• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

GAVI ໃຫ້​ຄຳ​ໝັ້ນ​ສັນ​ຍາ ໜູນ​ຊ່ວຍ, ຮ່ວມ​ມື​ກັບ ຫວຽດ​ນາມ ໃນ​ໂຄງ​ການ​ວັກ​ຊິນ

ທ່ານນາຍົກລັດຖະມົນຕີ ໄດ້ສະແດງຄວມດີໃຈເມື່ອໄດ້ພົບປະກັບທ່ານ ນາງ Aurelia ຫງວຽນ ຢູ່ ຫວຽດນາມ ເມື່ອທ່ານນາງກັບມາ ເຂົ້າຮ່ວມລາຍການລະດູບານໃໝ່ແຫ່ງບ້ານເກີດເມືອງນອນຢູ່ ຫວຽດນາມ ໃນຖານະເປັນຄົນເຊື້ອຊາດຫວຽດນາມ.
  ທ່ານນາງ Aurelia ຫງວຽນ, ຫົວໜ້າແຜນຍຸດທະສາດໂຄງການຂອງ ສະຫະພັນທົ່ວໂລກ ກ່ຽວກັບວັກຊິນ ແລະ ການສັກວັກຊິນ ແລະ ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ (ພາບ: TTXVN)  

"GAVI ໃຫ້ຄຳໝັ້ນສັນຍາ ໜູນຊ່ວຍ, ຮ່ວມມືກັບ ຫວຽດນາມ ໃນໂຄງການວັກຊິນ" ນີ້ແມ່ນຄຳຢັ້ງຢືນຂອງທ່ານນາງ Aurelia ຫງວຽນ, ຫົວໜ້າແຜນຍຸດທະສາດໂຄງການຂອງ ສະຫະພັນທົ່ວໂລກ ກ່ຽວກັບວັກຊິນ ແລະ ການສັກວັກຊິນ (GAVI), ອະດີດຜູ້ອຳນວຍການຝ່າຍບໍລິຫານກົນໄກ COVAX (ກົນໄກຮັບປະກັນໄດ້ສຳຜັດກັບວັກຊິນທົ່ວໂລກ), ທີ່ການພົບປະກັບທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ໃນຕອນບ່າຍວັນທີ 13 ມັງກອນ, ຢູ່ຮ່າໂນ້ຍ.

ທ່ານນາຍົກລັດຖະມົນຕີ ໄດ້ສະແດງຄວມດີໃຈເມື່ອໄດ້ພົບປະກັບທ່ານ ນາງ Aurelia ຫງວຽນ ຢູ່ ຫວຽດນາມ ເມື່ອທ່ານນາງກັບມາ ເຂົ້າຮ່ວມລາຍການລະດູບານໃໝ່ແຫ່ງບ້ານເກີດເມືອງນອນຢູ່ ຫວຽດນາມ ໃນຖານະເປັນຄົນເຊື້ອຊາດຫວຽດນາມ.

ທ່ານນາຍົກລັດຖະມົນຕີ ໃຫ້ຂໍ້ສັງເກດວ່າ ພະຍາດໂຄວິດ - 19 ຍັງມີການຜັນແປຢ່າງສັບສົນ, ມີໄວຣັດສາຍພັນໃໝ່ XBB.15 ແຜ່ລະບາດໄວທີ່ສຸດ. ດັ່ງນັ້ນ, ທ່ານໄດ້ສະເໜີໃຫ້ GAVI  ແລະ ທ່ານນາງ Aurelia ຫງວຽນ  ຊ່ວຍແຈ້ງໃຫ້ຊາບກ່ຽວກັບສະພາບການພະຍາດໂຄວິດ - 19 ແລະ ທ່າອ່ຽງການສັກວັກຊິນໃນທົ່ວໂລກ, ພ້ອມທັງໃຫ້ຄຳປຶກສາ ແກ່ຫວຽດນາມ ກ່ຽວກັບແຜນການຈັດຊື້ ແລະ ສັກວັກຊິນ  ໃນໄລຍະຈະມາເຖິງ, ສືບຕໍ່ໜູນຊ່ວຍ ຫວຽດນາມ ຮັບມືກັບພະຍາດໂຄວິດ - 19, ໃນນັ້ນມີການສ້າງແຜນຍຸດທະສາດ, ສ້າງແຜນການ ແລະ ປະຕິບັດການຖ່າຍທອດເຕັກໂນໂລຢີວັກຊິນ mRNA ເພື່ອພັດທະນາ, ຜະລິດວັກຊິນ, ຜະລິດຕະພັນທາງຊີວະສິທະຍາຢູ່ ຫວຽດນາມ.

ສວ່ນທ່າງນາງ Aurelia ຫງວຽນ  ໃຫ້ຮູ້ວ່າ GAVI ໄດ້ກຽມພ້ອມ ແລະ ຫວັງວ່າຈະສືບຕໍ່ຮ່ວມມືກັບ ຫວຽດນາມ ຫຼາຍກ່ວາອີກ, ພັດທະນາວັກຊິນໃຫ້ໄດ້ຫຼາຍຊະນິດກ່ວາເພື່ອສຸຂະພາບຂອງປະຊາຊົນ.

 

(ແຫຼ່ງຄັດຈາກ VOV)

ທ່ານເລຂາທິການໃຫຍ່ ໂຕເລິມ ເຂົ້າຮ່ວມງານສະແດງສິລະປະ ຈົດຈຳຄຳສັ່ງສອນຂອງປະທານ ໂຮ່ຈີມິນ - ສຽງທະຫານເຄື່ອນທັບດັງກ້ອງ

ທ່ານເລຂາທິການໃຫຍ່ ໂຕເລິມ ເຂົ້າຮ່ວມງານສະແດງສິລະປະ “ຈົດຈຳຄຳສັ່ງສອນຂອງປະທານ ໂຮ່ຈີມິນ - ສຽງທະຫານເຄື່ອນທັບດັງກ້ອງ”

ບັນດາຜູ້ແທນໄດ້ຮັບຊົມບັນດາຮູບພາບກ່ຽວກັບຜົນງານທີ່ພົ້ນເດັ່ນໃນໄລຍະ 10 ປີແຫ່ງການປະຕິບັດຄຳສັ່ງເລກທີ 05 ຂອງກົມການເມືອງ ກ່ຽວກັບການຍູ້ແຮງການຮໍ່າຮຽນ ແລະ ປະຕິບັດຕາມແນວຄິດ, ຄຸນສົມບັດ, ວິຖີຊີວິດຂອງ ປະທານ ໂຮ່ຈີມິນ

Top