• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

UAE ຍາມ​ໃດ​ກໍ່​ຖື​ຫວຽດ​ນາມ ແມ່ນ​ຄູ່​ຮ່ວມ​ມື​ສຳ​ຄັນ​ໃນ​ພາກ​ພື້ນ ອາ​ຊີ - ປາ​ຊີ​ຟິກ

ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ສະເໜີວ່າໃນການຮ່ວມມືດ້ານເສດຖະກິດ, ຫວຽດນາມ ແລະ UAE ຕ້ອງປະຕິບັດສຳເລັດການເຈລະຈາສັນຍາຄູ່ຮ່ວມມືຮອບດ້ານ ຫວຽດນາມ - UAE (CEPA)ໃນໄວໆນີ້.
ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ໃຫ້ການຕ້ອນຮັບທ່ານລັດຖະມົນຕີບການຕ່າງປະເທດ ສະຫະລັດ ອາຣັບ ເອມີເລດ (UAE) sheikh Abdullah bin Zayed Al Nahyan (ພາບ: TTXVN)

ຕອນເຊົ້າວັນທີ 14 ມິຖຸນາ, ຢູ່ສຳນັກງານລັດຖະບານ, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ໄດ້ໃຫ້ການຕ້ອນຮັບທ່ານລັດຖະມົນຕີບການຕ່າງປະເທດ  ສະຫະລັດ ອາຣັບ ເອມີເລດ (UAE) sheikh Abdullah bin Zayed Al Nahyan ທີ່ພວມມການຢ້ຽມຢາມ ແລະ ເຮັດວຽກຢູ່ ຫວຽດນາມ.

ທີ່ການຕ້ອນຮັບ, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ໄດ້ສະເໜີວ່າໃນການຮ່ວມມືດ້ານເສດຖະກິດ, ຫວຽດນາມ ແລະ UAE ຕ້ອງປະຕິບັດສຳເລັດການເຈລະຈາສັນຍາຄູ່ຮ່ວມມືຮອບດ້ານ ຫວຽດນາມ - UAE (CEPA)ໃນໄວໆນີ້, ສະເໜີ UAE ໜູນຊ່ວຍ ຫວຽດນາມ ໃນການພັດທະນາຂະແໜງອຸດສາຫະກຳ ແລະ ການບໍລິການ Halal, ລົງທຶນເຂົ້າການຜະລິດຜະລິດຕະພັນ Halal ແລະ ສ້າງບັນດາກົນໄກຮ່ວມມືກ່ຽວກັບໃບຢັ້ງຢືນ Halal ຢູ່ ຫວຽດນາມ, ຜ່ານນັ້ນ ປະກອບສ່ວນຍົກສູງວົງເງິນການ ຄ້າລະຫວ່າງສອງປະເທດ.

ສ່ວນທ່ານລັດຖະມົນຕີການຕ່າງປະເທດ UAE Abdullah bin Zayed Al Nahyan ຢັ້ງຢືນວ່າ ການນຳຂັ້ນສູງ UAE ຍາມໃດກໍ່ກໍ່ຖື ຫວຽດນາມ ແມ່ນຄູ່ຮ່ວມມືສຳຄັນໃນພາກພື້ນ ອາຊີ - ປາຊີຟິກ, ແລະບັນດານັກລົງທຶນ ແລະ ວິສາຫະກິດ UAE ຕີລາຄາສູງກາລະໂອກາດ ແລະ ສະພາບແວດລ້ອມແຫ່ງການລົງທຶນ, ດຳເນີນທຸລະກິດຢູ່ ຫວຽດນາມ. ທ່ານ Abdullah bin Zayed Al Nahyanສະເໜີໃຫ້ ສອງຝ່າຍເພີ່ມທະວີການຮ່ວມມືໃນຫຼາຍຂົງເຂດສຳຄັນຕ່າງໆຄື: ພະລັງງານທົດແທນ, ການຮັບມືກັບການປ່ຽນແປງຂອງດິນຟ້າອາກາດ, ການພັດທະນາແບບຍືນຍົງ, ປົກປັກຮັກສາສິ່ງແວດລ້ອມ, ພົວພັນແລກປ່ຽນປະຊາຊົນ.

(ແຫຼ່ງຄັດຈາກ VOV)

ທ່ານປະທານສະພາແຫ່ງຊາດ ເຈິ່ນແທັງເໝີນ ເຂົ້າຮ່ວມກອງປະຊຸມ AIPA 46

ທ່ານປະທານສະພາແຫ່ງຊາດ ເຈິ່ນແທັງເໝີນ ເຂົ້າຮ່ວມກອງປະຊຸມ AIPA 46

ອາຊຽນ ໄດ້ ແລະ ພວມບັນລຸໝາກຜົນສຳຄັນ ແລະ ຍືນຍົງໃນການຮັກສາສັນຕິພາບ, ສະຖຽນລະພາບ ແລະ ຊຸກຍູ້ຄວາມວັດທະນາຖາວອນຢູ່ພາກພື້ນ.

Top