• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

COP 29: ສະຫະປະຊາຊາດຮຽກຮ້ອງຄວາມເຄົາລົບການປະຕິບັດຂໍ້ຕົກລົງການເງິນດ້ານດິນຟ້າອາກາດເຖິງວ່າຍັງບໍ່ທັນເພິ່ງໃຈ

ບັນດາປະເທດພັດທະນາໃຫ້ຄຳໝັ້ນສັນຍາຈະເບີກຈ່າຍຈຳນວນເງິນຢ່າງໜ້ອຍສຸດ 300 ຕື້ USD/ປີ ນັບແຕ່ນີ້ຮອດປີ 2035  
ພາບປະກອບ
ຕາມຂໍ້ຕົກລົງວ່າດ້ວຍການເງິນດ້ານດິນຟ້າອາກາດທີ່ຫາກໍ່ບັນລຸໄດ້ທີ່ກອງປະຊຸມສຸດຍອດຄັ້ງທີ 29 ບັນດາຝ່າຍເຂົ້າຮ່ວມສົນທິສັນຍາແມ່ສະຫະປະຊາຊາດ ກ່ຽວກັບການປ່ຽນແປງຂອງດິນຟ້າອາກາດ - COP 29, ຢູ່ Baku, ອາແຊັກໄບຊານ, ບັນດາປະເທດພັດທະນາໃຫ້ຄຳໝັ້ນສັນຍາຈະເບີກຈ່າຍຈຳນວນເງິນຢ່າງໜ້ອຍສຸດ 300 ຕື້ USD/ປີ ນັບແຕ່ນີ້ຮອດປີ 2035, ເພື່ອຊ່ວຍໃຫ້ບັນດາປະເທດພວມພັດທະນາ “ຫັນເປັນສີຂຽວ” ພື້ນຖານເສດຖະກິດ ແລະ ຍົກສູງກຳລັງຄວາມສາມາດຮັບມືກັບໄພພິບັດທຳມະຊາດ. ນອກນັ້ນ, ເກືອບ 200 ປະເທດເຂົ້າຮ່ວມ COP 29 ກໍ່ບັນລຸຂໍ້ຕົກລົງກ່ຽວກັບບັນດາຫຼັກການໃຫ້ແກ່ຕະຫຼາດຢັ້ງຢືນກາກບອນທົ່ວໂລກ. ໂດຍໃຫ້ຂໍ້ສັງເກດກ່ຽວກັບຂໍ້ຕົກລົງດັ່ງກ່າວ, ວັນທີ 24 ພະຈິກ, ທ່ານເລຂາທິການໃຫຍ່ສະຫະປະຊາຊາດ Antonio Guterres ຖືວ່າ, ຂໍ້ຕົກລົງນີ້ຍັງບໍ່ທັນບັນລຸໄດ້ຕາມຄວາມຫວັງ. ເຖິງຢ່າງໃດກໍ່ຕາມ, ທ່ານກໍ່ຮຽກຮ້ອງໃຫ້ບັນດາປະເທດ ຖືນີ້ແມ່ນພື້ນຖານເພື່ອສ້າງຄຳໝັ້ນສັນຍາດ້ານດິນຟ້າອາກາດຕໍ່ໄປ, ພ້ອມທັງເນັ້ນໜັກເຖິງຄວາມຈຳເປັນຕ້ອງ “ເຄົາລົບການປະຕິບັດຢ່າງຄົບຖ້ວນ ແລະ ຖືກກຳນົດເວລາ” ຂອງຂໍ້ຕົກລົງດັ່ງກ່າວ.

(ແຫຼ່ງຄັດຈາກ VOV)

ນາ​ຍົກ​ລັດ​ຖະ​ມົນ​ຕີ ເລ​ມິງ​ຮຶງ ເປັນ​ປະ​ທານ​ພິ​ທີ​ຕ້ອນ​ຮັບ​ນາ​ຍົກ​ລັດ​ຖະ​ມົນ​ຕີ ໄທຢ່າງ​ເປັນ​ທາງ​ການ

ນາ​ຍົກ​ລັດ​ຖະ​ມົນ​ຕີ ເລ​ມິງ​ຮຶງ ເປັນ​ປະ​ທານ​ພິ​ທີ​ຕ້ອນ​ຮັບ​ນາ​ຍົກ​ລັດ​ຖະ​ມົນ​ຕີ ໄທຢ່າງ​ເປັນ​ທາງ​ການ

ພາຍ​ຫຼັງ​ພິ​ທີ​ຕ້ອນ​ຮັບ, ນາ​ຍົກ​ລັດ​ຖະ​ມົນ​ຕີ ສອງ​ທ່ານ​ໄດ້​ນຳ​ໜ໊າ​ຄະ​ນະ​ຜູ້​ແທນ​ຂັ້ນ​ສູງສອງ​ປະ​ເທດ​ດຳ​ເນີນ​ການ​ເຈ​ລະ​ຈາ​ເພື່ອ​ແນ​ໃສ່​ຕີ​ລາ​ຄາ​ໝາກ​ຜົນ​ຂອງ​ການ​ຮ່ວມ​ມື​ລະ​ຫວ່າງ​ສອງ​ປະ​ເທດ​ໃນ​ໄລ​ຍະ​ຜ່ານ​ມາ ແລະ ສະ​ເໜີ​ບັນ​ດາ​ທິດ​ທາງ​ຮ່ວມ​ມື​ໃນ​ໄລ​ຍະ​ຈະ​ມາ​ເຖິງ.

Top