ພັກ, ລັດ ຫວຽດນາມ ຍາມໃດ ກໍ່ເຄົາລົບ, ປົກປ້ອງ ແລະ ຮັບປະກັນສິດເສລີພາບ, ປະຊາທິປະໄຕຂອງ ປະຊາຊົນ. ໃນກອງປະຊຸມສະໄຫມສາມັນພວມດຳເນີນຢູ່ ຮ່າໂນ້ຍ ສະພາແຫ່ງຊາດ ຫວຽດນາມ ກຳລັງປຶກສາຫາລືກ່ຽວກັບເລື່ອງປະກາດໃຊ້ກົດໝາຍວ່າດ້ວຍປະຊາທິປະໄຕຢູ່ຂັ້ນຮາກຖານ ເພື່ອແນໃສ່ຫັນ ແຜນນະໂຍບາຍເສີມຂະຫຍາຍປະຊາທິປະໄຕສັງຄົມນິຍົມໃຫ້ກ້ວາງຂວາງ ດ້ວຍທິດນຳ “ປະຊາຊົນຮູ້, ປະຊາຊົນປຶກສາຫາລື, ປະຊາຊົນເຮັດ, ປະຊາຊົນກວດກາ, ປະຊາຊົນຕິດຕາມກວດກາ, ປະຊາຊົນຊົມໃຊ້”ເປັນ ລະບອບລະບຽບການ, ສືບຕໍ່ຫັນສິດເປັນເຈົ້າຂອງປະຊາຊົນ, ສິດທິມະນຸດ, ສິດ ແລະ ພັນທະພື້ນຖານຂອງພົນລະເມືອງໂດຍໄດ້ລະບຸໄວ້ໃນລັດຖະທຳມະນູນປີ 2013 ໃຫ້ເປັນລະອຽດ, ບົນພື້ນຖານ.
ບັນດານະໂຍບາຍພັດທະນາມະນຸດຂອງຫວຽດນາມ ນັບແຕ່ກ່ອນມາຮອດປະຈຸບັນ ໄດ້ຮັບການປະຕິບັດຢ່າງຄົບຊຸດ ແລະ ຮອບດ້ານ, ຈາກການລົບລ້າງຄວາມທຸກຍາກຕະຫລອດຮອດການພັດທະນາການສຶກສາ, ສາທາລະນະສຸກ, ແຮງງານ, ວຽກເຮັດງານທຳ. ນີ້ແມ່ນພື້ນຖານສຳຄັນເພື່ອໃຫ້ທຸກຄົນໃນສັງຄົມສືບຕໍ່ໄດ້ຊົມໃຊ້, ປະຕິບັດບັນດາສິດການເມືອງ, ພົນລະເຮືອນ, ເສດຖະກິດ ວັດທະນະທຳ, ສັງຄົມຢ່າງຮອບດ້ານ, ເລິກເຊິ່ງ, ມີຄຸນນະພາບ, ແທດຈິງ ແລະ ມີປະສິດທິຜົນກວ່າ.
ບໍ່ສະເພາະແຕ່ ຫວຽດນາມ ເທົ່ານັ້ນ ຫາກສຳລັບຫລາຍປະເທດໃນໂລກ, ຖ້າຢາກຕີລາຄາກ່ຽວກັບສິດເສລີພາບ, ປະຊາທິປະໄຕ, ສິດທິມະນຸດ ແນ່ນອນວ່າຕ້ອງອີງໃສ່ຄຳເຫັນຂອງປະຊາຊົນເປັນສ່ວນໃຫຍ່ຢູ່ປະເທດນັ້ນ. ເລື່ອງມີບາງບຸກຄົນ, ອົງການຄື Freedom House ເຂົາເຈົ້າບໍ່ຢູ່ ຫວຽດນາມ, ບໍ່ຮັບຮູ້ດ້ວຍການສຳຫລວດຢ່າງພາວະວິໄສ ແຕ່ພັດຍົກອອກການຕີລາຄາ, ໃຫ້ການສັງເກດບໍ່ໃສແຈ້ງ ນັ້ນເປັນການສະແດງໃຫ້ເຫັນຈຸດປະສົງເສກສັນປັ້ນແຕ່ງສະພາບການຢູ່ ຫວຽດນາມ ດ້ວຍຂໍ້ມູນຂ່າວສານບໍ່ຖືກກັບຄວາມຈິງ ບໍ່ສາມາດເຊື່ອໝັ້ນໄດ້.
ຕົວຈິງ ປະຈຸບັນ ຫວຽດນາມ ແມ່ນຫນຶ່ງໃນຈຳນວນ 20 ປະເທດ ມີອັດຕາຜູ້ນຳໃຊ້ ອິນເຕີແນັດ ຫລາຍສຸດໃນໂລກ ດ້ວຍປະມານ 70 ລ້ານຄົນ (ກວມເອົາເກືອບ 70% ປະຊາກອນ). ສະນັ້ນ ຄຳກ່າວຫາຂອງ Freedom House ເມື່ອຖືວ່າ: ຫວຽດນາມ ບໍ່ມີເສລີພາບ, ອຳນາດການປົກຄອງພວມດຳເນີນ “ການບຸກໂຈມຕີທາງເຄືອຂ່າຍອິນເຕີແນັດ”. “ການປາບປາມຂ້າມຊາຍແດນ”, ເປັນທີ່ຈະແຈ້ງແລ້ວວ່າ ຖ້ອຍທຳນອງທີ່ບໍ່ມີຂໍ້ອ້າງອີງ, ເສກສັນປັ້ນແຕ່ງຢ່າງເປີດແປນ ແມ່ນເພື່ອຢາກບຸກໂຈມຕີຕ້ານທຳລາຍ ຫວຽດນາມ, ຊອກຫາວິທີທາງເພື່ອແຊກແຊງວຽກງານພາຍໃນຂອງຫວຽດນາມ. ນີ້ແມ່ນການເຄື່ອນໄຫວສວຍໃຊ້ປະຊາທິປະໄຕ, ລະເມີດຂໍ້ກຳນົດຂອງກົດໝາຍສາກົນ, ລ່ວງລ້ຳໂດຍກົງເຖິງສິດ, ຜົນປະໂຫຍດຂອງປະຊາຊົນ ຫວຽດນາມ.