ວັນທີ14 ຕຸລາ, ທ່ານນາງ Kristalina Georgieva ຜູ້ອຳນວຍການໃຫຍ່ກອງທຶນເງິນຕາສາກົນ (IMF) ໄດ້ກ່າວເຕືອນວ່າ ບັນດາການບຸກໂຈມຕີວ່າງມໍ່ໆມານີ້ແນໃສ່ ຊາອຸດິອາຣາເບຍ ອາດຈະສົ່ງຜົນສະທ້ອນຕໍ່ປະຊາຊົນຢູ່ທົ່ວທຸກແຫ່ງ, ໃນສະພາບທີ່ການປະທະກັນເກີດຂຶ້ນຢູ່ເຂດມີພະລັງງານເປັນຈຳນວນຫຼາຍນີ້ພວມສ້າງຄວາມວິຕົກກັງວົນຕໍ່ພື້ນຖານເສດຖະກິດທົ່ວໂລກ.
ທ່ານນາງ Georgieva ໄດ້ຍົກອອກຄຳກ່າວເຕືອນດັ່ງກ່າວໃນສະພາບການການປະທະກັນລະຫວ່າງກຸ່ມພັນທະມິດໂດຍ ຊາອຸດິອາຣາເບຍ ນຳໜ້າ ແລະ ກຳລັງ Houthi ຢູ່ ເຢແມນ ໃນຊຸມມື້ຜ່ານມາໄດ້ເກີດຂຶ້ນຢ່າງຮ້າຍແຮງ, ດ້ວຍບັນດາການບຸກໂຈມຕີທີ່ແນໃສ່ບັນດາຮາກຖານຜະລິດພະລັງງານຢູ່ພາກພື້ນ. ຄວາມເຄັ່ງຕຶງທີ່ເພີ່ມຂຶ້ນນີ້ໄດ້ເຮັດໃຫ້ບັນດາຄວາມວິຕົກກັງວົນກ່ຽວກັບຜົນກະທົບຂອງວິກິດການຢູ່ ຕາເວັນອອກກາງ ຕໍ່ການເຕີບໂຕທົ່ວໂລກຮ້າຍແຮງຂຶ້ນຕື່ມ, ເມື່ອລາຄານ້ຳມັນດິບໄດ້ເພີ່ມຂຶ້ນສູງນັບແຕ່ເມື່ອຊ່ອງແຄບທະເລ Hormuz ຖືກປິດລ້ອມຍ້ອນການປະກັນລະຫວ່າງ ອາເມລິກາ - ອິດສະຣາແອັນ ແລະ ອີຣານ ເກີດຂຶ້ນແຕ່ເດືອນ ກຸມພາ.






