• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

OECD ຍົກ​ລະ​ດັ​ບ​ຄາດ​ຄະ​ເນການ​ເຕີບ​ໂຕ​ເສດ​ຖະ​ກິດ​ທົ່ວ​ໂລກ

ພ້ອມກັບລະດັບເຕີບໂຕຂອງ GDP ເປັນປົກກະຕິ ແລະ ໄພເງິນເຟີ້ຫຼຸດລົງ, OECD ໃຫ້ຂໍ້ສັງເກດວ່າ ລາຍຮັບໃນຕົວຈິງຈະໄດ້ຮັບການປັບປຸງ ແລະ ນະໂຍບາຍເງິນຕາໄດ້ຮັບການໂຍະຍານຢູ່ຫຼາຍພື້ນຖານເສດຖະກິດຈະຊ່ວຍປັບປຸງຄວາມຕ້ອງການ,
ທ່າກຳປັ່ນ ຢູ່ Felixstowe, ອັງກິດ (ພາບ: AFP/TTXVN)
ວັນທີ 25 ກັນຍາ, ອົງການຮ່ວມມື ແລະ ພັດທະນາເສດຖະກິດ (OECD) ໄດ້ຍົກລະດັບການຄາດຄະເນການເຕີບໂຕເສດຖະກິດທົ່ວໂລກໃນປີນນີ້ ແລະ ປີຕໍ່ໄປທີ່ຈະມີສະຖຽນລະພາບຢູ່ລະດັບ 3,2% ໃນສະພາບການໄພເງິນເຟີ້ພວມສືບຕໍ່ຫຼຸດລົງ ແລະ ບັນດາທະນາຄານສູນກາງໄດ້ຫຼຸດລົງດອກເບ້ຍເທື່ອລະກ້າວ. ຕາມນັ້ນແລ້ວ, ລະດັບການຄາດຄະເນໃໝ່ສູງກ່ວາ 0,1%ເມື່ອທຽບໃສ່ກັບລະດັບການຄາດຄະເນເກົ່າ (3,1%) ທີ່ໄດ້ປະກາດເມື່ອເດືອນພຶດສະພາ ປີ 2024. OECD ຄາດວ່າການເຕີບໂຕ GDP ປະຈຳປີຂອງ ອາເມລິກາຈະຫຼຸດລົງ 2,6% ໃນປີນີ້ ແລະ ສືບຕໍ່ຫຼຸດລົງ 1,6% ໃນປີ 2025, ແຕ່ຈະໄດ້ຮັບການໜູນຊ່ວຍດ້ວຍການໂຍະຍານນະໂຍບາຍເງິນຕາ. ພ້ອມກັບລະດັບເຕີບໂຕຂອງ GDP ເປັນປົກກະຕິ ແລະ ໄພເງິນເຟີ້ຫຼຸດລົງ, OECD ໃຫ້ຂໍ້ສັງເກດວ່າ ລາຍຮັບໃນຕົວຈິງຈະໄດ້ຮັບການປັບປຸງ ແລະ ນະໂຍບາຍເງິນຕາໄດ້ຮັບການໂຍະຍານຢູ່ຫຼາຍພື້ນຖານເສດຖະກິດຈະຊ່ວຍປັບປຸງຄວາມຕ້ອງການ, OECD ຖືວ່າຫຼາຍລັດຖະບານຄວນເພີ່ມພາສີສຳລັບຊັບສິນ ແລະ ສິ່ງແວດລ້ອມ ພ້ອມກັບມານະພະຍາຍາມຈຳກັດການໃຊ້ຈ່າຍເມື່ອຕ້ອງປະເຊີນໜ້າກັບໜິ້ຢູ່ລະດັບສູງ.

(ແຫຼ່ງຄັດຈາກ VOV)

ຖະ​ແຫຼງ​ການ​ຮ່ວມ ຫວຽດ​ນາມ - ກຸຍບ​າ

ຖະ​ແຫຼງ​ການ​ຮ່ວມ ຫວຽດ​ນາມ - ກຸຍບ​າ

ວັນທີ 27 ກັນຍາ, ຫວຽດນາມ ແລະ ກຸຍບາ ໄດ້ອອກຖະແຫຼງການຮ່ວມກ່ຽວກັບການເພີ່ມທະວີການພົວພັນສາມັກຄີທີ່ເປັນມູນເຊື້ອ, ມິດຕະພາບແບບພິເສດ ແລະ ການຮ່ວມມືຮອບດ້ານ ໃນໄລຍະໃໝ່.

Top