• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

EVFTA ສ້າງກາລະໂອກາດດຳເນີນທຸລະກິດໃຫ້ແກ່ ແບນຊິກ ແລະ ຫວຽດນາມ

ວັນທີ 13 ກໍລະກົດ, ສຳພັນທະມິດ ແບນຊິກ - ຫວຽດນາມ (BVA) ໄດ້ສົມທົບກັບສະຫະສະມາຄົມວິສາຫະກິດ ແບນຊິກ - Luxembourg ປະຈຳ ຫວຽດນາມ (Beluxcham) ຈັດຕັ້ງກອງປະຊຸມສຳມະນາທາງອອນລາຍກ່ຽວກັບກາລະໂອກາດການດຳເນີນທຸລະກິດ ແລະ ການລົງທຶນສຳລັບ ແບນຊິກ ແລະ ຫວຽດນາມ.

 (ພາບປະກອບ/TTXVN)

ກ່າວຄຳເຫັນນະທີ່ນີ້ິ້, ທ່ານ ຫວູແອັງກວາງ, ເອກອັກຄະລັດຖະທູດ ຫວຽດນາມ ປະຈຳລາຊະອານາຈັກ ແບນຊິກ, ຫົວໜ້າຄະນະຜູ້ຕາງໜ້າ ຫວຽດນາມ ປະຈຳ ອີຢູ ໄດ້ຕີລາຄາສູງ EVFTA - ແມ່ນສັນຍາທັນສະໄໝ, ຮອບດ້ານ ແລະ ມີຄວາມບົ່ມຊ້ອນທີ່ສຸດ ທີ່ເຄີຍໄດ້ເຊັນລະຫວ່າງ ອີຢູ ແລະ ປະເທດພວມພັດທະນາ, ເຊິ່ງຈະສ້າງກຳລັງໜູນຢ່າງແຮງ ໃຫ້ແກ່ການພົວພັນດ້ານການຄ້າ ຫວຽດນາມ - ອີຢູ ເວົ້າລວມ ແລະ ຫວຽດນາມ - ແບນຊິກ ເວົ້າສະເພາະ. ທ່ານເອກອັກຄະລັດຖະທູດ ຫວູແອັງກວາງ ປາດຖະໜາວ່າ ຫວຽດນາມ ແລະ ແບນຊິກ ຈະເພີ່ມທະວີດ້ານການຄ້າ ແລະ ການລົງທຶນ 2 ຝ່າຍ ໃນບັນດາຂົງເຂດທີ່ມີຜົນປະໂຫຍດຮ່ວມ ແລະ ໜູນຊ່ວຍເຊິ່ງກັນ ແລະ ກັນ ຄືກະສິກຳອັດສະລິຍະ, ຮັບປະກັນສຸຂະອະນາໄມດ້ານສະບຽງອາຫານ, ເຕັກໂນໂລຊີສິ່ງແວດລ້ອມ, ພາລະທິການ…ແລະ ມຸ່ງໄປເຖິງບັນດາເປົ້າໝາຍລວມ ແມ່ນການເຕີບໂຕພັດທະນາແບບຍືນຍົງໄລຍະຫລັງໂຄວິດ-19.

        ສ່ວນທ່ານນາງ Axelle Nicaise, ຮອງຫົວໜ້າຄະນະຜູ້ຕາງໜ້າ ອີຢູ ປະຈຳ ຫວຽດນາມ ໄດ້ຕີລາຄາຕະຫລາດ ຫວຽດນາມ ຈະມີການປັບປຸງຫລາຍຢ່າງ ແລະ ເປັນປົກກະຕິກ່ຽວກັບດ້ານນິຕິກຳກ່ວາ, ສະນັ້ນ ຈະດຶງດູດໄດ້ບັນດາການລົງທຶນ, ພ້ອມກັນນັ້ນ ບັນດາຄຳໝັ້ນສັນຍາພັດທະນາແບບຍືນຍົງຈາກຝ່າຍ ຫວຽດນາມ ຈະໄດ້ຮັບການປະຕິບັດ ເມື່ອສັນຍາ EVFTA ມີຜົນສັກສິດ, ສ້າງສະພາບແວດລ້ອມແຫ່ງການດຳເນີນທຸລະກິດໃຫ້ນັບມື້ນັບສະດວກກ່ວາ.

(ແຫຼ່ງຄັດຈາກ VOV)

ມາ​ນະ​ພະ​ຍາ​ຍາມ​ນຳ​ກາ​ນ​ພົວ​ພັນ ຫວຽດ​ນາມ - ລາວ ​ກ້າວ​ເຂົ້​າ​ສູ່​ໜ້າ​ປະ​ຫວັດ​ສາດ​ໃໝ່, ນັບ​ມື້​ນັບ​ພັດ​ທະ​ນາ​ຢ່າງ​ແຮງ, ມີ​ຄວາມ​ສະ​ໜິດ​ແໜ້ນ​ກ່​ວາ

ມາ​ນະ​ພະ​ຍາ​ຍາມ​ນຳ​ກາ​ນ​ພົວ​ພັນ ຫວຽດ​ນາມ - ລາວ ​ກ້າວ​ເຂົ້​າ​ສູ່​ໜ້າ​ປະ​ຫວັດ​ສາດ​ໃໝ່, ນັບ​ມື້​ນັບ​ພັດ​ທະ​ນາ​ຢ່າງ​ແຮງ, ມີ​ຄວາມ​ສະ​ໜິດ​ແໜ້ນ​ກ່​ວາ

ສ່ວນທ່ານ ທອງສະຫວັນ ພົມວິຫານ ລັດຖະມົນຕີກະຊວງການຕ່າງປະເທດ ລາວ ກໍ່ເຫັນດີເປັນເອກະພາບຕໍ່ບັນດາເນື້ອໃນແລກປ່ຽນຂອງ ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ, ທ່ານຢັ້ງຢືນວ່າ ສອງປະເທດຈະສືບຕໍ່ຮ່ວມມືກັນ, ປະສານສົມທົບກັນຢ່າງແໜ້ນແຟ້ນໃນບັນດາບັນຫາພາກພື້ນ ແລະ ສາກົນ.

Top