• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

UNCTAD ປາດ​ຖະ​ໜາ​ຮັດ​ແໜ້ນ​ການ​ຮ່ວມ​ມື​ກັບ ຫວຽດ​ນາມ

ຫວຽດນາມ ໄດ້ກາຍເປັນແບບຢ່າງກ່ຽວກັບຈາກປະເທດໜຶ່ງທີ່ຍັງດ້ອຍພັດທະນາ ກາຍເປັນປະເທດທີ່ມີການປົວແປງສະຫວັດດີການ ແລະ ພັດທະນາເພື່ອປະຊາຊົນ. ພິເສດ, ຫວຽດນາມ ພວມເອົາໃຈໃສ່ເປັນພິເສດເຖິງນະວັດຕະກຳ ແລະ ວິທະຍາສາດເຕັກໂນໂລຢີ. ນີ້ແມ່ນປັດໄຈສຳຄັນສຳລັບ ຫວຽດນາມ, ນຳມາເຊິ່ງຜົນສຳເລັດໃຫ້ແກ່ອະນາຄົດ.
ການປຸງແຕ່ງໝາກມ່ວງສົ່ງອອກໄປຍັງຕະຫຼາດ ອາເມລິກາ (ພາບ: TTXVN)

ເນື່ອງໃນໂອກາດທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ນຳພາຄະນະຜູ້ແທນຂັ້ນສູງຂອງ ຫວຽດນາມ ເຂົ້າຮ່ວມກອງປະຊຸມປະຈຳປີ ຄັ້ງທີ 55 ເວທີປາໄສເສດຖະກິດໂລກ (WEF) ຢູ່ເທດສະບານ Davos ແລະ ເຮັດວຽກຢູ່ ສະວິດ, ວັນທີ 20 ມັງກອນ ທ່ານ Rebeca Grynspan ເລຂາທິການໃຫຍ່ອົງການ ສປຊ ກ່ຽວກັບການຄ້າ ແລະ ການພັດທະນາ (UNCTAD) ໄດ້ເນັ້ນໜັກວ່າ: ຫວຽດນາມ ໄດ້ກາຍເປັນແບບຢ່າງກ່ຽວກັບຈາກປະເທດໜຶ່ງທີ່ຍັງດ້ອຍພັດທະນາ ກາຍເປັນປະເທດທີ່ມີການປົວແປງສະຫວັດດີການ ແລະ ພັດທະນາເພື່ອປະຊາຊົນ. ພິເສດ, ຫວຽດນາມ ພວມເອົາໃຈໃສ່ເປັນພິເສດເຖິງນະວັດຕະກຳ ແລະ ວິທະຍາສາດເຕັກໂນໂລຢີ. ນີ້ແມ່ນປັດໄຈສຳຄັນສຳລັບ ຫວຽດນາມ, ນຳມາເຊິ່ງຜົນສຳເລັດໃຫ້ແກ່ອະນາຄົດ.

        ທ່ານເລຂາທິການໃຫຍ່ Rebeca Grynspan ເນັ້ນໜັກວ່າ ໃນຫຼາຍປີຜ່ານມາ, ຫວຽດນາມ ຍາມໃດກໍມຸ່ງໄປເຖິງຄຳໝັ້ນສັນຍາຢ່າງແຮງໃນບັນດາກົນໄກຮ່ວມມືຫຼາຍຝ່າຍ. ສິ່ງດັ່ງກ່າວ ໄດ້ສະແດງໃຫ້ເຫັນຢ່າງຈະແຈ້ງຜ່ານບັນດາການເດີນທາງໄປເຄື່ອນໄຫວຢູ່ຕ່າງປະເທດຂອງການນຳຂັ້ນສູງ ຫວຽດນາມ. ທ່ານເລຂາທິການໃຫຍ່ Rebeca Grynspan ຢັງຢືນວ່າ ເລື່ອງການນຳ ຫວຽດນາມ ເຂົ້າຮ່ວມເຫດການຢູ່ Davos  ມີຄວາມໝາຍສຳຄັນທີ່ສຸດ ເພາະວ່າ ບັນດາເຫດການຢູ່ Davos ມີຜູ້ແທນຫຼາຍທ່ານຢາກຊອກຮູ້ກ່ຽວກັບ ຫວຽດນາມ. ທ່ານເຊື່ອໝັ້ນວ່າ ກອງປະຊຸມ WEF ຢູ່ Davos ຈະແມ່ນບ່ອນທີ່ດີທີ່ສຸດເພື່ອແນະນຳກ່ຽວກັບ ຫວຽດນາມ.

(ແຫຼ່ງຄັດຈາກ VOV)

ສົມ​ທົບ​ກັນ​ຄຸ້ມ​ຄອງ, ສ້າງ​ເສັ້ນ​ຊາຍ​ແດນ ຫວຽດ​ນາມ - ກຳ​ປູ​ເຈຍ ມິດ​ຕະ​ພາບ

ສົມ​ທົບ​ກັນ​ຄຸ້ມ​ຄອງ, ສ້າງ​ເສັ້ນ​ຊາຍ​ແດນ ຫວຽດ​ນາມ - ກຳ​ປູ​ເຈຍ ມິດ​ຕະ​ພາບ

ວັນທີ 10 ກຸມພາ, ຄະນະຜູ້ແທນກຳລັງປະກອບອາວຸດ ແຂວງ Mondulkiri (ກຳປູເຈຍ) ໂດຍທ່ານພົນຈັດຕະວາ ແຮມໂບນາແຣນ, ຫົວໜ້າຜູ້ບັນຊາການສາລະວັດທະຫານແຂວງ Mondulkiri ເປັນຫົວໜ້າຄະນະມາຢ້ຽມຢາມ, ອວຍພອນບຸນປີໃໝ່ທະຫານປ້ອງກັນຊາຍແດນແຂວງ ເລິມດົ່ງ ເນື່ອງໃນໂອກາດບຸນປີໃໝ່ປະຈຳຊາດປີມະເມຍ 2026.

Top