• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

PEC 2017- ວາລະໄຂກອງປະຊຸມຄົບຄະນະຄັ້ງທີ 4 ສະພາທີ່ປຶກສາດຳເນີນທຸລະກິດ APEC

      ຕອນເຊົ້າວັນທີ 5 ພະຈິກ, ຢູ່ ດ່ານັ້ງ, ກອງປະຊຸມຄັ້ງທີ 4 ສະພາທີ່ປຶກສາດຳເນີນທຸລະກິດ APEC (ABAC) ໄດ້ໄຂວາລະປະຊຸມຄົບຄະນະດ້ວຍການເຂົ້າຮ່ວມຂອງຜູ້ຕາງໜ້າ 21 ພື້ນຖານເສດຖະກິດສະມາຊິກເວທີປາໄສຮ່ວມມືເສດຖະກິດ ອາຊີ  -ປາຊີຟີກ (APEC) .

ກອງປະຊຸມຄັ້ງທີ 4 ສະພາທີ່ປຶກສາດຳເນີນທຸລະກິດ APEC (ABAC) 
      ກ່າວຄຳເຫັນທີ່ພິທີໄຂ, ທ່ານປະທານສະພາທີ່ປຶກສາດຳເນີນທຸລະກິດ APEC 2017 ຮ່ວາງວັນຢູ້ງ ໃຫ້ຮູ້ວ່າ: ກອງປະຊຸມຄັ້ງທີ 4 ຂອງ ສະພາທີ່ປຶກສາດຳເນີນທຸລະກິດ APEC ກໍ່ແມ່ນກອງປະຊຸມຄັ້ງສຸດທ້າຍຂອງ ສະພາທີ່ປຶກສາດຳເນີນທຸລະກິດ APEC ໃນປີ APEC 2017 ນີ້. ທີ່ກອງປະຊຸມນີ້, ບັນດາຜູ້ແທນຈະສະຫລຸບບາງເນື້ອໃນຂອງໂຄງການ APEC 2017 ເພື່ອມອບສົ່ງໃຫ້ພື້ນຖານເສດຖະກິດປະເທດເຈົ້າພາບ APEC 2018, ປາປົວນິວກີເນ.
        ປະຈຸບັນ, ສະພາທີ່ປຶກສາດຳເນີນທຸລະກິດ APEC ລວມມີ 63 ສະມາຊິກຕາງໜ້າໃຫ້ບັນດາວິສາຫະກິດແຖວໜ້າຢູ່ພາກພື້ນ. ແຕ່ລະພື້ນຖານເສດຖະກິດສະມາຊິກແຕ່ງຕັ້ງຜູ້ຕາງໜ້າ 3 ຄົນເຂົ້າຮ່ວມ.
        ແຕ່ລະປີ, ກອງປະຊຸມຄັ້ງທີ 4 ສະພາທີ່ປຶກສາດຳເນີນທຸລະກິດ APEC ລ້ວນແຕ່ຈັດກອງປະຊຸມ 4 ຄັ້ງ, ໃນນັ້ນ, 3 ກອງປະຊຸມທຳອິດຈະດຳເນີນໄປຢູ່ນອກ ແລະ ກອງປະຊຸມຄັ້ງສຸດທ້າຍຢູ່ພື້ນຖານເສດຖະກິດປະເທດເຈົ້າພາບ. ປີ APEC 2017, ສະພາທີ່ປຶກສາດຳເນີນທຸລະກິດ APEC ໄດ້ຈັດຕັ້ງກອງປະຊຸມຢູ່ ໄທ, ສ. ເກົາຫຼີ, ການາດາ ແລະ ກອງປະຊຸມຄັ້ງທີ 4 ຢູ່ ຫວຽດນາມ.
 (ແຫຼ່ງຄັດຈາກ VOV)

ນະຄອນ ດ້ຽນບຽນຝູ ໄດ້ຮັບການປະດັບປະດາດ້ວຍທຸງ, ດອກໄມ້ ເພື່ອຕ້ອນຮັບວັນບຸນໃຫຍ່

ນະຄອນ ດ້ຽນບຽນຝູ ໄດ້ຮັບການປະດັບປະດາດ້ວຍທຸງ, ດອກໄມ້ ເພື່ອຕ້ອນຮັບວັນບຸນໃຫຍ່

ໃນຊຸມມື້ນີ້, ໃນທົ່ວຖະໜົນຫົນທາງ ສາຍສຳຄັນຂອງ ນະຄອນ ດ້ຽນບຽນຝູ ເຊັ່ນ: ຖະໜົນ ຫວໍງວຽນຢາບ, ຖະໜົນ 7-5, ຖະໜົນ ເຈິ່ນການ, ຖະໜົນ ເຈື່ອງຈິງ, ຖະໜົນ ຟ້າມວັນດົ່ງ ແລະ ຢູ່ຕາມບັນດາສະຖານທີ່ ປະຫວັດສາດ ທີ່ມີຊື່ສຽງ ຢູ່ໃສກໍ່ໄດ້ຮັບການປະດັບປະດາດ້ວຍມີທຸງ, ດອກໄມ້, ປ້າຍໂຄສະນາ, ປ້າຍຄຳຂວັນ ເພື່ອ ຂ່ຳນັບຮັບຕ້ອນ ເຫດການ ສະເຫຼີມສະຫຼອງ 70 ປີ ແຫ່ງວັນໄຊຊະນະ ດ້ຽນບຽນຝູ ທີ່ “ສະໜັ່ນຟ້າ, ສະເທືອນດິນ”.

Top