• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

Startup AI ຫວຽດ​ນາມ ມີ​ໂອ​ກາດອອກສູ່​ຕະຫຼາດ​​ໂລກ​ຢ່າງ​ໄວ

ບັນ​ດາ​ໂຄງ​ການ Google for Startups ໄດ້​ໜູນ​ຊ່ວຍ​ວິ​ສາ​ຫະ​ກິດ Startups ຫວຽດ​ນາມ ກວ່າ 500 ແຫ່ງ ບັນ​ລຸ​ຂອບ​ຂະ​ໜາດ​ການ​ຄ້າ. ເລື່ອງ​ສືບ​ຕໍ່​ຮ່ວມ​ມື​ກັບ NIC ແລະ SIHUB ຈະ​ຊ່ວຍ​ໃຫ້​ບັນ​ດາ​ບໍ​ລິ​ສັດກໍ່​ຕັ້ງ ຫວຽດ​ນາມ ເຂົ້າ​ເຖິງ​ລະ​ບົບ​ນິ​ເວດ AI ຢ່າງ​ຮອບ​ດ້ານ, ການ​ບໍ​ລິ​ການ​ໃຫ້​ຄຳ​ປຶກ​ສາ​ດ້ານ​ເຕັກ​ນິກ ແລະ ເຄືອ​ຂ່າຍ​ບັນ​ດາ​ສູນ​ເຕັກ​ໂນ​ໂລ​ຢີ​ທົ່ວ​ໂລກ.
  ຂໍ້​ລິ​ເລີ່ມ​ໃໝ່​ມີ​ຊື່​ວ່າ Google for Startups Accelerator: ອ​າ​ຊີ​ຕາ​ເວັນ​ອອກ​ສ່ຽງ​ໃຕ້ ແນ​ໃສ່​ໜູນ​ຊ່ວຍ​ບັນ​ດາ​ບໍ​ລິ​ສັດ​ກໍ່ຕັ້ງ​ພັດ​ທະ​ນາ ແລະ ຫັນ​ບັນ​ດາ​ຜະ​ລິດ​ຕະ​ພັນຕົວ​ແທນ AI (ພາບ: G.G)  

ວັນ​ທີ 1 ມິ​ຖຸ​ນາ, Google Cloud ປະ​ກາດ​ເປີດກວ້າງ​ການ​ຮ່ວມ​ມື​ກັບ​ສູນ​ນະ​ວັດ​ຕະ​ກຳ​ແຫ່ງ​ຊາດ (NIC), ສູນ​ Startup ປະ​ດິດ​ຄິດ​ສ້າງ​ນະ​ຄອນ ໂຮ່​ຈີ​ມິນ (SIHUB), ອົງ​ການ​ພັດ​ທະ​ນາ​ວິ​ສາ​ຫະ​ກິດ ສິງ​ກະ​ໂປ (EnterpriseSG) ແລະ ກະ​ຊວງ​​ສື່​ສານ ແລະ ເຕັກ​ນິກ ດີ​ຈີ​ຕອນ ອິນ​ໂດ​ເນ​ເຊຍ, ຜ່ານ​ນັ້ນ ສ້າງ​ແລວ​ນະ​ວັດ​ຕະ​ກຳ​​ເພື່ອໃຫ້ Startup AI ຢູ່ ອາ​ຊີ​ຕາ​ເວັນ​ອອກ​ສ່ຽງ​ໃຕ້, ເຊື່ອມ​ຕໍ່​ພາກ​ພື້ນ ກັບ Silicon Valley. ຂໍ້​ລິ​ເລີ່ມ​ໃໝ່​ມີ​ຊື່​ວ່າ Google for Startups Accelerator: ອ​າ​ຊີ​ຕາ​ເວັນ​ອອກ​ສ່ຽງ​ໃຕ້ ແນ​ໃສ່​ໜູນ​ຊ່ວຍ​ບັນ​ດາ​ບໍ​ລິ​ສັດ​ກໍ່ຕັ້ງ​ພັດ​ທະ​ນາ ແລະ ຫັນ​ບັນ​ດາ​ຜະ​ລິດ​ຕະ​ພັນຕົວ​ແທນ AI (agentic AI), ພ້ອມ​ທັງ ເປີດກວ້າງ​ຂອບ​ເຂດ​ການ​ເຄື່ອນ​ໄຫວ​ອອກ​ສູ່​ຕະຫຼາດ​ສາ​ກົນ ໂດຍ​ຜ່ານ​ບັນ​ດາ​ໂຄງ​ການ​ຮ່ວມ​ມື​ດ້ານ​ເຕັກ​ນິກ ແລະ ພັດ​ທະ​ນາ​​ຕະຫຼາດ​ພ້ອມ​ກັບ Google Cloud.

ຢູ່ ຫວຽດ​ນາມ, ໃນ 4 ປີ ຜ່ານ​ມາ, ບັນ​ດາ​ໂຄງ​ການ Google for Startups ໄດ້​ໜູນ​ຊ່ວຍ​ວິ​ສາ​ຫະ​ກິດ Startups ຫວຽດ​ນາມ ກວ່າ 500 ແຫ່ງ ບັນ​ລຸ​ຂອບ​ຂະ​ໜາດ​ການ​ຄ້າ. ເລື່ອງ​ສືບ​ຕໍ່​ຮ່ວມ​ມື​ກັບ NIC ແລະ SIHUB ຈະ​ຊ່ວຍ​ໃຫ້​ບັນ​ດາ​ບໍ​ລິ​ສັດກໍ່​ຕັ້ງ ຫວຽດ​ນາມ ເຂົ້າ​ເຖິງ​ລະ​ບົບ​ນິ​ເວດ AI ຢ່າງ​ຮອບ​ດ້ານ, ການ​ບໍ​ລິ​ການ​ໃຫ້​ຄຳ​ປຶກ​ສາ​ດ້ານ​ເຕັກ​ນິກ ແລະ ເຄືອ​ຂ່າຍ​ບັນ​ດາ​ສູນ​ເຕັກ​ໂນ​ໂລ​ຢີ​ທົ່ວ​ໂລກ.

(ແຫຼ່ງຄັດຈາກ VOV)

ຫວຽດ​ນາມ ຊຸກ​ຍູ້​ ທົ່ວ​ໂລກ​ເຂົ້າ​ຮ່ວມ​ສົນ​ທິ​ສັນ​ຍາ ສ​ປ​ຊ ກ່ຽວ​ກັບ​ການ​ຕ້ານ​ອາດ​ຊະ​ຍາ​ກຳ​ທາງອິນ​ເຕີ​ເນັດ

ຫວຽດ​ນາມ ຊຸກ​ຍູ້​ ທົ່ວ​ໂລກ​ເຂົ້າ​ຮ່ວມ​ສົນ​ທິ​ສັນ​ຍາ ສ​ປ​ຊ ກ່ຽວ​ກັບ​ການ​ຕ້ານ​ອາດ​ຊະ​ຍາ​ກຳ​ທາງອິນ​ເຕີ​ເນັດ

ຫວຽດ​ນາມ ຢັ້ງ​ຢືນ​ວ່າ​ການ​​ລົງ​ນາມ​ສົນ​ທິ​ສັນ​ຍາ​ຢູ່ ຮ່າ​ໂນ້ຍ​ໃນ​ເດືອນ​ຕຸ​ລາ 2025 ແມ່ນ​ຂີດ​ໝາຍ​ສຳ​ຄັນ​​ຕໍ່​ການ​ຮ່ວ​ມ​ມື​ສາ​ກົນ ໃນ​ຂົງ​ເຂດ​ປ້ອງ​ກັນ​ຕ້ານ​ອາດ​ຊະ​ຍາ​ກຳ​ທາງ​ອິນ​ເຕີ​ເນັດ.

Top