• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

Tour ການສະແດງຂ້າມປະເທດ SagoBako 2025 - ເຊື່ອມຕໍ່ລະຫວ່າງນັກສິລະປິນ ກີຕ້າ ຫວຽດນາມ ແລະ ໄທ

ໂຄງການບໍ່ພຽງແຕ່ນຳມາເຊິ່ງຄຸນຄ່າດ້ານດົນຕີເທົ່ານັ້ນ, ຫາກຍັງໄດ້ແຜ່ຂະຫຍາຍສານກ່ຽວກັບການເຊື່ອມຕໍ່ດ້ານວັດທະນະທຳຜ່ານພາສາລວມຂອງສຽງດົນຕີອີກດ້ວຍ.
(ນັກສິລະປິນ ກວາງຮຸຍ ແລະ ວັດຊະຣີນ ສຸກສັບສີ ມີຄວາມເມົາມົວສະແດງບົດດົນຕີ)

ເປັນຄັ້ງທຳອິດນັກສິລະປິນກີຕ້າ 2 ຄົນທີ່ມີຄວາມເກັ່ງກ້າສາມາດ ເຈິ່ນກວາງຮຸຍ (ຫວຽດນາມ) ແລະ ວັດຊະຣີນ ສຸກສັບສີ (ໄທ) ໄດ້ພ້ອມກັນປະຕິບັດ Tour ການສະແດງດົນຕີຂ້າມປະເທດມີຊື່ວ່າ SagoBako, ດ້ວຍການສະແດງ 15 ຄ່ຳຄືນຢູ່ 8 ນະຄອນໃຫຍ່ໃນພາພື້ນຕາເວັນອອກສ່ຽງໃຕ້. ລາຍການສະແດງ SagoBako 2025 ໄດ້ສ້າງຂີດໝາຍສຳຄັນໃນວິວັດການຮ່ວມມືດ້ານສິລະປະລະຫວ່າງນັກສິລະປິນ 2 ຄົນທີ່ມາຈາກ 2 ປະເທດ. ໂຄງການບໍ່ພຽງແຕ່ນຳມາເຊິ່ງຄຸນຄ່າດ້ານດົນຕີເທົ່ານັ້ຫາກຍັງໄດ້ແຜ່ຂະຫຍາຍສານກ່ຽວກັບການເຊື່ອຕໍ່ດ້ານວັດທະນະທຳຜ່ານພາສາລວມຂອງສຽງດົນຕີອີກດ້ວຍ.

ຢູ່ເວທີສະແດງ CLEFS Stage, ຕອນຄ່ຳວັນອາທິດຕົ້ນເດືອນພຶດສະພາ, ນັກສິລະປິນ ກວາງຮຸຍ ແລະ ວັດຊະຣີນ ສຸກສັບສີ ມີຄວາມເມົາມົວສະແດງບົດດົນຕີ Milonga Argentina – Justo Tomás Morales, ເປັນການເປີດສາກໃຫ້ລາຍການສະແດງຂອງນັກສິລະປິນ 2 ຄົນຢູ່ ຮ່າໂນ້ຍ, ແມ່ນຄ່ຳຄືນການສະແດງທີ 8 ໃນ tour ການສະແດງ 15 ຄ່ຳຄືນ SagoBako. ດ້ວຍວິທີການສະແດງທີ່ເປັນມືອາຊີບຂອງນັກສິລະປິນ 2 ຄົນໄດ້ພິຊິດໃຈບັນດາຜູ້ຊົມ.

“ນັກສິລະປິນ 2 ຄົນມີແບບວິທີທີ່ແຕກຕ່າງກັນ. ຖ້າຫາກວ່າ ນັກສິລະປິນ ກວາງຮຸຍ ມີແບບແຜນເຂັ້ມງວດນັກສິລະປິນ ໄທ ພັດມີແບບແຜນສ້າງສັນມ່ວນຊື່ນ. ກໍ່ຍ້ອນຄວາມແຕກຕ່າງກັນນັ້ນ ເມື່ອສົມທົບກັນ, 2 ຄົນໄດ້ສ້າງແບບການສະແດງທີ່ມີສີສັນຫຼາກຫຼາຍ”.

 “ເປັນຄັ້ງທຳອິດທີ່ຂ້າພະເຈົ້າໄດ້ຮັບຊົມກຸ່ມ SagoBako ສະແດງແມ່ນສ້າງຄວາມດຶງດູດໃຈທີ່ສຸດ. ໃນການສະແດງໃນມື້ນີ້ນັກສິລະປິນ ຄົນໄດ້ສະເໜີບັນດາບົດດົນຕີໃໝ່ຮຽກຮ້ອງຕ້ອງມີເຕັກນິກສູງເຖິງວ່າຂ້າພະເຈົ້າກໍ່ດີດກີຕ້າ ແຕ່ກໍ່ບໍ່ເຄີຍໄດ້ຮັບຟັງຈັກເທື່ອ”.

ເປັນຄັ້ງທຳອິດໄດ້ພົບປະກັນຢູ່ພິທີມອບລາງວັນ ແລະ ງານມະໂຫລານກີຕ້າ ອາຊີຕາເວັນອອກສ່ຽງໃຕ້ ປີ 2018 ຈັດຂຶ້ນຢູ່ ບາງກອກ, ຄວາມຮັກຕໍ່ກີຕ້າ ຄຼາດຊິກ ໄດ້ກາຍເປັນສາຍເຊື່ອມຕໍ່ເພື່ອໃຫ້ເຂົາເຈົ້າຜ່ານຜ່າຮົ້ວກີດຂວາງດ້ານພູມສາດ ເພື່ອສ້າງເປັນຄູ່ສະແດງທີ່ເຂົ້າກັນ. ກວາງຮຸຍ ແລະ ວັດຊະຣີນ ສຸກສັກສີ ໄດ້ນຳໃຊ້ການພົບປະໃນງານບຸນກີຕ້າທີ່ຈັດຂຶ້ນຢູ່ພາກພື້ນແຕ່ລະຄັ້ງ ເພື່ອພ້ອມກັນຝຶກແອບໂດຍກົງ, ຊ້ຳບໍ່ໜຳແມ່ນໄປເຖິງປະເທດທີ 3 ເພື່ອພ້ອມກັນຝຶກແອບ. ພ້ອມກັນນັ້ນ, ນັກສິລະປິນ 2 ຄົນຍັງແລກປ່ຽນຜ່ານບັນດາເທບອັດສຽງ. ນັກສິລະປິນ ເຈິ່ນກວາງຮຸຍ. ແບ່ງປັນວ່າ:

“1 ໃນ 2 ຄົນຈະຖ່າຍວິດີໂອການຝຶກແອບຂອງຕົນກ່ອນອາດຈະບໍ່ຕ້ອງຈົບບົດດົນຕີ ຫາກຝຶກແອບຕາມແຕ່ລະຕອນ ແລ້ວສົ່ງວີດີໂອໃຫ້ແກ່ກັນ. ຕົວຢ່າງຄື ວັດຊະຣີນ ສຸກສັກສີ ຝຶກກ່ອນແລ້ວສົ່ງວີດິໂອໃຫ້ແກ່ຂ້າພະເຈົ້າ. ຂ້າພະເຈົ້າເປີດມາຊົມ ແລ້ວກໍ່ດີດກີຕ້າໄປພ້ອມກັບວີດີໂອນັ້ນ. ຂ້າພະເຈົ້າໄດ້ອັດຕອນນັ້ນໄວ້ດ້ວຍໂທລະສັບມືຖື ແລ້ວສົ່ງໃຫ້ ວັດຊະຣີນ ສຸກສັກສີ ເພື່ອກວດຄືນຕອນນັ້ນແມ່ນໄດ້ແລ້ວຫຼືບໍ່ ແລະ ເຮັດຄືແນວນັ້ນຈົນຈົບບົດດົນຕີ”.

ແນວຄິດຈັດການສະແດງຂ້າມປະເທດ SagoBako ໄດ້ຂຶ້ນແຜນນັບແຕ່ທ້າຍປີ 2024. SagoBako ກໍ່ແມ່ນຊື່ຂອງກຸ່ມ, ດ້ວຍຄວາມໝາຍ “Sago” ແມ່ນ ໄຊງ່ອນ - ແຫ່ງທີ່ ເຈິ່ນກວາງຮຸຍ ພວມດຳລົງຊີວິດ ແລະ “Bako” ແມ່ນ ບາງກອກ - ແຫ່ງທີ່ ວັດຊະຣີນ ສຸກສັກສີ ດຳລົງຊີວິດ. ດ້ວຍລາຍການສະແດງ SagoBako 2025, ນັກສິລະປິນ 2 ຄົນໄດ້ຈັດການສະແດງຢູ່ນະຄອນ ໂຮ່ຈີມິນ, ເກີນເທີ, ລອງຊວຽນ, ດ່າລາດ, ຫາຍຟ່ອງ, ຮ່າໂນ້ຍ (ຫວຽດນາມ), ສິງກະໂປ, ບາງກອກ (ໄທ).

(ວາຈີຣີນ ສຸກສາຣີ)

“ຜ່ານ tour ການສະແດງດົນຕີຄັ້ງນີ້, ຂ້າພະເຈົ້າປາດຖະໜາວ່າ ຈະໄດ້ນຳເອົາຄວາມງາມຂອງສຽງດົນຕີມາໃຫ້ທຸກໆຄົນ. ສ້າງແຫຼ່ງບັນດານໃຈໃຫ້ທຸກຄົນດີດກາຕ້າໄປພ້ອມກັນ. ຄືຂ້າພະເຈົ້າ ແລະ ວັດຊະຣີນ ສຸກສັກສີ ທີ່ພວມດຳລົງຊີວິດຢູ່ 2 ປະເທດແຕກຕ່າງກັນ, ແຕ່ພວກຂ້າພະເຈົ້າຍັງຫຼີ້ນນຳກັນໄດ້, ທຸກຄົນທີ່ຢູ່ນະຄອນດຽວກັນແມ່ນສາມາດເຊື່ອມຕໍ່ເພື່ອດີດກີຕ້ານຳກັນໄດ້”.

ໜຶ່ງໃນບັນດາຈຸດພົ້ນເດັ່ນຂອງ tour ການສະແດງດົນຕີຄັ້ງນີ້ແມ່ນການສະແດງດ່ຽວບົດດົນຕີ “ແບ່ວຢາດໄມໂຈຍ” ຂອງນັກສິລະປິນ ວັດຊະຣີນ ສຸກສັກສີ.

(ວັດຊະຣີນ ສຸກສັກສີ)

ຫຼັງຈາກການສະແດງຢູ່ ຮ່າໂນ້ຍ, ນັກສິລະປິນ 2 ຄົນຈະສືບຕໍ່ໄປສະແດງຢູ່ ຫາຍຟ່ອງ, ສິງກະໂປ ແລະ ໄທ. ພາຍຫຼັງ tour  ການສະແດງນີ້, ນັກສິລະປິນ 2 ຄົນພວມສ້າງແຜນການຈັດລາຍການແດງຢູ່ປະເທດອື່ນອີກ, ຕົວຢ່າງຄື ອິນໂດເນເຊຍ - ເຊິ່ງແມ່ນປະເທດທີ່ເຊື້ອເຊີນກຸ່ມໄປສະແດງ.

(ແຫຼ່ງຄັດຈາກ VOV)

ສື່ມວນ​ຊົ​ນ ລາວ​ເຊີດ​ຊູ​ນັກ​ຮົບ​ກອ​ມ​ມູ​ນິດ​ດີ​ເລີດ​ຂອງ ຊາດ ຫວຽດ​ນາມ

ສື່ມວນ​ຊົ​ນ ລາວ​ເຊີດ​ຊູ​ນັກ​ຮົບ​ກອ​ມ​ມູ​ນິດ​ດີ​ເລີດ​ຂອງ ຊາດ ຫວຽດ​ນາມ

ປະທານໂຮ່ຈີມິນ, ນັກຮົບວິທະຊົນປົດປ່ອຍຊາດ ແມ່ນສັນຍາລັກອັນພົ້ນເດັ່ນກ່ຽວກັບຄວາມຕັດສິນໃຈຂອງທົ່ວຊາດ, ໄດ້ອຸທິດສ່ວນຕະຫຼອດຊີວິດຂອງຕົນໃຫ້ແກ່ພາລະກິດແຫ່ງການປົດປ່ອຍຊາດຂອງປະຊາຊົນ ຫວຽດນາມ, ປະກອບສ່ວນເຂົ້າໃນການຕໍ່ສູ້ລວມຂອງບັນດາຊົນຊາດຖືກກົດຂີ່ຂຸດຮີດໃນໂລກ

Top