• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

SOM 3- APEC 2017: ຊຸກຍູ້ວິສາຫະກິດ ເຂົ້າຮ່ວມລະບົບສະໜອງທົ່ວໂລກ ກ່ຽວກັບການບໍລິການ Logistics

      ວັນທີ 26 ສິງຫາ, ຢູ່ນະຄອນໂຮ່ຈິມິນ, ໄດ້ຈັດກອງປະຊຸມສຳມະນາກ່ຽວກັບການຊຸກຍູ້ການເຂົ້າຮ່ວມຂອງວິສາຫະກິດຂະໜາດກາງ ແລະ ນ້ອຍໃນລະບົບສະໜອງທົ່ວໂລກ ກ່ຽວກັບການບໍລິການ Logistics
      ກອງປະຊຸມສຳມະນາກ່ຽວກັບການຊຸກຍູ້ການເຂົ້າຮ່ວມຂອງວິສາຫະກິດຂະໜາດກາງ
ແລະ ນ້ອຍໃນລະບົບສະໜອງທົ່ວໂລກ ກ່ຽວກັບການບໍລິການ Logistics
      ວັນທີ 26 ສິງຫາ, ຢູ່ນະຄອນໂຮ່ຈິມິນ, ໃນຂອບເຂດກອງປະຊຸມຄັ້ງທີ 3 ບັນດາເຈົ້າໜ້າທີ່ອາວຸໂສ SOM 3  ແລະ ບັນດາກອງປະຊຸມທີ່ກ່ຽວຂ້ອງຂອງເວທີປາໄສເສດຖະກິດອາຊີປາຊີຟິກ APEC 2017 , ຄະນະກຳມະການການຄ້າ ແລະ ການລົງທຶນ APEC ໄດ້ຈັດກອງປະຊຸມສຳມະນາກ່ຽວກັບການຊຸກຍູ້ການເຂົ້າຮ່ວມຂອງວິສາຫະກິດຂະໜາດກາງ ແລະ ນ້ອຍໃນລະບົບສະໜອງທົ່ວໂລກ ກ່ຽວກັບການບໍລິການ Logistics. ບັນດາຜູ້ແທນຫວຽດນາມໄດ້ແບ່ງປັນກ່ຽວກັບສະພາບການຂອງຂະແໜງ Logistics, ຊອກຮູ້ບົດຮຽນຈາກພື້ນຖານເສດຖະກິດອື່ນໆ, ຈາກນັ້ນ, ມີຕື່ມບັນດາມາດຕະການແກ້ໄຂລະອຽດເພື່ອຊຸກຍູ້ການພັດທະນາຂະແໜງ Logistic. ທ່ານ ເຈີນຈີ້ຢູງ ຜູ້ອຳນວຍການບໍລິສັດ ຈີທຶກບໍລິການ, ສະມາຊິກໃນຄະນະບຳລຸງສ້າງຂອງສະຫະສະມາຄົມວິສາຫະກິດ Logistics ຫວຽດນາມ ໃຫ້ຮູ້ວ່າ : 
     “ ເພື່ອໃຫ້ບັນດາວິສາຫະກິດສາມາດເຂົ້າໃຈ ແລະ ສຳພັດກັບໂຄງການນີ້, ກໍຕ້ອງມີບັນດາການເຄື່ອນໄຫວທີ່ແຕກຕ່າງກັນ. ແບ່ງອອກເປັນກຸ່ມ, ຄືທາງລັດຕ້ອງການນະໂຍບາຍໃໝ່, ມີຄ່າໃຊ້ຈ່າຍເພື່ອໃຫ້ບັນດາອົງການແຫ່ງລັດສົ່ງເສີມບັນດາການເຄື່ອນໄຫວຜັນຂະຫຍາຍດຶງດູດວິສາຫະກິດເຂົ້າຮ່ວມ.  ”
 (ແຫຼ່ງຄັດຈາກ VOV)
 

ມາ​ນະ​ພະ​ຍາ​ຍາມ​ນຳ​ກາ​ນ​ພົວ​ພັນ ຫວຽດ​ນາມ - ລາວ ​ກ້າວ​ເຂົ້​າ​ສູ່​ໜ້າ​ປະ​ຫວັດ​ສາດ​ໃໝ່, ນັບ​ມື້​ນັບ​ພັດ​ທະ​ນາ​ຢ່າງ​ແຮງ, ມີ​ຄວາມ​ສະ​ໜິດ​ແໜ້ນ​ກ່​ວາ

ມາ​ນະ​ພະ​ຍາ​ຍາມ​ນຳ​ກາ​ນ​ພົວ​ພັນ ຫວຽດ​ນາມ - ລາວ ​ກ້າວ​ເຂົ້​າ​ສູ່​ໜ້າ​ປະ​ຫວັດ​ສາດ​ໃໝ່, ນັບ​ມື້​ນັບ​ພັດ​ທະ​ນາ​ຢ່າງ​ແຮງ, ມີ​ຄວາມ​ສະ​ໜິດ​ແໜ້ນ​ກ່​ວາ

ສ່ວນທ່ານ ທອງສະຫວັນ ພົມວິຫານ ລັດຖະມົນຕີກະຊວງການຕ່າງປະເທດ ລາວ ກໍ່ເຫັນດີເປັນເອກະພາບຕໍ່ບັນດາເນື້ອໃນແລກປ່ຽນຂອງ ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ, ທ່ານຢັ້ງຢືນວ່າ ສອງປະເທດຈະສືບຕໍ່ຮ່ວມມືກັນ, ປະສານສົມທົບກັນຢ່າງແໜ້ນແຟ້ນໃນບັນດາບັນຫາພາກພື້ນ ແລະ ສາກົນ.

Top