• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

EU ໃຫ້​ຄຳ​ໝັ້ນ​ສັນ​ຍາ​ຮັບ​ປະ​ກັນ​ລັກ​ສະ​ນະ​ຍືນ​ຍົງ​ໃນ​ການ​ລົງ​ທຶນ​ຢູ່ ຫວຽດ​ນາມ

ຕອນເຊົ້າວັນທີ 16 ມັງກອນ, ຢູ່ຮ່າໂນ້ຍ, ສະຫະສະມາຄົມວິສາຫະກິດ ເອີຣົບ ປະຈຳ ຫວຽດນາມ (EuroCham) ໄດ້ຈັດພິທີປະກາດ ປຶ້ມປົກຂາວປະຈຳປີ ຄັ້ງທີ 15 ດ້ວຍຫົວຂໍ້ “ຊຸກຍູ້ການລົງທຶນໃຫ້ແກ່ພື້ນຖານເສດຖະກິດສີຂຽວ ແລະ ຍືນຍົງ”.
ພິທີປະກາດປຶ້ມປົກຂາວປະຈຳປີ ຄັ້ງທີ 15

ປຶ້ມປົກຂາວ ໄດ້ຍົກອອກບັນດາຂໍ້ສະເໜີແນະ ເພື່ອແນໃສ່ສົ່ງເສີມບັນດາບຸລິມະສິດການລົງທຶນ ແລະ ການຄ້າ, ສະໜອງໃຫ້ບັນດານັກວາງແຜນກຳນົດນະໂຍບາຍ, ວິສາຫະກິດ, ນັກຮຽນຮູ້ ແລະ ບັນດາຝ່າຍກ່ຽວຂ້ອງອື່ນຂອງ ຫວຽດນາມ ແລະ ເອີຣົບ ກ່ຽວກັບແງ່ມູມຕົວຈິງ ກ່ຽວກັບບັນດາບັນຫາເສດຖະກິດສຳຄັນ. ກ່າວຄຳເຫັນທີ່ພິທີ, ທ່ານເອກອັກຄະລັດຖະທູດ  ສະຫະພາບເອີຣົບ ປະຈຳ ຫວຽດນາມ, Julien Guerrier ເນັ້ນໜັກວ່າ:

“ຂ້າພະເຈົ້າເຊື່ອໝັ້ນວ່າ ສະຖຽນລະພາບດ້ານການລົງທຶນຂອງບັນດາວິສາຫະກິດ  EU ປະຈຳ ຫວຽດນາມ ຈະມີຄວາມສຳຄັນທີ່ສຸດໃນຍາວນານ. ພວກຂ້າພະເຈົ້າສາມາດຕັ້ງຄວາມຫວັງດ້ານການຄ້າສິນຄ້າ ລະຫວ່າງ ຫວຽດນາມ ແລະ ອີຢູ ຈະສືບຕໍ່ພັດທະນາ ແລະ ເຕີບໂຕ ນັບທັງການນຳເຂົ້າ ແລະ ສົ່ງອອກໃນອະນາຄົດ. ອີຢູ ແມ່ນໜຶ່ງໃນບັນດາຄູ່ຮ່ວມມືໃຫຍ່ສຸດ ແລະ ໃຫ້ຄຳໝັ້ນສັນຍາກ່ຽວກັບການລົງທຶນຕ່າງປະເທດຢູ່ ຫວຽດນາມ ຫຼາຍທີ່ສຸດ, ຮັບປະກັນລັກສະນະຍືນຍົງໃນການລົງທຶນຢູ່ ຫວຽດນາມ. ຜ່ານບັນດາຂໍ້ສະເໜີແນະທີ່ລະບຸໃນປຶ້ມປົກຂາວ, ສາມາດເສີມຂະຫຍາຍກຳລັງບົ່ມຊ້ອນການເຕີບໂຕຢູ່ ຫວຽດນາມ ໄດ້ຫຼາຍທີ່ສຸດ”.

(ແຫຼ່ງຄັດຈາກ VOV)

ເລ​ຂາ​ທິ​ການ​ໃຫຍ່, ປະ​ທານ​ປະ​ເທດ ໂຕ​ເລິມ: ວຽກ​ງານ​ຜູ້​ອາ​ຍຸ​ສູງ, ຕ້ອງ​ໄດ້​ຮັບ​ຮູ້​ດ້ວຍ​ຈິນ​ຕະ​ນາ​ການ​ໃໝ່​ໃນ​ໄລ​ຍະ​ພັດ​ທະ​ນາ​ໃໝ່

ເລ​ຂາ​ທິ​ການ​ໃຫຍ່, ປະ​ທານ​ປະ​ເທດ ໂຕ​ເລິມ: ວຽກ​ງານ​ຜູ້​ອາ​ຍຸ​ສູງ, ຕ້ອງ​ໄດ້​ຮັບ​ຮູ້​ດ້ວຍ​ຈິນ​ຕະ​ນາ​ການ​ໃໝ່​ໃນ​ໄລ​ຍະ​ພັດ​ທະ​ນາ​ໃໝ່

ຕອນ​ບ່າຍ​ວັນ​ທີ 05 ມິ​ຖຸ​ນາ, ທີ່​ສຳ​ນັກ​ງານ​ປະ​ທານ​ປະ​ເທດ, ທ່ານ ໂຕ​ເລິມ ເລ​ຂາ​ທິ​ການ​ໃຫຍ່​ຄະ​ນະ​ບໍ​ລິ​ຫານ​ງານ​ສູນ​ກາງ​ພັກ​ກອມ​ມູ​ນິດ ຫວຽດ​ນາມ, ປະ​ທານ​ປະ​ເທດ ຫວຽດ​ນາມ ໄດ້​ພົບ​ປະ​ກັບ​ຜູ້​ອາ​ຍຸ​ສູງ​ 85 ທ່ານ ທີ່ດີ​ເດັ່ນ​ທົ່ວ​ປະ​ເທດ ໃນ​ບັນ​ດາ​ຂະ​ບວນ​ການ​ແຂ່ງ​ຂັນ​ຮັກ​ຊາດ ໄລ​ຍະ 2021 – 2026.

Top