• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

G20 ເຫັນດີຕໍ່ກົນໄກລວມຕໍ່ເວລາການຊຳລະໜີ້ສິນໃໝ່ໃຫ້ແກ່ບັນດາປະເທດທຸກຍາກ

      ວັນທີ 13 ພະຈິກ, ບັນດາລັດຖະມົນຕີກະຊວງການເງິນກຸ່ມບັນດາພື້ນຖານເສດຖະກິດພັດທະນາ ແລະ ຫາກໍ່ພົ້ນເດັ່ນແຖວໜ້າໂລກ (G20) ເປັນຄັ້ງທຳອິດ ທີ່ຮັບຮອງເອົາກົນໄກລວມກ່ຽວກັບການແກ້ໄຂໜີ້ສິນຂອງບັນດາປະເທດພວມພັດທະນາ ທີ່ຖືກຜົນສະທ້ອນຢ່າງໜັກໜ່ວງຈາກໂລກລະບາດໂຄວິດ-19.

G20 ເຫັນດີຕໍ່ກົນໄກລວມຕໍ່ເວລາການຊຳລະໜີ້ສິນໃໝ່ໃຫ້ແກ່ບັນດາປະເທດທຸກຍາກ (ພາບປະກອບ / THX/TTXV)
      ຂໍ້ສະເໜີດັ່ງກ່າວ ໄດ້ຍົກອອກມາທີ່ກອງປະຊຸມລັດຖະມົນຕີການເງິນ ແລະ ຜູ້ວ່າການທະນາຄານສູນກາງ G20 ທີ່ດຳເນີນທາງອອນລາຍ. ຕາມນັ້ນແລ້ວ, ບັນດາຝ່າຍໄດ້ເຫັນດີຕໍ່ກົນໄກລວມ ເພື່ອຕໍ່ກຳນົດເວລາການຊຳລະໜີ້ສິນ ຫຼື ຫລຸດໜີ້ສິນລົງ ແມ່ນຂຶ້ນກັບແຕ່ລະກໍລະນີຂອງບັນດາປະເທດທີ່ມີຄວາມສ່ຽງ. ໃນເດືອນ ຕຸລາ ຜ່ານມາ, ທະນາຄານໂລກໃຫ້ຮູ້ວ່າ ໜີ້ສິນຂອງ 73 ປະເທດດ້ອຍພັດທະນາໃນທົ່ວໂລກປີ 2019 ໄດ້ເພີ່ມຂຶ້ນ 9,5% ຂຶ້ນເຖິງລະດັບບັນລຸສະຖິຕິ 744 ຕື້ USD. ເຈົ້າໜີ້ຂອງກຸ່ມປະເທດດັ່ງກ່າວ ສ່ວນຫລາຍແມ່ນບັນດາປະເທດ G20.
(ແຫຼ່ງຄັດຈາກ VOV)

ການນຳກະຊວງປ້ອງກັນຄວາມສະຫງົບ ຫວຽດນາມ ເຂົ້າອວຍພອນ ທ່ານ ພົນເອກ ວິໄລ ຫຼ້າຄຳຟອງ

ການນຳກະຊວງປ້ອງກັນຄວາມສະຫງົບ ຫວຽດນາມ ເຂົ້າອວຍພອນ ທ່ານ ພົນເອກ ວິໄລ ຫຼ້າຄຳຟອງ

ທ່ານ ພົນຕີ ເລ ກວກ ຮຸ່ງ, ຮອງລັດຖະມົນຕີ ກະຊວງປ້ອງກັນຄວາມສະຫງົບ ຫວຽດນາມ, ປະທານກອງປະຊຸມ ຫວຽດນາມ-ລາວ ໃນກຳລັງປ້ອງກັນຄວາມສະຫງົບປະຊາຊົນ, ໄດ້ເຂົ້າຢ້ຽມຢາມ ແລະ ອວຍພອນ ທ່ານ ພົນເອກ ວິໄລ ຫຼ້າຄຳຟອງ, ກຳມະການກົມການເມືອງສູນກາງພັກ, ຜູ້ປະຈຳການຄະນະເລຂາທິການສູນກາງພັກ.

Top