• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

CPTPP ນຳມາເຊິ່ງທ່າໄດ້ປຽບການແກ້ງແຍ້ງໃນພາກພື້ນໃຫ້ມາເລເຊຍ

ວັນທີ 12 ມີນາ, ສະຫະພັນບັນດາຜູ້ຜະລິດ ມາເລເຊຍ (FMM) ໃຫ້ຂໍ້ສັງເກດວ່າ ສັນຍາຄູ່ຮ່ວມມືຮອບດ້ານ ແລະ ກ້າວໜ້າ ຂ້າມປາຊີຟິກ (CPTPP) ທີ່ຫາກໍໄດ້ລົງນາມ ຈະນໍາມາ ເຊິ່ງທ່າໄດ້ປຽບການແກ້ງແຍ້ງໃນພາກພື້ນໃຫ້ມາເລເຊຍ, ພ້ອມທັງກໍ່ສ້າງຄວາມໄວ້ເນື້ອເຊື່ອໃຈໃຫ້ແກ່ບັນດານັກລົງທຶນ.

ການນຳບັນດາປະເທດເຂົ້າຮ່ວມ  CPTPP (ພາບ: TTXVN)

ສະຫະພັນດັ່ງກ່າວຖືວ່າ ສັນຍາ CPTPP ຈະໜູນຊ່ວຍຫັນບັນດາປະເພດຜະລິດຕະພັນ ສົ່ງອອກຂອງມາເລເຊຍໃຫ້ເປັນຫຼາຍຮູບຫຼາຍແບບ. ຄຽງຂ້າງນັ້ນ, ບັນດາຄວາມປະນິປະນອມກ່ຽວກັບ ພາສີອາກອນ ແມ່ນບັນດາສະມາຊິກ CPTPP ໄດ້ເຫັນດີເປັນເອກະພາບ ຈະຊ່ວຍເພີ່ມທະວີການສົ່ງອອກໃນຂົງເຂດ ໄຟຟ້າ ແລະ ເອເລັກໂຕນິກ ເຊິ່ງເປັນຂົງເຂດທີ່ມີການປະກອບສ່ວນສໍາຄັນຕໍ່ການສົ່ງອອກຂອງມາເລເຊຍ. ນອກຈາກນັ້ນ, ສັນຍາ CPTPP ຍັງອະນຸຍາດໃຫ້ບັນດາຜູ້ຜະລິດມາເລເຊຍໄດ້ມີແຫຼ່ງນໍາເຂົ້າວັດຖຸດິບທີ່ຫຼາຍ ຮູບຫຼາຍແບບ ແລະ ມີຄຸນນະພາບດີກວ່່າຈາກຍີ່ປຸ່ນ ແລະ ແມັກຊີໂກ.

        ສັນຍາ CPTPPໄດ້ລົງນາມໃນວັນທີ 8 ມີນາ ຢູ່ຈີເລ, ລະຫວ່າງ 11 ປະເທດສະມາຊິກ ເຊິ່ງລວມມີ ອົດສະຕາລີ, ການາດາ, ຈີເລ,ຍີ່ປຸ່ນ, ມາເລເຊຍ, ເມັກຊີໂກ, ນິວຊີແລນ, ເປຣູ, ສິງກະໂປ, ປຣູໄນ ແລະ ຫວຽດນາມ. ສະຖາບັນຄົ້ນຄວ້າເສດຖະກິດສາກົນ Peterson  ຄາດວ່າ ສັນຍາ CPTPP ຈະຊ່ວຍໃຫ້ GDP ຂອງຫວຽດນາມ, ມາເຊເຊຍ,ສິງກະໂປ ແລະ ບູຣໄນເພີ່ມຂຶ້ນຕື່ມ 2%  ໃນປີ 2030.

(ແຫຼ່ງຄັດຈາກ VOV)


IAEA ຖອນ​ຕົວ​ນັກ​ກວດ​ກາ​ນິວ​ເຄຼຍ ອອກ​ຈາກ​ອີ​ຣານ ຍ້ອນຄວາມ​ວິ​ຕົກ​ກັງ​ວົນ​ຕໍ່​ບັນ​ຫາ​ຄວາມ​ປອດ​ໄພ

IAEA ຖອນ​ຕົວ​ນັກ​ກວດ​ກາ​ນິວ​ເຄຼຍ ອອກ​ຈາກ​ອີ​ຣານ ຍ້ອນຄວາມ​ວິ​ຕົກ​ກັງ​ວົນ​ຕໍ່​ບັນ​ຫາ​ຄວາມ​ປອດ​ໄພ

ວັນທີ 4 ກໍລະກົດ, ອົງການພະລັງງານປະລະມານູສາກົນ (IAEA) ໃຫ້ຮູ້ວ່າ ອົງການນີ້ໄດ້ຖອນຕົວນັກກວດການິວເຄຼຍອອກຈາກອີຣານ ຍ້ອນຄວາມວິຕົກກັງວົນຕໍ່ບັນຫາກ່ຽວກັບຄວາມປອດໄພ.

Top