• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

Mekong Connect 2021- ນະຄອນໂຮ່ຈີມິນສະແດງໃຫ້ເຫັນບົດບາດສ້າງກຳລັງໜູນຊຸກຍູ້ການຈຳໜ່າຍຜະລິດຕະພັນກະເສດ

Mekong Connect 2021 ໄດ້ຈັດຂຶ້ນເພື່ອແນໃສ່ມານະພະຍາຍາມຍູ້ແຮງການຮ່ວມສຳພັນລະຫວ່າງນະຄອນກັບ ບັນດາແຂວງ, ນະຄອນທາງທິດຕາເວັນຕົກພາກໃຕ້, ໂດຍສະເພາະແມ່ນການແກ້ໄຂການຂາດລະບົບສະໜອງຜະລິດຕະພັນກະເສດໃນໄລຍະຜ່ານມາ.
ທ່ານລັດຖະມົນຕີກະຊວງກະສິກຳ ແລະ ພັດທະນາຊົນນະບົດ ຫວຽດນາມ ເລມິງຮວານ. (ພາບ: TTXVN)

Mekong Connect 2021 - ເວທີປາໄສຮ່ວມສຳພັນພັດທະນານະຄອນ ໂຮ່ຈີມິນ ແລະ ບັນດາແຂວງ, ນະຄອນເຂດທົ່ງພຽງແມ່ນ້ຳຂອງທາງພາກໃຕ້ ຫວຽດນາມ 2021 ໄດ້ຈັດຂຶ້ນໃນຕອນເຊົ້າວັນທີ 17 ທັນວາ, ຢູ່ນະຄອນ ໂຮ່ຈີມິນ. Mekong Connect 2021 ໄດ້ຈັດຂຶ້ນເພື່ອແນໃສ່ມານະພະຍາຍາມຍູ້ແຮງການຮ່ວມສຳພັນລະຫວ່າງນະຄອນກັບ ບັນດາແຂວງ, ນະຄອນທາງທິດຕາເວັນຕົກພາກໃຕ້, ໂດຍສະເພາະແມ່ນການແກ້ໄຂການຂາດລະບົບສະໜອງຜະລິດຕະພັນກະເສດໃນໄລຍະຜ່ານມາ. ທີ່ເວທີປາໄສ, ທ່ານລັດຖະມົນຕີກະຊວງກະສິກຳ ແລະ ພັດທະນາຊົນນະບົດ ຫວຽດນາມ ເລມິງຮວານ, ຖືວ່າ:

        “ລະບົບແຈກຢາຍໃຫຍ່ລ້ວນແຕ່ຕັ້ງຢູ່ນະຄອນ ໂຮ່ຈີມິນ. ເວທີປາໄສນີ້ຈະເຈາະຈີ້ມທິດທາງໃໝ່ໃຫ້ບັນດາທ້ອງຖິ່ນ. ຜ່ານລາຍການສົ່ງເສີມລວມ, ມີການກະທຳລວມ, ສ້າງການຮ່ວມສຳພັນຂອງວິສາຫະກິດ ພວກເຮົາຈະມີລະບົບນິເວດຕິດພັນກັບອຳນາດການປົກຄອງ, ລະດັບວິສາຫະກິດ ແລະ ລະດັບສະຫະກອນ. ສະນັ້ນ, ຈຶ່ງຈະສ້າງໄດ້ຄວາມຄົບຊຸດໃນການຮ່ວມສຳພັນ ແລະ ສ້າງປະສິດທິຜົນ”.

        ທີ່ເວທີປາໄສ, ການນຳບັນດາກະຊວງ, ຂະແໜງການສູນກາງ, ນະຄອນ ໂຮ່ຈີມິນ ແລະ ບັນດາແຂວງເຂດທົ່ງພຽງແມ່ນ້ຳຂອງທາງພາກໃຕ້ ຫວຽດນາມ… ພ້ອມກັນຕີລາຄາ, ໄຈ້ແຍກ, ຍົກອອກມາດຕະການແກ້ໄຂເພື່ອເພີ່ມທະວີ, ສ້າງປະຖົມປັດໃຈເພື່ອຍູ້ແຮງການເຄື່ອນໄຫວຜະລິດ, ດຳເນີນທຸລະກິດໃຫ້ປີ 2022.

(ແຫຼ່ງຄັດຈາກ VOV)

ການ​ຮ່ວມ​ມື​ຢ່າງ​ແໜ້ນ​ແຟ້ນ​ລະ​ຫວ່າງ​ສະ​ຖາ​ບັນ​ຍຸ​ຕິ​ທຳ ຫວຽດ​ນາມ ແລະ ສະ​ຖາ​ບັນ​ຍຸ​ຕິ​ທຳ​ແຫ່ງ​ຊາດ ລາວ

ການ​ຮ່ວມ​ມື​ຢ່າງ​ແໜ້ນ​ແຟ້ນ​ລະ​ຫວ່າງ​ສະ​ຖາ​ບັນ​ຍຸ​ຕິ​ທຳ ຫວຽດ​ນາມ ແລະ ສະ​ຖາ​ບັນ​ຍຸ​ຕິ​ທຳ​ແຫ່ງ​ຊາດ ລາວ

ບົນພື້ນຖານການພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີແບບພິເສດ ແລະ ການຮ່ວມມືຮອບດ້ານ ລະຫວ່າງສອງປະເທດ ຫວຽດນາມ - ລາວ, ກວ່າ 2 ທົດສະວັດຜ່ານມາ, ສະຖາບັນຍຸຕິທຳ ຫວຽດນາມ ແລະ ສະຖາບັນຍຸຕິທຳລາວ ໄດ້ພ້ອມກັນຂຽນຕໍ່ເລື່ອງລາວທີ່ດີງາມກ່ຽວກັບການແບ່ງປັນພູມປັນຍາ, ການໜູນຊ່ວຍເຊິ່ງກັນແລະກັນ ໃນພາລະກິດ ກໍ່ສ້າງຖັນແຖວພະນັກງານກົດໝາຍໃຫ້ໝັ້ນຄົງເຂັ້ມແຂງ. ຈາກບັນດາການຢ້ຽມຢາມຄັ້ງທຳອິດ, ບັນດາຊຸດຮຽນທີ່ງ່າຍດາຍໃນຕົ້ນຊຸມປີ 2000, ຕະຫຼອດຮອດບັນດາໂຄງການຮ່ວມມືຂະໜາດໃຫຍ່, ການພົວພັນນັ້ນໄດ້ຮັບການເພີ່ມພູນຄູນສ້າງຢ່າງບໍ່ຢຸດຢັ້ງດ້ວຍນ້ຳໃຈສະຫາຍ, ອ້າຍນ້ອງທີ່ສະໜິດຕິດພັນ.

Top