• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

FAO ກ່າວ​ເຕືອນ​ຜົນ​ກະ​ທົບ​ເຖິງ​ເຄືອ​ຂ່າຍ​ກະ​ສິ​ກຳ ແລະ ສະ​ບຽງ​ອ​າ​ຫານ​ທົ່ວ​ໂລກ

ວັນ​ທີ 26 ພຶດ​ສະ​ພາ, ຢູ່​ສະ​ໂມ​ສອນ​ໃຫຍ່​ຂອງ​ອົງ​ການ​ອາ​ຫານ ແລະ ​ການກະ​ເສດ ແຫ່ງ ສ​ປ​ຊ (FAO) ຢູ່​ນະ​ຄອນຫຼວງ ຣົມ ຂອງ ອີ​ຕາ​ລີ, ໄດ້​ດຳ​ເນີນ​ເຫດ​ການ​ພິ​ເສດ​ໜຶ່ງ ໂດຍ​ພາຍ​ໃຕ້​ການ​ເປັນ​ປະ​ທານ​ຂອງ​ລັດ​ຖະ​ບານ ແອັດ​ສະ​ປາຍ, ດ້ວຍ​ຫົວ​ຂໍ້ “ຄວາມ​ໝັ້ນ​ຄົງ​ດ້ານ​ສະ​ບຽງ​ອາ​ຫານ ແລະ ໂພ​ຊະ​ນະ​ການ​ພາຍ​ໃຕ້​ກຳ​ລັງ​ກົດ​ດັນ: ຜົນ​ຕາມ​ມາ​ຈາກ​ການ​ປະ​ທະ​ກັນ​ຢູ່​ຕາ​ເວັນ​ອອກ​ກາງ”.
  ​ເຫດ​ການ​ “ຄວາມ​ໝັ້ນ​ຄົງ​ດ້ານ​ສະ​ບຽງ​ອາ​ຫານ ແລະ ໂພ​ຊະ​ນະ​ການ​ພາຍ​ໃຕ້​ກຳ​ລັງ​ກົດ​ດັນ: ຜົນ​ຕາມ​ມາ​ຈາກ​ການ​ປະ​ທະ​ກັນ​ຢູ່​ຕາ​ເວັນ​ອອກ​ກາງ” ທີ່​ດຳ​ເນີນ​ໃນວ​ັນ​ທີ 26/5/2026 (ພາບ: REUTERS/Yara Nardi)  

ໃນ​ເຫດ​ການ​ນີ້, ທ່ານ ຈຸຍ​ຕຸງ​ອຸ​ຍ ຜູ້​ອຳ​ນວຍ​ການ​ໃຫຍ່ FAO ໄດ້​ເນັ້ນ​ໜັກ​ວ່າ ໂລກ​ພວມ​ເຫັນ​ປ​ະ​ຈັກ​ຕາ​ການ​ປະ​ທະ​ກັນ​ດ້ານ​ພູ​ມີ​ສາດ​ການ​ເມືອງ ເຊິ່ງ​ແມ່ນ​​ຄວາມ​ສະ​ທົກ​ສະ​ທ້ານ​ທີ່​ມີ​ລັກ​ສະ​ນະ​ເປັນ​ລະ​ບົບ​ແນ​ໃສ່​ເຄືອ​ຂ່າຍ​ກະ​ສິ​ກຳ ແລະ ສະ​ບຽງ​ອາ​ຫານ​ທົ່ວ​ໂລກໂດຍ​ກົງ. ທ່ານ​ກໍ​ໄດ້​ໃສ່​ໃຈ​ວ່າ ຜົນ​ກະ​ທົບ​ທີ່​ໃຫຍ່ຫຼວງ​ທີ່​ສຸດ ບໍ່​ໄດ້​ມາ​​ໃນ​ທັນ​ທີ ຫາກ​ໄດ້​ປະ​ກົດ​ຂຶິ້ນ​ຢ່າງ​ຈະ​ແຈ້ງ​ໃນ​ໄລ​ຍະ​ປູກ​ຝັງ ແລະ ເກັບ​ກ່ຽວໃນ​ປີ 2026 – 2027, ເມື່ອ​ຜົນ​ລະ​ປູກຫຼຸດ​ລົງ​ຢ່າງ​ແຮງ ຍ້ອນ​ຂາດເຂີນ​ປຸ​ຍ໋.

ໂດຍ​ມີ​ທັດ​ສະ​ນະ​ຄື​ກັນ, ທ່ານ Pedro Sánchez ນາ​ຍົກ​ລັດ​ຖະ​ມົນ​ຕີ ແອັດ​ສະ​ປາຍ ໄດ້​ຍົກ​ໃຫ້​ເຫັນ​ຢ່າງ​ຈະ​ແຈ້ງ​​ເຖິງຜົນ​ກະ​ທົບ​ໂດຍ​ກົງ​ຈາກ​ການ​ປິດ​ຊ່ອງ​ແຄບ​ທະ​ເລຍຸດ​ທະ​ສາດ Hormuz ເຮັດ​ໃຫ້​​ລາ​ຄາ​ປຸ໋ຍ ເພີ່ມ​ຂຶ້ນ​ເຖິງ 50%, ສົ່ງ​ຜົນ​ກະ​ທົບ​ຢ່າງ​ໜັກ​ໜ່ວງ​ເຖິງ​ວິ​ທີ​ຫາ​ເງິນ​ລ້ຽງ​ຊີບ​ຂອງ​ຊາວ​ກະ​ສິ​ກອນ​ນັບ​ລ້ານ​ຄົນ​ໃນ​ທົ່​ວ​ໂລກ.

ຕາມ FAO ແລ້ວ, ບັນ​ດາ​ປະ​ເທດ​ທີ່​ເອື່ອຍ​ອີງ​ການ​ນຳ​ເຂົ້າ​ທັນ​ຍາ​ຫານ​ຈາກ ອາ​ຟະ​ລິ​ກາ ແລະ ອາ​ຊີ ຢ່າງ​ສິ້ນ​ເຊີງ​ນັ້ນ ພວມ​ຖືກ​ຜົນ​ກະ​ທົບ​ຄວບ​ຄູ່ ຈາກ​ໄພ​ເງິນ​ເຟີ້, ໜີ້​ສິນ​ສ​າ​ທາ​ລະ​ນະ ແລະ ປະ​ກົດ​ການ​ສະ​ພາບ​ດິນ​ຟ້າ​ອາ​ກາດ El Nino ​ທີ່ເກີດ​ມີ​ການ​ປ່ຽນ​ແປງ​ຢ່າງ​ຮຸນ​ແຮງ.

(ແຫຼ່ງຄັດຈາກ VOV)

ກວາງງ້າຍ ຍູ້ແຮງການນຳໃຊ້ການຫັນເປັນດີຈີຕອນຕ້ານການຂຸດຄົ້ນ IUU

ກວາງງ້າຍ ຍູ້ແຮງການນຳໃຊ້ການຫັນເປັນດີຈີຕອນຕ້ານການຂຸດຄົ້ນ IUU

100% ຍານພະຫະນະໃນບໍລິເວນລ້ວນແຕ່ມີຂໍ້ມູນຢ່າງຄົບຖ້ວນ. ບັນດາເອກະສານກ່ຽວຂ້ອງເຖິງກຳປັ່ນຫາປາ ແລະ ຍານພາຫະນະກ່ອນທີ່ຈະອອກຈາກທ່າເຮືອ ກຳລັງປ້ອງກັນຊາຍແດນ ລ້ວນແຕ່ຕ້ອງໄດ້ການກວດກາ

Top