• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

CTOptimal ກັບບັນດາຜະລິດຕະພັນເຕັກໂນໂລຊີຈາກພູມປັນຍາຂອງຊາວຫວຽດນາມ

ຢູ່ ງານວາງສະແດງເຕັກໂນໂລຊີດິຈີຕອນ ຫວຽດນາມ ຊື່ງໄດ້ດຳເນີນຢູ່ ຮ່າໂນ້ຍ ໃນກາງເດືອນກັນຍາ, ບໍລິສັດ CTOptimal (ຂຶ້ນກັບກຸ່ມບໍລິສັດ CT Group) ເປັນຄັ້ງທຳອິດໄດ້ແນະນຳເຖິງມະຫາຊົນ 3 ຜະລິດຕະພັນ AI ສະເພາະໃຫ້ບັນດາຂົງເຂດຄື: Healthcare (ດູແລສຸຂະພາບ), Logistics (ພະລາທິການ) ແລະ UAV (ເຮືອບິນບໍ່ມີຄົນຂັບ).
ທ່ານປະທານສະພາແຫ່ງຊາດ ເວືອງດິ່ງເຫວະ ຢ້ຽມຢາມເຂດວາງສະແດງຂອງ CTOptimal (ພາບ:CT Group)

ນີ້ແມ່ນບັນດາຜະລິດຕະພັນເຕັກໂນໂລຊີສູງ ໄດ້ຮັບການຜະລິດດ້ວຍພູປັນຍາການປະດິດຄິດສ້າງຂອງຊາວຫວຽດນາມ ດ້ວຍຄວາມປາດຖະນາຢາກປະກອບສ່ວນເຂົ້າໃນການຮັບມືກັບການປ່ຽນແປງຂອງດິນຟ້າອາກາດການຫັນປ່ຽນສີຂຽວ ແລະ ພັດທະນາແບບຍືນຍົງ.  

ກໍ່ເຊັ່ນດຽວກັນກັບຫຼາຍໝວດຂະແຫນງອື່ນໆ, ຂະແຫນງສາທາລະນະສຸກ ພວມໝູນໃຊ້ເຕັກໂນໂລຊີປັນຍາປະດິດ (AI)  ໃນການບົ່ງມະຕິ ແລະ ປິ່ນປົວພະຍາດ. ບັນດາຄຸນລັກສະນະແບບອັດສະລິຍະຂອງ AI ໄດ້ຊ່ວຍຫຼຸດຜ່ອນປະລິມານວຽກງານຂອງແພດໝໍ, ຍົກສູງຄວາມສາມາດໃນການບົ່ງມະຕິໃຫ້ຊັດເຈນ ພ້ອມທັງເພີ່ມຈໍານວນຄົນເຈັບທີ່ໄດ້ຮັບການປິ່ນປົວ. ຈາກຜົນປະໂຫຍດຕົວຈິງເຫຼົ່ານັ້ນ, ຜູ້ຊ່ຽວຊານ CTOptimal ໄດ້ຄົ້ນຄວ້າ ແລະ ພັດທະນາ platform AI for Healthcare  ເພື່ອຮັບໃຊ້ການບົ່ງມະຕິ ແລະ ການຄວບຄຸມພະຍາດຫົວໃຈ. ປະຈຸບັນ, platform ນີ້ ບໍລິສັດ CTOptimal ພວມນຳໃຊ້ທົດລອງຢູ່ບາງໂຮງໝໍຢູ່ ອິນໂດເນເຊຍ; ທ່ານ ດັ້ງຟູ, ຜູ້ອຳນວຍການຝ່າຍທຸລະກິດທົ່ວໂລກຂອງ CTOptimal, ໄດ້ແນະນຳວ່າ: 

ຈຸດດີຂອງ AI ນັ້ນແມ່ນຍິ່ງມີຂໍ້ມູນຫຼາຍຄວາມຊັດເຈນຍິ່ງສູງພາຍຫຼັງໄດ້ຮັບການວິເຄາະແລ້ວສັນຍານເບື້ອງຕົ້ນຂອງວິທີການ ECG (ແທກຫົວໃຈໄດ້ໃຫ້ຄໍາເຕືອນທີ່ຈະຊ່ວຍໃຫ້ທ່ານຫມໍມີຫລາຍຮູບການເພື່ອວິເຄາະມີຂໍ້ມູນເພື່ອໃຫ້ຄຳປຶກສາຕໍ່ຄົນເຈັບພວກຂ້າພະເຈົ້າສຸມໃສ່ພະຍາດຫົວໃຈເຮັດແນວໃດເພື່ອນໍາໃຊ້ຂໍ້ມູນ ECG ຢ່າງມີປະສິດທິຜົນທີ່ສຸດເພາະວ່າ ປະຈຸບັນ ມີຫລາຍຄົນມີ smart watches”.

ດ້ວຍໝາກຜົນດ້ານວິທະຍາສາດໂດຍບໍລິສັດສ້າງຂຶ້ນ, CTOptimal ສາມາດຄົ້ນຄວ້າໄດ້ຫລາຍຜະລິດຕະພັນໃຫມ່. ມີຜະລິດຕະພັນອີກຢ່າງຫນຶ່ງຂອງ CTOptimal ກໍ່ໄດ້ຄົ້ນຄ້ວາ ແລະ ພັດທະນາໂດຍອີງໃສ່ເຕັກໂນໂລຊີດັ່ງກ່າວ ນັ້ນແມ່ນ AI for UAV (ເຮືອບິນບໍ່ມີຄົນຂັບ). ທ່ານ ດັ້ງຟູ ແນະນຳຕໍ່ໄປວ່າ:

“UAV ຂອງ CTOptimal ແມ່ນຕ່າງກັບເຮືອບິນບໍ່ມີຄົນຂັບ UAV ລຸ້ນໃຫມ່ (drone) ຢູ່ບ່ອນວ່າUAV ແມ່ນໄດ້ຕິດຕັ້ງ AI. ສະນັ້ນ ລະບົບຈະສາມາດຄວບຄຸມໄດ້ຫລາຍຢ່າງ ເມື່ອ UAV ເຄື່ອນໄຫວໃນເວລາດຽວກັນUAV ຂອງພວກຂ້າພະເຈົ້າ ສາມາດພາທາງໂດຍທີ່ບໍ່ຕ້ອງການ GPS. ມັນມີລະບົບ AI ສະນັ້ນ ສາມາດຮັບຮູ້ ແລະ ຫລີກລ້ຽງໄດ້ສີ່ງກີດຂວາງໂດຍບໍ່ຈຳເປັນມີຄົນບັນຊາ.

AI for UAV ຂອງ CTOptimal ສາມາດຕ່າງວັດຖຸທີ່ມີນ້ຳຫນັກຂຶ້ນເຖິງສີບໆກິໂລກາມ. ຕາມການກຳນົດທິດພັດທະນາຂອງບໍລິສັດ, ຜະລິດຕະພັນນີ້ຈະໄດ້ໝູນໃຊ້ໃນຂົງເຂດກະສິກຳ, ຂົນສົ່ງສິນຄ້າ, ຮັບໃຊ້ໃນຂົງເຂດນ້ຳມັນອາຍແກັສ.   

ພາຍຫລັງໄດ້ແນະນຳຢູ່ງານວາງສະແດງເຕັກໂນໂລຊີດິຈີຕອນ ຫວຽດນາມ, 3 ຜະລິດຕະພັນດັ່ງກ່າວຂອງ CTOptimal ຈະໄດ້ຈຳຫນ່າຍໃນທົ່ວໂລກນັບແຕ່ຕົ້ນປີຫນ້າ ດ້ວຍຄວາມຄາດຫວັງສາມາດແກ້ງແຍ່ງສູງກັບບັນດາຜະລິດຕະພັນທີ່ພວມມີຢູ່ແລ້ວໃນຕະຫລາດ. ທ່ານ ດັ້ງຟູ ໃຫ້ຮູ້ຕື່ມອີກວ່າ:

 “ໂດຍຕ່າງກັບບັນດາວິສາຫະກິດອື່ນທີ່ນຳໃຊ້ open source AI ຫລື  ພື້ນຖານ  AI ທີ່ພວມມີຢູ່ແລ້ວພວກຂ້າພະເຈົ້າຄົ້ນຄ້ວາເອງເພື່ອສ້າງ platform AI ຂອງຕົນຫວຽດນາມ ມີນັກນິດສາດເກັ່ງຫລາຍຄົນ ມີຫລາຍກິດຈະກຳຄົ້ນຄ້ວາວິທະຍາສາດສະນັ້ນ ພວກຂ້າພະເຈົ້າປາດນາຢາກນຳເອົາບັນດາກິດຈະກຳນັ້ນເຂົ້າໃນລະບົບ  AI ແລະ ສົມທົບກັບທັງຄະນິດສາດ ແລະ  ທັງ AI ເພື່ອສ້າງ platform ປັນຍາປະດິຢ່າງສົມບູນດ້ວຍພູມປັນຍາຂອງຊາວຫວຽດນາມພວກຂ້າພະເຈົ້າປາດຖະນາຢາກປະກອບສ່ວນນຳເອົາພູມປັນຍາ ຫວຽດນາມ ເຜີຍແຜ່ໃນແຜນທີ່ເຕັກໂນໂລຊີໂລກຜ່ານນັ້ນ ກໍ່ປະກອບສ່ວນຮັບມືກັບການປ່ຽແປງຂອງດິນຟ້າອາກາດ ໍ່ຄືນຳໃຊ້ພະລັງງານສີຂຽວການພັດທະນາແບບຍືນຍົງ.

ພ້ອມກັບ 3 ຜະລິດຕະພັນດັ່ງກ່າວ, ບັນດາສະມາຊິກຂອງ CTOptimal ຊື່ງລວມມີ: ບັນດານັກວິທະຍາສາດຖານຂໍ້ມູນ ແລະ ນັກປັບສິ່ງທີ່ມີຢູ່ແລ້ວໃຫ້ເໝາະສົມທີ່ສຸດ (optimizing), ປອ ຄະນິດສາດໝູນໃຊ້ ແລະ ວິທະຍາສາດຄອມພິວເຕີ ເຊິ່ງແມ່ນຊາວຫວຽດນາມ ພວມເຮັດວຽກຢູ່ ຝລັ່ງ ກໍ່ກຳລັງຄົ້ນຄ້ວາບັນດາຜະລິດຕະພັນກ່ຽວກັບເຕັກໂນໂລຊີ Gen (ແຢນ) ແລະ ຈຸລັງ, ພະລັງງານສະອາດ, ເຕັກໂນໂລຊີ quantum, ສະກຸນເງິນດີຈີຕອນສີຂຽວ.

(ແຫຼ່ງຄັດຈາກ VOV)

ສິງ​ກະ​ໂປ​ຮ່ວມ​ເດີນ​ທາງ​ກັບ​ຫວຽດ​ນາມ​ໃນ​ວິ​ວັດ​ການ​ພັດ​ທະ​ນາ ແລະ ເຊື່ອມ​ໂຍງ​ເຂົ້າ​ກັບ​ສາ​ກົນ

ສິງ​ກະ​ໂປ​ຮ່ວມ​ເດີນ​ທາງ​ກັບ​ຫວຽດ​ນາມ​ໃນ​ວິ​ວັດ​ການ​ພັດ​ທະ​ນາ ແລະ ເຊື່ອມ​ໂຍງ​ເຂົ້າ​ກັບ​ສາ​ກົນ

ຕອນເຊົ້າວັນທີ 26 ມີນາ, ຢູ່ສຳນັກງານສູນກາງພັກ, ຮ່າໂນ້ຍ, ທ່ານເລຂາທິການໃຫຍ່ ໂຕເລິມໄດ້ໃຫ້ການຕ້ອນຮັບທ່ານນາຍົກລັດຖະມົນຕີ ສິງກະໂປ Lawrence Wong ທີ່ພວມມີການຢ້ຽມຢາມຫວຽດນາມ.

Top