• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

S&P Global Ratings ຈັດ​ຫວຽດ​ນາມ ຢູ່​ລະ​​ດັບ “BB+/B” ດ້ວ​ຍ​ແງ່​ຫວັງ​ເປັນ​ປົກ​ກະ​ຕິ

S&P Global Ratings ຄາດວ່າການເຕີບໂຕດ້ານເສດຖະກິດຂອງ ຫວຽດນາມ ຈະບັນລຸ 5,8% ໃນປີ2024 ແລະ ຍັງແມ່ນຈຸດນັດພົບທີ່ດູດດື່ມສຳລັບນັກລົງທຶນຕ່າງປະເທດ.
ພາບປະກອບ: TTXVN

ຕາມເວັບໄຊ disclosure.spglobal.com (ອາເມລິກາ), ວັນທີ 20 ມິຖຸນາ ອົງການຈັດລະດັບຄວາມໄວ້ເນື້ອເຊື່ອໃຈ S&P Global Ratings (ອາເມລິກາ) ໄດ້ຈັດລະດັບຄວາມໄວ້ເນື້ອເຊື່ອໃຈແຫ່ງຊາດສຳລັບ ຫວຽດນາມ ໃນໄລຍະຍາວຢູ່ອັນດັບ “BB+” ແລະ ໄລຍະສັ້ນແມ່ນຢູ່ລະດັບ “B”. ແງ່ຫວັງກ່ຽວກັບການຈັດລະດັບຄວາມໄວ້ເນື້ອເຊື່ອໃຈໃນໄລຍະຍາວເປັນປົກກະຕິ. S&P Global Ratings ຄາດວ່າເສດຖະກິດ ຫວຽດນາມ ຈະເພີ່ມຄວາມໄວໃນ 12 ເດືອນຈະມາເຖິງ ເມື່ອຄວາມຕ້ອງການທົ່ວໂລກຟື້ນຟູ ແລະ ຫວຽດນາມ ຄ່ອຍໆແກ້ໄຂໄດ້ບັນດາຄວາມຫຍຸ້ງຍາກພາຍໃນປະເທດ. ອົງການນີ້ໄດ້ຍົກໃຫ້ເຫັນຢ່າງຈະແຈ້ງການຈັດລະດັບຄວາມໄວ້ເນື້ອເຊື່ອໃຈແຫ່າງຊາດຄືດັ່ງກ່າວ ສ່ອງແສງໃຫ້ເຫັນແງ່ຫວັງເຕີບໂຕເສດຖະກິດຢ່າງແຮງຂອງ ຫວຽດນາມ, ລະດັບໜິ້ລັດຖະບານຢູ່ລະດັບພໍດີ ແລະ ທີ່ຕັ້ງບົດບາດຢູ່ພາຍນອກກໍ່ດີ. S&P Global Ratings ຄາດວ່າການເຕີບໂຕດ້ານເສດຖະກິດຂອງ ຫວຽດນາມ ຈະບັນລຸ 5,8% ໃນປີ2024 ແລະ ຍັງແມ່ນຈຸດນັດພົບທີ່ດູດດື່ມສຳລັບນັກລົງທຶນຕ່າງປະເທດ, ພິເສດແມ່ນໃນຂົງເຂດຜະລິດ, ເມື່ອບັນດາວິສາຫະກິດສືບຕໍ່ຫັນການເຄື່ອນໄຫວເປັນຫຼາຍຮູບຫຼາຍແບບໃນພາກພື້ນ.

(ແຫຼ່ງຄັດຈາກ VOV)

ຖະ​ແຫຼງ​ການ​ຮ່ວມ ຫວຽດ​ນາມ - ກຸຍບ​າ

ຖະ​ແຫຼງ​ການ​ຮ່ວມ ຫວຽດ​ນາມ - ກຸຍບ​າ

ວັນທີ 27 ກັນຍາ, ຫວຽດນາມ ແລະ ກຸຍບາ ໄດ້ອອກຖະແຫຼງການຮ່ວມກ່ຽວກັບການເພີ່ມທະວີການພົວພັນສາມັກຄີທີ່ເປັນມູນເຊື້ອ, ມິດຕະພາບແບບພິເສດ ແລະ ການຮ່ວມມືຮອບດ້ານ ໃນໄລຍະໃໝ່.

Top