• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

U ປະ​ກາດໂຄຕານຳເຂົ້າຜະ​ລິດ​ຕະພັນກະ​ເສດ ແລະ ເຂົ້າສານ​ຂອງ ຫວຽດ​ນາ​ມ

ວັນທີ 15 ກໍລະກົດຄະນະກຳມະການ ເອີລົບ (EC) ໄດ້ປະກາດ ແລະ ຊີ້ແຈ້ງເຖິງແບບວິທີຄຸ້ມຄອງກ່ຽວກັບໂຄຕານຳເຂົ້າສຳລັບບາງຜະລິດຕະພັນກະສິກຳ ແລະ ເຂົ້າສານຂອງ ຫວຽດນາມ, ຕາມຂໍ້ຕົກລົງຂອງສັນຍາການຄ້າເສລີ ຫວຽດນາມ - ເອີລົບ (EVFTA).

ເຂົ້າສານສົ່ງອອກໄປຕ່າງປະເທດ (ພາບ: TTXVN) 

EVFTA ຄາດວ່າຈະມີຜົນສັກສິດຢ່າງເປັນທາງການໃນວັນທີ 1 ສິງຫາ ແລະ ຕາມຂໍ້ຕົກລົງນີ້, ຜະລິດຕະພັນກະເສດ, ພິເສດແມ່ນເຂົ້າສານຂອງ ຫວຽດນາມ, ຈະໄດ້ ຍົກເວັ້ນພາສີນຳເຂົ້າເມື່ອສົ່ງໄປຂາຍໃຫ້ EU. ເຖິງຢ່າງໃດກໍ່ຕາມ, ບັນດາປະແພດສິນຄ້ານີ້ມີໂຄຕານຳເຂົ້າແຕ່ລະປີ.

ຕາມແຈ້ງການຂອງ EC ໃຫ້ຮູ້ວ່າ ໂຄຕານຳເຂົ້າເມື່ອສົ່ງໄປຂາຍໃຫ້ EU ສຳລັບບາງຜະລິດຕະພັນກະເສດ ຫວຽດນາມ ໄດ້ນຳໃຊ້ເລີ່ມແຕ່ວັນທີ 1 ສິງຫາ ລະອຽດຄື: ໄຂ່ໄກ່ມີໂຄຕາແຕ່ວັນທີ 1 ສິງຫາ ຮອດວັນທີ 31 ທັນວາ ແມ່ນກ່ວາ 208 ໂຕນ ແລະ ໂຄຕາໃນແຕ່ລະປີແມ່ນ 500 ໂຕນ; ຜັກທຽມ (ເກືອບ 168 ໂຕນ, 400 ໂຕນ); ສາລີ (2.083,334 ໂຕນ, 5000ໂຕນ),  ປາທູນາ(ເກືອບ 4.800ໂຕນ, 11.500ໂຕນ)…

ສຳລັບເຂົ້າສານແລ້ວ, EC ຍົກອອກກຳນົດຕ່າງຫາກດ້ວຍປະລິມານແຕ່ລະປີແມ່ນ 80.000ໂຕນ, ໃນນັ້ນມີເຂົ້າສານເປືອກ 20.000ໂຕນ, ເຂົ້າສານ 30.000ໂຕນ ແລະ ເຂົ້າສານຫອມ 30.000ໂຕນ.

(ແຫຼ່ງຄັດຈາກ VOV)

ທ່ານປະທານສະພາແຫ່ງຊາດ ເຈິ່ນແທັງເໝີ້ນ ຈະໄປຢ້ຽມຢາມ ສະຫະພັນ ລັດເຊຍ ຢ່າງເປັນທາງການ

ທ່ານປະທານສະພາແຫ່ງຊາດ ເຈິ່ນແທັງເໝີ້ນ ຈະໄປຢ້ຽມຢາມ ສະຫະພັນ ລັດເຊຍ ຢ່າງເປັນທາງການ

ທ່ານປະທານສະພາແຫ່ງຊາດ ເຈິ່ນແທງເໝີ້ນ ຈະນຳໜ້າຄະນະຜູ້ແທນຂັ້ນສູງສະພາແຫ່ງຊາດ ຫວຽດນາມ ຈະໄປຢ້ຽມຢາມສະຫະພັນ ລັດເຊຍ ຢ່າງເປັນທາງການ ແຕ່ວັນທີ 08 – 11 ກັນຍາ.

Top