• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

EVFTA ຊ່ວຍ​​ເປີດ​ກະ​ແສ​ເງິນ​ລົງ​ທຶນ FDI ທີ່​ມີ​ຄຸນ​ນະ​ພາບ​ສູງ​ຈາກ EU ເຂົ້າ ຫວຽດ​ນາມ

ທ່ານ ຫງວຽນດຶກແທັງ ທູດການຄ້າຫວຽດນາມ ປະຈຳອີຕາລີ ໄດ້ໃຫ້ຂໍ້ສັງເກດວ່າ ສັນຍາການຄ້າເສລີ ຫວຽດນາມ - ສະຫະພາບເອີລົບ (EVFTA)ຈະມີຜົນສັກສິດໃນວັນທີ 1 ສິງຫາ ນັ້ນຈະສ້າງກາລະໂອກາດເປີດກ້ວາງໃຫ້ຫວຽດນາມໄດ້ສຳຜັດກັບຕະຫຼາດທີ່ມີປະຊາກອນ 450 ລ້ານຄົນ, ພ້ອມທັງເປີດກະແສເງິນລົງທຶນໂດຍກົງຈາກຕ່າງປະເທດ (FDI) ທີ່ມີຄຸນນະພາບສູງຈາກ EU ເຂົ້າຫວຽດນາມ.

ພາບປະກອບ: TTXVN
 

ໃນສະພາບການໂລກລະບາດ ຄືໃນປັດຈຸບັນ, ວົງການນັກໄຈ້ແຍກໄດ້ດັດປັບການຄາດຄະເນ ລະດັບເພີ່ມວົງເງິນສົ່ງອອກຂອງຫວຽດນາມ ໄປຍັງ EU ເມື່ອທຽບໃສ່ກັບໄລຍະກ່ອນເກີດໂລກລະບາດ , ຕາມນັ້ນແລ້ວ, ອາດຈະເພີ່ມຂຶ້ນພຽງແຕ່ປະມານ 5% ໃນປີ 2020 ແລະ ເລີ່ມເພີ່ມຂຶ້ນຄືນໃໝ່ນັບແຕ່ປີ 2021.

        ຕາມທ່ານ ຫງວຽນດຶກແທັງແລ້ວ, ໃນເດືອນສິງຫາຈະມາເຖິງ, ເມື່ອບັນດາຄຳໝັ້ນສັນຍາ ຂອງ EVFTA ມີຜົນສັກສິດຢ່າງເປັນທາງການ ກໍ່ແມ່ນໄລຍະທີ່ ພື້ນຖານເສດຖະກິດ Eu ເວົ້າສະເພາະ ແລະ ເສດຖະກິດໂລກເວົ້າລວມ ຄາດຄະເນວ່າຈະກ້າວເຂົ້າສູ່ສະພາບການທີ່ເປັນປົກກະຕິໃໝ່, EVFTA ຈະສ້າງທ່າໄດ້ປຽບໃຫຍ່ຫຼາຍຢ່າງ, ເປັນຕົ້ນແມ່ນທ່າໄດ້ປຽບກ່ຽວກັບພາສີອາກອນ ໃຫ້ແກ່ບັນດາວິສາຫະກິດ ຫວຽດນາມ ແລະ EU.

(ແຫຼ່ງຄັດຈາກ VOV)

ທ່ານເລຂາທິການໃຫຍ່, ປະທານປະເທດ ໂຕເລິມ ຈະເດີນທາງໄປຢ້ຽມຢາມສະຫະພັນ ລັດເຊຍ ແລະ ສ.ຝລັ່ງ

ທ່ານເລຂາທິການໃຫຍ່, ປະທານປະເທດ ໂຕເລິມ ຈະເດີນທາງໄປຢ້ຽມຢາມສະຫະພັນ ລັດເຊຍ ແລະ ສ.ຝລັ່ງ

ການຢ້ຽມຢາມ 2 ປະເທດດັ່ງກ່າວຄັ້ງນີ້ຂອງທ່ານເລຂາທິການໃຫຍ່, ປະທານປະເທດ ໂຕເລິມ ປະຕິບັດຕາມຄຳເຊື້ອເຊີນຂອງທ່ານ Vladimir Putin ປະທານາທິບໍດີ ສະຫະພັນ ລັດເຊຍ ແລະ ທ່ານ Emmanuel Macron, ປະທານາທິບໍດີ ສ.ຝລັ່ງ.

Top