• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

DX Tour 5 ຫວຽດ​ນາມ: ການ​ເດີນທາງຄົ້ນ​ຫາ​ການ​ທ່ອງ​ທ່ຽວ ຫວຽດ​ນາມ

ສຳລັບບັນດາຜູ້ຟັງທີ່ຮູ້ຈັກເຖິງປະເທດຊາດ ແລະ ຊາວ ຫວຽດນາມ ຜ່ານລາຍການຕ່າງໆຂອງ VOV, ເມື່ອເຂົາເຈົ້າໄດ້ມາຢ້ຽມຢາມ, ໄດ້ເຫັນກັບຕາ ແລະ ໄດ້ສຳຜັດກັບຕົວເອງນັ້ນ ແມ່ນສິ່ງທີ່ເໜືອກວ່າຄາດຫວັງ. ການເດີນທາງຄົ້ນຫາ, ທ່ອງທ່ຽວຢູ່ ຫວຽດນາມ DX Tour 5 ຫວຽດນາມ ຂອງ ຄະນະຜູ້ຟັງວິທະຍຸທ່ີ່ມາຈາກປະເທດ ອິນໂດເນເຊຍ ໄດ້ເປັນການຢືນຢັນໃຫ້ແກ່ສິ່ງດັ່ງກ່າວ.
ຄະນະ DX Tour 5 ຫວຽດນາມ ຢ້ຽມຢາມສຸສານປະທານ ໂຮ່ຈີມິນ

ເມື່ອມາ ຫວຽດນາມ ໃນຍາມທ້າຍເດືອນມິຖຸນາ, ພາຍຫຼັງທີ່ໄດ້ພົບປະກັບໂຄສົກ, ບັນນາທິການ ແລະ ເຂົ້າຮ່ວມພິທີສະເຫຼີມສະຫຼອງວັນສ້າງຕັ້ງລາຍການກະຈາຍສຽງພາກພາສາ ອິນໂດເນເຊຍ ຄົບຮອບ 58 ປີ (30/6/1966-30/6/2024), DX Tour 5 ຫວຽດນາມ ມີລາຍການຄົ້ນຫາບັນດາສະຖານທີ່ທ່ອງທ່ຽວທີ່ມີຊື່ສຽງຂອງ ຫວຽດນາມ ພາຍໃນ 5 ວັນ 4 ຄືນ. ຍ່າງເລາະຖະໜົນສາຍຕ່າງໆຢູ່ນະຄອນຫຼວງແຫ່ງອະລິຍະທຳນັບພັນປີ, ໄດ້ຊິມບັນດາເຍື່ອງອາຫານຂາຍຢູ່ແຄມທາງ, ຢ້ຽມຢາມໂບດ ອິດສະລາມ Al Noor, ຖ່າຍຮູບເປັນທີ່ລະນຶກຢູ່ສຸສານປະທານ ໂຮ່ຈີມິນ… ແມ່ນການສຳຜັດທີ່ໃໝ່ອ່ຽມສຳລັບສະມາຊິກເກືອບທຸກຄົນໃນຄະນະ. ລາຍການຄົ້ນຫາ ຮ່າໂນ້ຍ ຍິ່ງມີຄວາມໝາຍກວ່າ ເມື່ອຄະນະມາຢ້ຽມຢາມ ວັນໝຽວ - ກວກຕືຢາມ, ມະຫາວິທະຍາໄລແຫ່ງທຳອິດຂອງ ຫວຽດນາມ. ທ່ານນາງ Nyo Sui Kheng ມາຈາກ Potianak ໃຫ້ຮູ້ວ່າ:

ການທ່ອງທ່ຽວອ້ອມນະຄອນ ຮ່າໂນ້ຍ ຈົບອົກຈັບໃຈຫຼາຍ. ຂ້າພະເຈົ້າຮູ້ສຶກດີໃຈເມື່ອມີໂອກາດໄດ້ມາຢ້ຽມຢາມມະຫາວິທະຍາໄລແຫ່ງທຳອິດຂອງ ຫວຽດນາມ: ວັນໝຽວ - ກວກຕືຢາມ ແລະ ໄດ້ເຊື່ອມຕົວເຂົ້າກັບບັນຍາກາດອັນປອດໂປ່ງຢູ່ກ້ອງຮົມໄມ້ທີ່ມີອາຍຸຫຼາຍສິບປີ. ນອກຈາກນັ້ນ, ຂ້າພະເຈົ້າຍັງມີຂໍ້ມູນກ່ຽວກັບການພັດທະນາຂອງຂະແໜງການສຶກສາຂອງ ຫວຽດນາມ ກ່ອນນີ້ເກືອບພັນປີ ອີກດ້ວຍ”.

ນອກຈາກ ຮ່າໂນ້ຍ ແລ້ວ, ການເດີນທາງຄົ້ນຫາ ຫວຽດນາມ ຍັງສືບຕໍ່ໄດ້ດຳເນີນດ້ວຍບັນດາສະຖານທີ່ຄື ຕາມກົກ - ວິຫານ ວົວດິງ - ເມື່ອງເກົ່າ ຮວາລື (ນິງບິ່ງ), ບ້ານ ກາດກາດ - ເທດສະບານ ຊາປາ - ຈອມພູ ຟານຊີປັງ (ແຂວງ ລາວກາຍ). ແຕ່ວ່າ, ສະຖານທີ່ທີ່ພິຊິດໄດ້ຫົວໃຈຂອງບັນດາສະມາຊິກໃນຄະນະ ແມ່ນ ອ່າວຮະລອງ - ມໍລະດົກທຳມະຊາດໂລກ. 

ໂດຍຢ້ຽມຢາມອ່າວຮະລອງໃນມື້ຟ້າແດດ, ບັນດາສະມາຊິກໃນຄະນະລ້ວນແຕ່ຕົກສະເງີ້ກັບຜົນງານສິລະປະທີ່ຍອດຍິ່ງ ແລະ ໃຫຍ່ໂຕມະໂຫຖານໂດຍທຳມະຊາດສ້າງຂຶ້ນ ດ້ວຍການປະກົດຂອງເກາະຫີນໃຫຍ່ນ້ອຍນັບພັນເກາະ. ທາງໃນຂອງເກາະຫີນໃຫຍ່ນ້ອຍແຫ່ງຕ່າງໆນັ້ນ ແມ່ນລະບົບຖ້ຳທີ່ສວຍງາມແບບມະຫັດສະຈັນ ເຊັ່ນ ຖ້ຳທຽນກູງ, ຖ້ຳເດົ່າໂກ໊... ດ້ວຍລະບົບຫີນຍ້ອຍທີ່ໄດ້ສ້າງຂຶ້ນແຕ່ນັບສິບພັນປີກ່ອນ. ຄະນະກໍໄດ້ສຳຜັດກັບການຂີ່ເຮືອໄປຢ້ຽມຢາມ ບາຮາງ - ເຊິ່ງເປັນໜຶ່ງໃນບັນດາສະຖານທີ່ ທີ່ໄດ້ຮັບການເລືອກເອົາຖ່າຍທຳຟິມຮູບເງົາທີ່ຊື່ສຽງ “Kong: Skull Island” ຢູ່ ຫວຽດນາມ. ບັນດາການລົງຕົວຈິງນີ້ ໄດ້ເຮັດໃຫ້ຜົວເມຍ ລຸງ Hero  ແລະ ປ້າ Nike  ຍິ່ງມີຄວາມປະເອີບໃຈກວ່າກັບສິ່ງທີ່ໄດ້ແນະນຳໃນຄື້ນຂອງ VOV5.

ພວກຂ້າພະເຈົ້າໄດ້ໄປຢາມ ອ່າວຮະລອງຕາມກົກຊາປາຖືວ່າຈັບອົກຈັບໃຈຫຼາຍເມື່ອກ່ອນນີ້ຂ້າພະເຈົ້າເຄີຍໄດ້ຟັງ VOV5 ແນະນຳກ່ຽວກັບການທ່ອງທ່ຽວ ຫວຽດນາມ ກັບປະຊາຊົນໝູ່ບ້ານເຂດຊົນນະບົດ ແລະ ກາບໍລິການຕ່າງໆ ກໍເຫັນວ່າຈັບໃຈແລ້ວແຕ່ເມື່ອໄດ້ເຫັນກັບຕາຈຶ່ງເຫັນວ່າ ມັນຍັງມີຄວາມງາມຫຼາຍກວ່ານັ້ນມີຄວາມຈັບໃຈກວ່າຫຼາຍໆເທົ່າພວກຂ້າພະເຈົ້າຈະມາຢຽມ ຫວຽດນາມ ຕື່ມອີກ ແລະ ຈະເລົ່າສູ່ໝູ່ຄູຟັງກ່ຽວກັບປະເທດ ຫວຽດນາມ ທີ່ສວຍງາມນີ້”.

ສຳລັບຂ້າພະເຈົ້າແລ້ວການເດີນທາງມາ ຫວຽດນາມ ຄັ້ງນີ້ ແມ່ນການເດີນທາງສຸດທີ່ມີຄວາມໝາຍມັນບໍ່ພຽງແຕ່ແມ່ນການທ່ອງທ່ຽວເທົ່ານັ້ນຫາຍັງເປັນການຮັດແໜ້ນໄມຕີຈິດມິດຕະພາບລະຫວ່າງ ຂ້າພະເຈົ້າກັບສະມາຊິກຂອງ VOV. ຂ້າພະເຈົ້າ ຈະກັບມາ ຢ້ຽມຢາມ ຫວຽດນາມ ພ້ອມກັບໝູ່ເພື່ອນຂອງຂ້າພະເຈົ້າ ເພື່ອໃຫ້ເຂົາເຈົ້າເຫັນວ່າ ຫວຽດນາມ ພັດທະນາຄືແນວໃດການທ່ອງທ່ຽວ ຫວຽດນາມ ດູດດື່ມແນວໃດ”.

ການທ່ອງທ່ຽວ ຫວຽດນາມ ບໍ່ພຽງແຕ່ສ້າງຄວາມປະທັບໃຈຢ່າງເລິກເຊິ່ງ ກ່ຽວກັບທິວທັດທຳມະຊາດທີ່ໃຫຍ່ໂຕມະໂຫຖານເທົ່ານັ້ນ, ຫາກຍັງຍ້ອນພື້ນຖານອາຫານການກິນທີ່ຫຼາກຫຼາຍອີກດ້ວຍ. ລົດຊາດຂອງບັນດາເຍື່ອງອາຫານ Halal ຫຼື ເຝີງົວ, ປີ້ງໄກ່, ປີ້ງປາ…, ລົດຊາດຂອງຈອກກາເຟໄຂ່ຮ້ອນໆມັນໆ; ຄວາມໜຽວ, ມັນຂອງເຂົ້າໜົມປ່ານ, ຂອງເຂົ້າເໝົ້າ, ຫຼືເຂົ້າໜົມເຂົ້າເໝົ້າ ຢູ່ຖະໜົນຮ່າງທານ… ລ້ວນແລ້ວແຕ່ສ້າງຄວາມຕິດອົກຕິດໃຈໃຫ້ບັນດາສະມາຊິກໃນຄະນະ. ລຸງ Idris ແບ່ງປັນວ່າ:

ອາຫານ ຫວຽດນາມ ມີຄວາມເປັນເອກະລັກເພາະຫຼາຍຂ້າພະເຈົ້າຮູ້ສຶກວ່າ ຖືກປາກຖືກຄໍພໍສົມຄວນຕອນທຳອິດຂ້າພະເຈົ້າ ບໍ່ຮູ້ຈະກິນແນວໃດ ແຕ່ກິນໄປກໍລຶ້ງ ແລະ ມັກກິນກາເຟ ຢ໋າງ ຢູ່ ຫງວຽນຫືວວັນ ກໍມີລົດຊາດພິເສດທີ່ສຸດການໄດ້ຊິມລົດຊາດຂອງຈອກກາເຟໄຂ່ຮ້ອນໆຄວາມຂົມຂອງກາເຟ ແລະ ຄວາມມັນຂອງໄຂ່ປະສົມກົມກຽວເຂົ້າກັນ ອັນໄດ້ສ້າງເປັນປະເພດເຄື່ອງດືທີ່ລືມໄດ້ຍາກກຳລັງບົ່ມຊ້ອນດ້ານການທ່ອງທ່ຽວຂອງ ຫວຽດນາມ ແມ່ນໃຫຍ່ຫຼວງພໍສົມຄວນ”.

ເຖິງວ່າພຽງແຕ່ແມ່ນການເດີນທາງໃນເວລາສັ້ນໆພາຍໃນ 1 ອາທິດຢູ່ ຫວຽດນາມ ກໍຕາມ, ແຕ່ນີ້ແມ່ນການສຳຜັດຕົວຈິງທີ່ລ້ຳຄ່າ, ດ້ວຍຄວາມຊົງຈຳທີ່ສວຍງາມສຳລັບສະມາຊິກທຸກຄົນໃນຄະນະ. ຍັງມີຫຼາຍສະຖານທີ່ທ່ອງທ່ຽວ ແລະ ອາຫານຫຼາຍເຍື່ອງ ເຊິ່ງ VOV5 ໄດ້ແນະນຳໄປແລ້ວ ຈະກາຍເປັນສະຖານທີ່ແດງ ໃນປຶ້ມຄູ່ມືການທ່ອງທ່ຽວຂອງນັກທ່ອງທ່ຽວ./.

(ແຫຼ່ງຄັດຈາກ VOV)

ສ​ປ​ຊ ຢັ້ງ​ຢືນ​ບັນ​ດາ​ການ​ປະ​ກອບ​ສ່ວນ​ຂອງ​ກຳ​ລັງ​ຮັກ​ສາ​ສັນ​ຕິ​ພາບ ຫວຽດ​ນາມ

ສ​ປ​ຊ ຢັ້ງ​ຢືນ​ບັນ​ດາ​ການ​ປະ​ກອບ​ສ່ວນ​ຂອງ​ກຳ​ລັງ​ຮັກ​ສາ​ສັນ​ຕິ​ພາບ ຫວຽດ​ນາມ

ນີ້ແມ່ນການຢັ້ງຢືນບັນດາການປະກອບສ່ວນຂອງກຳລັງຮັກສາສັນຕິພາບຫວຽດນາມ ເວົ້າລວມ, ໂຮງໝໍກາງສະໜາມຂັ້ນ 2 ເລກ 6 ເວົ້າສະເພາະ, ໃນວິວັດການປະຕິບັດພາລະກິດຢູ່ ຄະນະປົກປັກຮັກສາສັນຕິພາບຂອງ ສປຊ ຢູ່ ຊູດັງໃຕ້ (UNMISS).

Top