• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

G7 ໃຫ້​ຄຳ​ໝັ້ນ​ສັນ​ຍາ ແບ່ງ​ປັນ​ວັກ​ຊິນ​ກັນ​ພະ​ຍາ​ດ​ໂຄວິດ - 19 ຈຳ​ນວນ 150 ລ້ານ ໂດ​ສ ໃຫ້​ແກ່​ບັນ​ດາ​ປະ​ເທດ​ທຸກ​ຍາກ

ຕາມຖະແຫຼງການຮ່ວມ ໂດຍອັງກິດ - ປະທານໝູນວຽນ ກຸ່ມ G7 ປະກາດມາແລ້ວ, ບັນດາປະເທດ G7 ໃຫ້ຄຳໝັ້ນສັນຍາສະໜັບສະໜູນຕໍ່ການແບ່ງປັນວັກຊິນກັນພະຍາດໂຄວິດ - 19 ທີ່ປອດໄພ ແລະ ມີຄຸນນະພາບ ຈຳນວນ 150 ລ້ານໂດສ ດ້ວຍລາຄາເໝາະສົມໃນຂອບເຂດທົ່ວໂລກ. 
ວັກນຊິນພະຍາດໂຄວິດ - 19 ຂອງ Pfizer (ພາບ: AFP/TTXVN)

 ອະດີດການນຳໂລກ 100 ທ່ານ ໄດ້ສົ່ງຈົດໝາຍຮຽກຮ້ອງໃຫ້ ກຸ່ມບັນດາປະເທດອຸດສາຫະກຳພັດທະນາແຖວໜ້າໂລກ (G7) ໜູນຊ່ວຍຈຳນວນເງິນ 66 ຕື້ USD ໃຫ້ແກ່ໂຄງການສັກວັກຊິນກັນພະຍາດໂຄວິດ - 19 ຢູ່ບັນດາປະເທດທຸກຍາກ.

        ໂດຍຕອບສະໜອງຕາມຄຳຮຽກຮ້ອງຂອງອະດີດການນຳໂລກ 100 ທ່ານ, ກ່ອນດຳເນີນກອງປະຊຸມສຸດຍອດ G7, ລັດຖະມົນຕີກະຊວງສາທາລະນະສຸກ G7 ຢັ້ງຢືນວ່າ ຈະສະໜັບສະໜູນແນວຄວາມຄິດໜູນຊ່ວຍດ້ານການເງິນ ຜ່ານການແບ່ງປັນວັກຊິນໃຫ້ແກ່ບັນດາປະເທດທຸກຍາກ. ຕາມຖະແຫຼງການຮ່ວມ ໂດຍອັງກິດ - ປະທານໝູນວຽນ ກຸ່ມ G7 ປະກາດມາແລ້ວ, ບັນດາປະເທດ G7 ໃຫ້ຄຳໝັ້ນສັນຍາສະໜັບສະໜູນຕໍ່ການແບ່ງປັນວັກຊິນກັນພະຍາດໂຄວິດ - 19 ທີ່ປອດໄພ ແລະ ມີຄຸນນະພາບ ຈຳນວນ 150 ລ້ານໂດສ ດ້ວຍລາຄາເໝາະສົມໃນຂອບເຂດທົ່ວໂລກ. ການແບ່ງປັນວັກຊິນກັບບັນດາປະເທດທຸກຍາກ ຈະໄດ້ຮັບການປະຕິບັດຜ່ານໂຄງການ COVAX.

(ແຫຼ່ງຄັດຈາກ VOV)

ທ່ານປະທານສະພາແຫ່ງຊາດ ເຈິ່ນແທັງເໝີ້ນ ຈະໄປຢ້ຽມຢາມ ສະຫະພັນ ລັດເຊຍ ຢ່າງເປັນທາງການ

ທ່ານປະທານສະພາແຫ່ງຊາດ ເຈິ່ນແທັງເໝີ້ນ ຈະໄປຢ້ຽມຢາມ ສະຫະພັນ ລັດເຊຍ ຢ່າງເປັນທາງການ

ທ່ານປະທານສະພາແຫ່ງຊາດ ເຈິ່ນແທງເໝີ້ນ ຈະນຳໜ້າຄະນະຜູ້ແທນຂັ້ນສູງສະພາແຫ່ງຊາດ ຫວຽດນາມ ຈະໄປຢ້ຽມຢາມສະຫະພັນ ລັດເຊຍ ຢ່າງເປັນທາງການ ແຕ່ວັນທີ 08 – 11 ກັນຍາ.

Top