• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

Latvia ມອບໂອນວັກຊິນກັນພະຍາດໂຄວິດ 19 ໃຫ້ແກ່ ຫວຽດນາມ

      ສະພາແຫ່ງຊາດ Latvia ຫາກໍ່ປະກາດຈະມອບໂອນວັກຊິນ Astra Zeneca 200.000 ໂດສ ໃຫ້ແກ່ຫວຽດນາມ.
 
ວັກຊິນກັນໂຄວິດ 19 ຂອງບໍລິສັດ AstraZeneca (ພາບ: PAP/TTXVN)
      ພາຍຫຼັງທີ່ທ່ານປະທານສະພາແຫ່ງຊາດຫວຽດນາມ ເວືອງດິນເຫ້ວ ໄດ້ສົ່ງຈົດໝາຍໄປຍັງປະທານສະພາແຫ່ງຊາດບັນດາປະເທດສະມາຊິກ ອີຢູ ເຂົ້າຮ່ວມກອງປະຊຸມບັນດາປະທານລັດຖະສະພາໂລກ ຈັດຂຶ້ນຢູ່ ໂອຕາລິດ ເມື່ອເດືອນກັນຍາປີ 2021  ກ່ຽວກັບເລື່ອງໜູນຊ່ວຍ, ແບ່ງປັນວັກຊິນກັບຫວຽດນາມ ນັ້ນ, ສະພາແຫ່ງຊາດ Latvia ຫາກໍ່ປະກາດຈະມອບໂອນວັກຊິນ Astra Zeneca 200.000 ໂດສ ໃຫ້ແກ່ຫວຽດນາມ. ກະຊວງການຕ່າງປະເທດ, ສາທາລະນະສຸກ ແລະ ບັນດາອົງການທີ່ກ່ຽວຂ້ອງຂອງຫວຽດນາມ ພວມຜັນຂະຫຍາຍບັນດາລະບຽບການທີ່ຈຳເປັນ ເພື່ອຊື້ ແລະ ຮັບຈຳນວນວັກຊິນດັ່ງກ່າວໃນໄລຍະເວລາໄວທີ່ສຸດ.
   ທ່ານປະທານສະພາແຫ່ງຊາດຫວຽດນາມ ເວືອງດິນເຫ້ວ ກໍ່ໄດ້ສົ່ງຈົດໝາຍຂອບໃຈ ມາຍັງ ທ່ານປະທານສະພາແຫ່ງຊາດ Latvia Inara Murniece ແລະ ບັນດາທ່ານສະມາຊິກລັດຖະສະພາ Latvia.
(ແຫຼ່ງຄັດຈາກ VOV)

ຫວຽດ​ນາມ ໃຫ້​ຄຳ​ໝັ້ນ​ສັນ​ຍາ​ປະ​ຕິ​ບັດ​ສົນ​ທິ​ສັນ​ຍາ ICCPR

ຫວຽດ​ນາມ ໃຫ້​ຄຳ​ໝັ້ນ​ສັນ​ຍາ​ປະ​ຕິ​ບັດ​ສົນ​ທິ​ສັນ​ຍາ ICCPR

ໃນໄລຍະຜ່ານມາ ຫວຽດນາມ ຍາມໃດກໍ່ຢຶດໝັ້ນກັບນະໂຍບາຍການຕ່າງປະເທດເປັນເອກະລາດ, ເປັນເຈົ້າຕອນເອງ, ສັນຕິພາບ, ການຮ່ວມມື ແລະ ພັດທະນາ, ເປັນເຈົ້າການ, ຕັ້ງໜ້າເຊື່ອມໂຍງເຂົ້າກັບສາກົນຢ່າງຮອບດ້ານ, ເລິກເຊິ່ງ.

Top