ່ຄືສະໜັບສະໜູນວິທີແກ້ໄຂສຳລັບໂລກລະບາດໂຄວິດ-19 ຂອງລັດຖະບານ ຫວຽດນາມ ໃນໄລຍະຜ່ານມາ.
        ເນື່ອງໃນໂອກາດນີ້, UNDP ກໍ່ຮ່ວມມືກັບກະຊວງສາທາລະນະສຸກ ຫວຍດນາມ ແລະ ອົງການອະນາໄມໂລກ (WHO) ປຸກລະດົມບັ້ນໂຄສະນາ “ເຜີຍແຜ່ສານ - ບໍ່ປະໃຫ້ໃຜຖືກໄວ້ຢູ່ທາງຫລັງ”, ມຸ່ງໄປເຖິງພໍ່ແມ່ປະຊາຊົນບັນດາເຜົ່າສ່ວນໜ້ອຍ ແລະ ຄົນພິການ.
 (ແຫຼ່ງຄັດຈາກ VOV)

IAEA ຖອນ​ຕົວ​ນັກ​ກວດ​ກາ​ນິວ​ເຄຼຍ ອອກ​ຈາກ​ອີ​ຣານ ຍ້ອນຄວາມ​ວິ​ຕົກ​ກັງ​ວົນ​ຕໍ່​ບັນ​ຫາ​ຄວາມ​ປອດ​ໄພ

IAEA ຖອນ​ຕົວ​ນັກ​ກວດ​ກາ​ນິວ​ເຄຼຍ ອອກ​ຈາກ​ອີ​ຣານ ຍ້ອນຄວາມ​ວິ​ຕົກ​ກັງ​ວົນ​ຕໍ່​ບັນ​ຫາ​ຄວາມ​ປອດ​ໄພ

ວັນທີ 4 ກໍລະກົດ, ອົງການພະລັງງານປະລະມານູສາກົນ (IAEA) ໃຫ້ຮູ້ວ່າ ອົງການນີ້ໄດ້ຖອນຕົວນັກກວດການິວເຄຼຍອອກຈາກອີຣານ ຍ້ອນຄວາມວິຕົກກັງວົນຕໍ່ບັນຫາກ່ຽວກັບຄວາມປອດໄພ.

Top