• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

Festival ມໍຣະດົກກວາງນາມ-ແຫ່ງເຕົ້າໂຮມບັນດາຄຸນຄ່າວັດທະນະທຳທີ່ພົ້ນເດັ່ນ

      ດ້ວຍຫົວຂໍ້ວ່າ: “ເສັ້ນທາງເຊື່ອມຕໍ່ມໍຣະດົກ“, Festival ມໍຣະດົກກວາງນາມ, ຄັ້ງທີ 6 – 2017, ໄຂຂຶ້ນໃນຕອນຄຳ່ວັນທີ 9/6, ຢູ່ຫາດຊາຍທະເລ ຕາມແທງ, ນະຄອນ ຕາມກີ່. Festival ມໍຣະດົກກວາງນາມ ຄັ້ງທີ 6 – 2017

ລາຍການສະແດງສີລະປະ ທີ່ Festival
      ແມ່ນໂອກາດເພື່ອເພີ່ມທະວີການພົວພັນລະຫວ່າງ ກວາງນາມ, ຫວຽດນາມ  ກັບບັນດາອົງການຈັດຕັ້ງສາກົນ, ບັນດາທ້ອງຖີ່ນທັງຢູ່ພາຍໃນ ແລະ ຕ່າງປະເທດ ກ່ຽວກັບການອະນຸລັກຮັກສາ, ເສີມຂະຫຍາຍບັນດາຄຸນຄ່າມໍຣະດົກວັດທະນະທຳ; ຍູ້ແຮງການພົວພັນ, ການຮ່ວມມືດ້ານວັດທະນະທຳ, ກິລາ ແລະ ການທ່ອງທ່ຽວກັບບັນດາປະເທດໃນພາກພື້ນ ແລະ ເພື່ອນມິດສາກົນ, ຜ່ານນັ້ນແນະນຳຄວາມສາມາດບົ່ມຊ້ອນດ້ານການທ່ອງທ່ຽວ, ສີສັນວັດທະນະທຳຂອງບັນດາເຜົ່າ ຫວຽດນາມ ແລະ ຂອງແຂວງ ກວາງນາມ. ກ້າວໄປເຖິງການກໍ່ສ້າງກວາງນາມ ໃຫ້ກາຍເປັນສູນທ່ອງທ່ຽວຂອງ ຫວຽດນາມ ແລະ ພາກພື້ນ. ກ່າວຄວາມເຫັນຢູ່ທີ່ນີ້, ທ່ານຮອງນາຍົກລັດຖະມົນຕີ ຫວູດຶກດາມ,ເນັ້ນໜັກວ່າ:
          “ໂດຍບໍ່ແມ່ນແຫ່ງທີ່ມີບັນດາເງື່ອນໄຂສະດວກທີ່ສຸດກ່ຽວກັບການພັດທະນາການທ່ອງທ່ຽວ ແລະ ເສດຖະກິດ, ແຕ່ກວາງນາມ ໄດ້ກໍ່ສ້າງພາບພົດທີ່ເປັນເອກະລັກສະເພາະໃຫ້ຕົນໃນການພັດທະນາການທ່ອງທ່ຽວເວົ້າສະເພາະ ແລະ ການພັດທະນາເສດຖະກິດສັງຄົມເວົ້າລວມ. ງານບຸນ “ກວາງນາມ - ເສັ້ນທາງມໍຣະດົກ“ເປັນການພິສູດໃຫ້ເຫັນສິ່ງດັ່ງກ່າວ. ງານບຸນບໍ່ພຽງແຕ່ໂຄສະນາພາບພົດ ກວາງນາມ ທີ່ເຕັມໄປດ້ວຍຄວາມສາມາດບົ່ມຊ້ອນ, ພະລັງຊີວິດ, ຄວາມສຸດຈິດສຸດໃຈ ແລະ ຄວາມສະໜິດສະໜົມເທົ່ານັ້ນ, ຫາກງານບຸນຍັງເປີດກວ້າງການເຊື່ອມຈອດ, ແນະນຳຮູບພາບ, ມໍຣະດົກຂອງບັນດາທ້ອງຖີ່ນທັງຢູ່ພາຍໃນ ແລະ ຕ່າງປະເທດອີກດ້ວຍ“.
          ໂດຍດຳເນີນໃນລະຫວ່າງວັນທີ 7-14/6, Festival ມໍຣະດົກກວາງນາມ ຄັ້ງທີ 6 ມີ 22 ເຫດການວັດທະນະທຳ ສິລະປະທີ່ພົ້ນເດັ່ນ, ເຊື່ອມຕໍ່ບັນດາມໍຣະດົກວັດທະນະທຳຂອງແຂວງ ກວາງນາມ ກັບບັນດາມໍຣະດົກຂອງບັນດາແຂວງ, ນະຄອນຂອງ ຫວຽດນາມ ແລະ ຫຼາຍປະເທດ, ເຂດເຄວ້ນຢູ່ໃນໂລກ. ບັນດາເຫດການວັດທະນະທຳ ສິລະປະ ຢູ່ Festival ມໍຣະດົກກວາງນາມ ຄັ້ງທີ 6 ຈະຖືກຈັດຂຶ້ນຢູ່ທຸກເມືອງ, ເທດສະບານໃນແຂວງ ກວາງນາມ ເພື່ອແນໃສ່ສົ່ງສານກ່ຽວກັບການອະນຸລັກຮັກສາ, ເສີມຂະຫຍາຍຄຸນຄ່າວັດທະນະທຳທີ່ພົ້ນເດັ່ນຂອງມໍຣະດົກຕ່າງໆໃນແຂວງ ກວາງນາມ ເວົ້າສະເພາະ ແລະ ຂອງ ຫວຽດນາມ ເວົ້າລວມເຖິງມະຫາຊົນທັງຢູ່ພາຍໃນ ແລະ ຕ່າງປະເທດ.
(ແຫຼ່ງຄັດຈາກ VOV)

ທ່ານ​ເຈິ່ນ​ເກິມ​ຕູ ຜູ້​ປະ​ຈຳ​ການ​ຄະ​ນະ​ເລ​ຂາ​ທິ​ການ ໃຫ້​ການ​ຕ້ອນ​ຮັບ​ຄະ​ນະ​ພະ​ນັກ​ງານ​ຂັ້ນ​ສູງ ພັກ​ປະ​ຊາ​ຊົນ​ປະ​ຕິ​ວັດ​ລາວ

ທ່ານ​ເຈິ່ນ​ເກິມ​ຕູ ຜູ້​ປະ​ຈຳ​ການ​ຄະ​ນະ​ເລ​ຂາ​ທິ​ການ ໃຫ້​ການ​ຕ້ອນ​ຮັບ​ຄະ​ນະ​ພະ​ນັກ​ງານ​ຂັ້ນ​ສູງ ພັກ​ປະ​ຊາ​ຊົນ​ປະ​ຕິ​ວັດ​ລາວ

ທ່ານ ຄຳ​ຟອງ ອິນ​ມາ​ນີ ມີ​ຄວາມ​ຫວັງ​ຢ່າງ​ຍິ່ງ​ວ່າ ສອງ​ພັກ, ສອງ​ລັດ ຈະສືບ​ຕໍ່​ເພີ່ມ​ທະ​ວີ​ການ​ຮ່ວມ​ມື, ແລ​ກ​ປ່ຽນ​ປະ​ສົບ​ການ, ແບ່ງ​ປັນ​ບັນ​ດາ​ຜົນ​ສຳ​ເລັດ ແລະ ບົດ​ຮຽນ​ພຶດ​ຕິ​ກຳ ຕົວ​ຈິງ, ເພີ່ມ​ພູນ​ຄູນ​ສ້າງ​ການ​ພົວ​ພັນ​ສາ​ມັກ​ຄີ​ແບບ​ພິ​ເສດ ລາວ - ຫວຽດ​ນາມ ຢ່າງ​ຕໍ່​ເນື່ອງ​ໃຫ້​ນັບ​ມື້​ນັບ​ເຂົ້າ​ສູ່​ລວງ​ເລິກ, ແທດ​ຈິງ ແລະ ມີ​ປະ​ສິດ​ທິ​ຜົນ.

Top