• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

S&P Global Ratings ປ​າດ​ຖະ​ໜາ​ຢາກ​ປະ​ກອບ​ສ່ວນ​ເຂົ້າ​ໃນ​ການ​ພັດ​ທະ​ນາ​ຂອງ ຫວຽດ​ນາມ

ຕອນບ່າຍວັນທີ 26 ກຸມພາ, ຢູ່ຮ່າໂນ້ຍ, ທ່ານນາຍົກລັດຖະມົນຕີຫວຽດນາມ ຟ້າມມິງຈິງ ໄດ້ໃຫ້ການຕ້ອນຮັບທ່ານນາງ Lynn Maxwell, ຜູ້ອຳນວຍການໃຫຍ່ອົງການການຄ້າທົ່ວໂລກຂອງ S&P Global Ratings.
ທ່ານນາຍົກລັດຖະມົນຕີຫວຽດນາມ ຟ້າມມິງຈິງໃຫ້ການຕ້ອນຮັບທ່ານນາງ Lynn Maxwell, ຜູ້ອຳນວຍການໃຫຍ່ອົງການການຄ້າທົ່ວໂລກຂອງ S&P Global Ratings (ພາບ: VGP)

ທີ່ການຕ້ອນຮັບ, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ໄດ້ສະແດງຄວາມຊົມເຊີຍຕໍ່ການພັດທະນາທີ່ນັບມື້ນັບເຂັ້ມແຂງຂອງ S&P Global Ratings, ທ່ານຕີລາຄາສູງ ຕໍ່ບັນດາການຕີລາຄາທີ່ຕັ້ງໜ້າໂດຍ S&P Global Ratings ສະຫງວນໃຫ້ຕະຫຼາດ ຫວຽດນາມ, ກໍ່ຄືການປະກອບສ່ວນຢ່າງແທດຈິງ ແລະ ມີປະສິດທິຜົນຂອງ S&P Global Ratings ຕໍ່ການພັດທະນາຂອງເສດຖະກິດ ຫວຽດນາມ ແລະ ການພົວພັນ ຫວຽດນາມ - ອາເມລິກາ. ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ໃຫ້ຮູ້ວ່າຫວຽດນາມ ປາດຖະໜາ ຢາກໃຫ້ອາເມລິກາ ຮັບຮູ້ ຫວຽດນາມ ແມ່ນ ພື້ນຖານເສດຖະກິດການຕະຫຼາດ, ສ້າງຄວາມສະດວກໃຫ້ແກ່ການເຊື່ອມໂຍງຢ່າງເລິກເຊິ່ງແທ້ຈິງ, ພ້ອມທັງອາເມລິກາ ນຳຫວຽດນາມ ອອກຈາກບັນຊີລາຍຊື່ຫ້າມສົ່ງອອກເຕັກໂນໂລຢີສູງ D1 ແລະ D3.

ສ່ວນທ່ານນາງ Lynn Maxwell ຜູ້ອຳນວຍການໃຫຍ່ ອົງການການຄ້າທົ່ວໂລກ ໃຫ້ຮູ້ວ່າ ການເຄື່ອນໄຫວຂອງ S&P Global Ratings ໄດ້ປະກອບສ່ວນຢ່າງແທ້ຈິງເຂົ້າໃນການພັດທະນາຕະຫຼາດການເງິນ ຫວຽດນາມ, ນຳມາເຊິ່ງຄວາມໄວ້ເນື້ອເຊື່ອໃຈໃຫ້ຕະຫຼາດໃນການຈັດອັນດັບຄວາມໄວ້ເນື້ອເຊື່ອໃຈ. S&P Global Ratings ໃຫ້ຄຳໝັ້ນສັນຍາຈະຮ່ວມເດີນທາງກັບຕະຫຼາດ ຫວຽດນາມໃນການພັດທະນາ, ນຳຄວາມຮູ້, ພື້ນຖານຂອງຕະຫຼາດ ຫວຽດນາມໄປຍັງຕະຫຼາດທຶນສາກົນ. S&P Global Ratings ປາດຖະໜາຢາກປະກອບສ່ວນເຂົ້າການພັດທະນາຂອງ ຫວຽດນາມ, ເປັນຕົ້ນແມ່ນຜ່ານບັນດາໂຄງການຮວ່ມມືພາກລັດ - ເອກະຊົນຢູ່ ຫວຽດນາມ.

(ແຫຼ່ງຄັດຈາກ VOV)

ນາ​ຍົກ​ລັດ​ຖະ​ມົນ​ຕີ ເລ​ມິງ​ຮຶງ ຢ້ຽມ​ຢາມ​ຄອບ​ຄົວ​ ທ່ານ​ ໄຊ​ສົມ​ພອນ ພົມວິຫານ ອະ​ດີດ​ປະ​ທານ​ສະ​ພາ​ແຫ່ງ​ຊາດ ລາວ

ນາ​ຍົກ​ລັດ​ຖະ​ມົນ​ຕີ ເລ​ມິງ​ຮຶງ ຢ້ຽມ​ຢາມ​ຄອບ​ຄົວ​ ທ່ານ​ ໄຊ​ສົມ​ພອນ ພົມວິຫານ ອະ​ດີດ​ປະ​ທານ​ສະ​ພາ​ແຫ່ງ​ຊາດ ລາວ

ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ເລ​ມິງ​ຮຶງ ຢັ້ງ​ຢືນເຖິງຄຸນ​ງາມ​ຄວາມ​ດີ​ໃນ​ການ​ປະ​ກອບ​ສ່ວນ​ທີ່​ຍິ່ງ​ໃຫຍ່​ຂອງ​ສະ​ຫາຍທີ່ມີ​ຕໍ່​ການ​ເພີ່ມ​ພ​ູນ​ຄູນ​ສ້າງການ​ພົວ​ພັນ​ມິດ​ຕະ​ພາບ​ອັນ​ຍິ່ງ​ໃຫຍ່, ຄວາມ​ສາ​ມັກ​ຄີ​ແບບ​ພິ​ເສດ ແລະ ການ​ຮ່ວມ​ມື​ຮອບ​ດ້ານ ຫວຽດ​ນາມ - ລາວ.

Top