• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

Global Risk Insights: EVFTA ​ແລະ EVIPA ຈະສະໜອງບັນດາ​ຜົນ​ປະ​ໂຫຍ​ດ​ເພີ່ມ​ເຕີມ​ໃຫ້​ແກ່​ພື້ນຖານ​ເສດຖະກິດ ຫວຽດນາມ

ສັນຍາ 2 ສະບັບດັ່ງກ່າວ ຈະຊ່ວຍເປີດກວ້າງອັດຕາສ່ວນຜະລິດຕະພັນຂອງຫວຽດນາມ ໃນຕະຫຼາດ ອີຢູ ນັບທັງໄລຍະປານກາງ ແລະ ໄລຍະຍາວ. 

(ພາບປະກອບ: TTXVN)

  ໃນເວັບໄຊຂອງ Global Risk Insights (GRI) ຫາກໍລົງບົດຂຽນ ໂດຍໃຫ້ຂໍ້ສັງເກດກ່ຽວກັບ ສັນຍາການຄ້າເສລີ ລະຫວ່າງ ອີຢູ ກັບ ຫວຽດນາມ (EVFTA) ແລະ ສັນຍາອາລັກຂາການລົງທຶນ ລະຫວ່າງ ອີຢູ ກັບ ຫວຽດນາມ (EVIPA) ວ່າ ຈະມີຜົນກະທົບຢ່າງໃຫຍ່ຫຼວງຕໍ່ບັນດາບໍລິສັດສົ່ງອອກ, ນັກລົງທຶນຕ່າງປະເທດ ແລະ ຜູ້ບໍລິໂພກ ຢູ່ຫວຽດນາມ. ບົດຂຽນດັ່ງກ່າວ ໄດ້ຖືວ່າ ສັນຍາ EVFTA  ແລະ EVIPA ມີຄວາມໝາຍສໍາຄັນສໍາລັບ FDI ຂອງ ອີຢູ ຢູ່ ຫວຽດນາມ. ບັນດາຂໍ້ມູນໄດ້ຊີ້ໃຫ້ເຫັນວ່າ 70% ປະລິມານສິນຄ້າສົ່ງອອກຂອງຫວຽດນາມ ມີສ່ວນກ່ຽວຂ້ອງເຖິງ FDI. ດັ່ງນັ້ນ, ບັນດານັກລົງທຶນ ອີຢູ ກໍຈະໄດ້ຮັບຜົນປະໂຫຍດຈາກການເປີດກວ້າງກໍາລັງຄວາມສາມາດໃນການສົ່ງອອກ ຍ້ອນບັນດາລະດັບພາສີນໍາເຂົ້າຕໍ່າກວ່າ ໃນອີຢູ.

        ບົດຂຽນ ໄດ້ສະຫຼຸບວ່າ ສັນຍາ EVFTA  ແລະ EVIPA ຈະສະໜອງບັນດາຜົນປະໂຫຍດເພີ່ມເຕີມໃຫ້ແກ່ພື້ນຖານເສດຖະກິດຫວຽດນາມ. ແນ່ນອນວ່າ ບັນດາບໍລິສັດສົ່ງອອກຂອງຫວຽດນາມ ຈະໄດ້ສໍາຜັດກັບບຸລິມະສິດສໍາລັບຕະຫຼາດ ອີຢູ ທີ່ມີມູນຄ່າ 18.000 ຕື້ USD. ສັນຍາ 2 ສະບັບດັ່ງກ່າວ ຈະຊ່ວຍເປີດກວ້າງອັດຕາສ່ວນຜະລິດຕະພັນຂອງຫວຽດນາມ ໃນຕະຫຼາດ ອີຢູ ນັບທັງໄລຍະປານກາງ ແລະ ໄລຍະຍາວ. 

(ແຫຼ່ງຄັດຈາກ VOV)

ຫວຽດນາມ ເປັນເຈົ້າພາບຈັດກອງປະຊຸມສຸດຍອດ P4G ໃນປີ 2025

ຫວຽດນາມ ເປັນເຈົ້າພາບຈັດກອງປະຊຸມສຸດຍອດ P4G ໃນປີ 2025

ກອງປະຊຸມໂດຍລັດຖະບານ Colombia ຈັດຕັ້ງຂຶ້ນ, ດ້ວຍການເຂົ້າຮ່ວມຂອງຜູ້ແທນປະມານ 500 ທ່ານມາຈາກ 12 ປະເທດ ແລະ ບັນດາອົງການຄູ່ຮ່ວມມືຂອງ P4G.

Top