ໃນໂຮງງານຜະລິດຂອງສະຫະກອນ ກະສິກຳການບໍລິການທີ່ມີຄວາມຍຸຕິທຳ EaTu, ທ່ານ ເຈິ່ນດິ່ງຈ້ອງ, ຫົວໜ້າສະຫະກອນ ພວມກວດກາແຕ່ລະກ່ອງ ກາເຟ ຢ່າງລະອຽດກ່ອນທີ່ຈະສົ່ງອອກໄປຍັງ ອາເມລິກາ. ໃກ້ໆນັ້ນ, ບັນດາກຳມະກອນພວມຈັດປະເພດ, ຫຸ້ມຫໍ່ກາເຟຜົງ ເພື່ອສົ່ງໄປຍັງລູກຄ້າຕາມໃບສັ່ງຊື້ທາງອິນເຕີເນັດ. ທັງຫຸ້ມຫໍ່, ປ້າ ເຮີບານ ເບີໂຕ ຢູ່ບ້ານ ແອອາ ຕາມ, ຕາແສງ ແອອາຕູ, ນະຄອນ ບວນມາທວດ ທັງເລົ່າສູ່ຝັງວ່າ:
ຂ້າພະເຈົ້າໄດ້ເຮັດວຽກຢູ່ສະຫະກອນນີ້ແຕ່ປີ 2015. ຂ້າພະເຈົ້າເຮັດຕາມເຕັກນິກ ເຊິ່ງສະຫະກອນແນະນຳ. ກາເຟຂອງຄອບຄົວຂ້າພະເຈົ້າບໍ່ມີຫຼາຍປານໃດ ແຕ່ມີລາຄາດີດັ່ງນັ້ນ ການດຳລົງຊີວິດຂອງຄອບຄົວກໍ່ເປັນປົກກະຕິ.
ສະຫະກອນ ກະສິກຳການບໍລິການທີ່ມີຄວາມຍຸຕິທຳ EaTu ໄດ້ຮັບການສ້າງຕັ້ງແຕ່ວັນທີ 25 ເດືອນສິງຫາ 2015. ຈາກສະມາຊິກ 49 ຄົນໃນເບື້ອງຕົ້ນ, ທາງສະຫະກອນໄດ້
ພັດທະນາໂດຍໄວ ມີສະມາຊິກຮ່ວມສຳພັນຕື່ມອີກ 260 ຄົນເພື່ອຜະລິດກາເຟທີ່ມີຄຸນນະພາບສູງບົນເນື້ອທີ່ກ່ວາ 300 ເຮັກຕາ. ບັນດາການເຄື່ອນໄຫວຜະລິດດຳເນີນທຸລະກິດບັນດາຂະແໜງອາຊີບອື່ນໆຂອງສະຫະກອນແມ່ນ: ປູກ, ຜະລິດ, ຊື້ຂາຍ, ປຸງແຕ່ງກາເຟ, ການບໍລິການປຸຍ, ອຸປະກອນກະສິກຳ, ສິນພິເສດຂອງທ້ອງຖິ່ນ… ທ່ານ ເຈິ່ນດິງຈ້ອງ ໃຫ້ຮູ້ວ່າ:
“ ຖ້າບ້ານໜຶ່ງເຮັດກາເຟແບບອົງຄະທາດແມ່ນຍາກ ແຕ່ທັງຕາແສງເຮັດຈະງ່າຍກວ່າ. ທາງສະຫະກອນມີຄວາມມຸ່ງຫວັງຄືດັ່ງນັ້ນ, ເວລາເບື້ອງຕົ້ນຫາກໍ່ສ້າງຕັ້ງສະຫະກອນ, ເຮົາໄດ້ຂົນຂວາຍພໍ່ແມ່ປະຊາຊົນປູກສະຫຼັບກັນລະຫວ່າງ ກາເຟ, ພິກໄທ, ຖຸລຽນ. ເມື່ອປູກສະຫຼັບກັນກໍ່ເຫັນວ່າດີຫຼາຍ, ຕົ້ນໄມ້ນີ້ຈະໜູນຊ່ວຍຕົ້ນໄມ້ອື່ນ, ກາຍເປັນລະບົບນິເວດ, ເສດຖະກິດມີຄວາມເປັນປົກກະຕິ.
ກາເຟປຸງແຕ່ງຂອງສະຫະກອນ ໄດ້ຄັດເລືອກເອົາແຕ່ລະໜ່ວຍ ຈາກເມັດກາເຟ Robusta ບັນລຸໃບຢັ້ງຢືນການຄ້າທີ່ມີຄວາມຍຸຕິທຳ. ເມື່ອເຂົ້າຮ່ວມສະຫະກອນກະສິກຳການບໍລິການທີ່ມີຄວາມຍຸຕິທຳ EaTu, ຄອບຄົວໃດກໍ່ມີເສດຖະກິດທີ່ດີພໍສົມຄວນ. ເອື້ອຍ ເຮີ ມວານ ເອບານ, ຫົວໜ້າກຸ່ມຜະລິດເລກ 2 ໃຫ້ຮູ້ວ່າ: ລາຄາສົ້ນເຂົ້າຄື: ປຸ໋ຍ, ຢາປ້ອງກັນພຶດ… ໂດຍສະຫະກອນສະໜອງ ສ່ວນສະມາຊິກຂອງສະຫະກອນໄດ້ບົວລະບັດ ກາເຟຕາມຕາຕະລາງເພື່ອຄວບຄຸມຄຸນນະພາບ.
ເມື່ອເຮົາໄປເຮັດໄຮ່, ລົງສວນຂອງບັນດາສະມາຊິກ ເຮົາກໍ່ຕິດຕາມກວດກາວ່າ ເຂົາເຈົ້າເຮັດແນວໃດເພື່ອໃຫ້ຖືກຕ້ອງຕາມຄວາມຮຽກຮ້ອງຕ້ອງການ. ຈົນຮອດເວລາເກັບກ່ຽວ, ຂາຍໃຫ້ສະຫະກອນ, ກາເຟ ເກັບກ່ຽວຕ້ອງສຸກປະມານ 85% ຈະມີລາຄາຕື່ມອີກແຕ່ 2000 – 5000ດົ່ງ/ກີໂລກຼາມ, ສ່ວນກາເຟສຸກເຫຼືອງ 100% ຂາຍຈະໄດ້ລາຄາສູງກ່ວາ.
ເພື່ອຂາຍໄດ້ຜະລິດຕະພັນທີ່ມີລາຄາສູງ, ທາງສະຫະກອນກະສິກຳການບໍລິການທີ່ມີຄວາມຍຸຕິທຳ EaTu ໄດ້ຊ່ວຍບັນດາສະມາຊິກ, ຊາວກະສິກອນທ້ອງຖິ່ນ ປ່ຽນແປງຄວາມຊິນເຄີຍໃນການປູກຝັງ, ຜະລິດບັນດາຜະລິດຕະພັນທີ່ບັນລຸບັນດາມາດຕະຖານ, ໃບຢັ້ງຢືນສາກົນ, ຕິດສະແຕມຕົ້ນກຳເນີດ… ສະຫະກອນກໍ່ແມ່ນສະມາຊິກຂອງສາຂາສະມາຄົມກາເຟ ສິນພິເສດ, ຜະລິດຕາມແບບວິທີ Honey. ສິ່ງນີ້ໄດ້ຊ່ວຍຍົກສູງມູນຄ່າຂອງເມັດກາເຟ, ນຳມາເຊິ່ງຜົນປະໂຫຍດຢ່າງແທດຈິງມາໃຫ້ຊາວກະສິກອນ.








