• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

EC ຫລຸດ​ການ​ຄາດ​ຄະ​ເນ​ການ​ເຕີບ​ໂຕ​ເສດ​ຖະ​ກິດ​ປີ 2026

EC ດັດ​ປັບ​​ເພີ່ມ​ການຄາດ​ຄະ​ເນ​ໄພ​ເງິນ​ເຟີ້​ຂອງ EU ໃນ​ປີ 2026 ຂຶ້ນ​ລະ​ດັບ 3.1%...
  ສຳ​ນັກ​ງານ​ທະ​ນາ​ຄານ​ສູນ​ກາງ​ເອີ​ລົບ ຢູ່ ເຢຍ​ລະ​ມັນ (ພາບ: REUTERS/Jana Rodenbusch)  

ຕາມ​ບົດ​ລາຍ​ງານ​ເສດ​ຖະ​ກິດ​ລະ​ດູ​ບານ​ໃໝ່ ປະ​ກາດ​ເມື່ອ​ວັນ​ທີ 21 ພຶດ​ສະ​ພາ, ຄະ​ນະ​ກຳ​ມະ​ການ ເອີ​ລົບ (EC) ຄ​າດ​ຄະ​ເນ​ວ່າ ການ​ເຕີບ​ໂຕຍອດ​ຜະ​ລິດ​ຕະ​ພັນ​ພາຍ​ໃນ (GDP) ຂອງ​ທົ່ວ​ສະ​ຫະ​ພາບ ເອີ​ລົບ (EU) ໃນ​ປີ 2026 ນີ້ພຽງ​ແຕ່​ຢູ່​ໃນ​ລະ​ດັບ 1.1%, ຫລຸດ 0.3 ຄະ​ແນນ % ເມື່ອ​ທຽບ​ກັບ​ການ​ຄາດ​ຄະ​ເນ​ໄດ​້ຍົກ​ອອກ​ໃນ​ລະ​ດູ​ໃບ​​ໄມ້ຫຼົ່ນ​ປີ 2025 ແລະ ອາດ​ຈະ​ເພີ່ມ​ຂຶ້ນ​ລະ​ດັບ 1.4% ໃນ​ປີ 2027. ສຳ​ລັບ​ເຂດ​ໃຊ້​ສະ​ກຸນ​ເງິນ​ເອີ​​ໂຣ​ລວມ (Eurozone), ລະ​ດັບ​ຄາດ​ຄະ​ເນ​ການ​ເຕີບ​ໂຕ​ແມ່ນ 0.9% ໃນ​ປີ 2026 ແລະ 1.2% ໃນ​ປີ 2027, ຕ່ຳ​ກ່​ວາ​ລະ​ດັບ​ຄາດ​ຄະ​ເນ​ໄດ້​ຍົກ​ອອກ​ມາ​ກ່ອນນັ້ນ.

ກ່ຽວ​ກັບ​ໄພ​ເງິນ​ເຟີ້, EC ດັດ​ປັບ​​ເພີ່ມ​ການຄາດ​ຄະ​ເນ​ໄພ​ເງິນ​ເຟີ້​ຂອງ EU ໃນ​ປີ 2026 ຂຶ້ນ​ລະ​ດັບ 3.1%, ສູງ​ກ່​ວາ 1 ຄະ​ແນນ% ເມື່ອ​ທຽບ​ກັບ​ການ​ຄາດ​ຄະ​ເນ​ກ່ອນນັ້ນ​ ແລະ ອາດ​ຈະ​ຫລຸດ​ລົງ​ເຫຼືອ​ພຽງ 2.4% ໃນ​ປີ 2027. ຕົວ​ເລກນີ້​ຢູ່ Eurozone ແມ່ນ 3% ໃນ​ປີ 2026 ນີ້ ແລະ​ 2.3% ໃນ​ປີ 2027. ບັນ​ດາ​ການ​ຄາດ​ຄະ​ເນ​ໄດ້​ຍົກ​ອອກ​ມາ ໃນ​ສະ​ພາບ​ການ​ທີ່​ການ​ປະ​ທະ​ກັນ​ຢູ່ ຕາ​ເວັນ​ອອກ​ກາງ ພວມ​ຍູ້​ໄພ​ເງິນ​ເຟີ້​ເພີ່ມ​ຂືຶ້ນ​ສູງ ແລະ ເຮັດ​ໃຫ້​ຄວາມ​ໄວ້​ເນື້ອ​ເຊື່ອ​ໃຈ​ບໍ​ລິ​ໂພກ​ໄດ້​ຫລຸດ​ລົງ ກໍ່​ຄືກໍ່​ຜົນ​ສະ​ທ້ອນ​ຕໍ່​ບັນ​ດາ​ການ​ເຄື່ອນ​ໄຫວ​ດຳ​ເນີນ​ທຸ​ລະ​ກິດ​ໃນ​ພາກ​ພື້ນ.

(ແຫຼ່ງຄັດຈາກ VOV)

ທ່ານ​ນາງ​ອະ​ດີດ​ຮອງ​ປະ​ທານ​ປະ​ເທດ ຫງວຽນ​ທິ​ບິ່ງ ໄດ້​ຮັບຫຼຽນ​ໄຊ​ດາວກຽດ​ຕິ​ຄຸນ​ຂອງ ລັດ ປາ​ແລັດ​ສະ​ຕິນ

ທ່ານ​ນາງ​ອະ​ດີດ​ຮອງ​ປະ​ທານ​ປະ​ເທດ ຫງວຽນ​ທິ​ບິ່ງ ໄດ້​ຮັບຫຼຽນ​ໄຊ​ດາວກຽດ​ຕິ​ຄຸນ​ຂອງ ລັດ ປາ​ແລັດ​ສະ​ຕິນ

ທ່ານ Saadi Salama ​ເອກ​ອັກ​ຄະ​ລັດ​ຖະ​ທູດ ປາ​ແລັດ​ສະ​ຕິນ ປະ​ຈຳ ຫວຽດ​ນາມ ຕາງ​ໜ້າ​ໃຫ້​ທ່ານ​ປະ​ທາ​ນາ​ທິ​ບໍ​ດີ ລັດ ປາ​ແລັດ​ສະ​ຕິນ Mahmoud Abbas, ມອບ​ຫຼຽນ​ໄຊ​ດາວ​ກຽດ​ຕິ​ຄຸນ​ຂອງ​ລັດ ປາ​ແລັດ​ສະ​ຕິນ ​ໃຫ້​ທ່ານ​ນາງ ຫງວຽນ​ທິ​ບິ່ງ ອະ​ດີດ​ປະ​ທາ​ນ​ປະ​ເທດ ຫວຽດ​ນາມ.

Top