• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

COP 27: ສ​ປ​ຊ ກ່າວ​ເຕືອນ​​ວ່າໂລກ​ພວມ​ຢ​ູ່ໃກ້ກັບ “ໄພ​ພິ​ບັດ​ດ້ານ​ດິນ​ຟ້າ​ອາ​ກາດ”

ທ່ານເລຂາທິການໃຫຍ່ ສປຊ ຮຽກຮ້ອງໃຫ້ບັນດາປະເທດ ເຫັນດີເປັນເອກະພາບ ຢຸດຕິການນຳໃຊ້ຖ່ານຫີນ ເຊິ່ງແມ່ນໜຶ່ງໃນບັນດາເຊື້ອເພິງທີ່ມີທາດກາກບອນຫຼາຍທີ່ສຸດ, ໃນຂອບເຂດທົ່ວໂລກ ໃນປີ 2040.
  ທ່ານເລຂາທິການໃຫຍ່ ສປຊ Antonio Guterres ກ່າວຄຳເຫັນທີ່ COP 27 (ພາບ: AFP/TTXVN)  

ໃນຂອບເຂດມື້ເຮັດວຽກທີ 2 ຂອງກອງປະຊຸມຄັ້ງທີ 27 ບັນດາຝ່າຍເຂົ້າຮ່ວມສົນທິສັນຍາແມ່ ຂອງສປຊ ກ່ຽວກັບການປ່ຽນແປງຂອງດິນຟ້າອາກາດ (COP27) ໄດ້ດຳເນີນຢູ່ນະຄອນ Sharm El-Sheikh, ເອີຢິບ, ວັນທີ 7 ພະຈິກ, ທ່ານເລຂາທິການໃຫຍ່ ສປຊ Antonio Guterres ໄດ້ມີບົດກ່າວປາໄສ ກ່າວເຕືອນຢ່າງແຮງ ກ່ຽວກັບສະພາບການວິກິດການທາງດ້ານດິນຟ້າອາກາດ ໃນປັດຈຸບັນ ແລະ ກ່າວເຕືອນບັນດາປະເທດພວມຢືນຢູ່ຕໍ່ໜ້າການເລືອກເຢັ້ນທີ່ຮ້າຍແຮງ ລະຫວ່າງ ຝ່າຍໜຶ່ງແມ່ນການຮ່ວມມືເພື່ອຫຼຸດຜ່ອນການປ່ອຍອາຍພິດລົງ ແລະ ຝ່າຍໜຶ່ງແມ່ນ ຍູ້ລຸ້ນຄົນໃນອະນາຄົດຕົກເຂົ້າສູ່ໄພພິບັດດ້ານດິນຟ້າອາກາດ”. ທ່ານຮຽກຮ້ອງຕ້ອງມີສົນທິສັນຍາລະຫວ່າງບັນດາປະເທດຮັ່ງມີ  ແລະ ບັນດາປະເທດທຸກຍາກທີ່ສຸດ ເພື່ອຍູ້ໄວວິວັດການຫັນປ່ຽນຈາກເຊື້ອເພິ່ງຝອກຊິວ ແລະ ເພີ່ມຄວາມໄວໃນການແຈກຢາຍແຫຼ່ງການເງິນທີ່ຈຳເປັນເພື່ອຮັບປະກັນວ່າ ບັນດາປະເທດທຸກຍາກອາດຈະຫຼຸດຜ່ອນການປ່ອຍອາຍພິດ ແລະ ຮັບມືກັບບັນດາຜົນກະທົບທີ່ບໍ່ສາມາດຫຼີກລ້ຽງໄດ້ຂອງສະພາບການໂລກອຸ່ນຂຶ້ນໃນປັດຈຸບັນ. ທ່ານເລຂາທິການໃຫຍ່ ສປຊ ຮຽກຮ້ອງໃຫ້ບັນດາປະເທດ ເຫັນດີເປັນເອກະພາບ ຢຸດຕິການນຳໃຊ້ຖ່ານຫີນ ເຊິ່ງແມ່ນໜຶ່ງໃນບັນດາເຊື້ອເພິງທີ່ມີທາດກາກບອນຫຼາຍທີ່ສຸດ, ໃນຂອບເຂດທົ່ວໂລກ ໃນປີ 2040, ໃນນັ້ນ, ບັນດາປະເທດສະມາຊິກອົງການຮ່ວມມື ແລະ ພັດທະນາ ເສດຖະກິດ (OECD) ບັນລຸໄດ້ເປົ້າໝາຍດັ່ງກ່າວໄວກ່ວາແມ່ນໃນປີ 2030.

ແລະກໍ່ໃນວັນດຽວກັນ, ທ່ານນາງ Kristalina Georgieva ຜູ້ອຳນວຍການໃຫຍ່ ກອງທຶນການເງິນສາກົນ (IMF) ໃຫ້ຮູ້ວ່າ: ກາກບອນຕ້ອງກຳນົດລາຄາສະເລ່ຍຢ່າງໜ້ອຍສຸດແມ່ນ 75 USD/ໂຕນໃນທົ່ວໂລກ ໃນທ້າຍທົດສະວັດນີ້ ເພື່ອບັນລຸໄດ້ບັນດາເປົ້າໝາຍກ່ຽວກັບການປ່ຽນແປງຂອງດິນຟ້າອາກາດໃນໂລກ.

(ແຫຼ່ງຄັດຈາກ VOV)

ການ​ນຳ​ພັກ, ລັດ ອາ​ໄລ​ຫາ​ບັນ​ດາ​ນັກ​ຮົບ​ເສຍ​ສະຫຼະ​ຊີ​ວິດ​ເພື່ອ​ຊາດ ແລະ ເຂົ້າ​ຄຳ​ນັບສຸ​ສານ ​ປະ​ທານ ໂຮ່​ຈີ​ມິນ

ການ​ນຳ​ພັກ, ລັດ ອາ​ໄລ​ຫາ​ບັນ​ດາ​ນັກ​ຮົບ​ເສຍ​ສະຫຼະ​ຊີ​ວິດ​ເພື່ອ​ຊາດ ແລະ ເຂົ້າ​ຄຳ​ນັບສຸ​ສານ ​ປະ​ທານ ໂຮ່​ຈີ​ມິນ

ດ້ວຍຄວາມເຄົາລົບນັບຖື ແລະ ຄວາມຮູ້ບຸນຄຸນຢ່າງລົ້ນເໜືອ, ຄະນະຜູ້ແທນໄດ້ກົ້ມຫົວອາໄລຫາບັນດານັກຮົບວິລະຊົນທີ່ໄດ້ເສຍສະຫຼະຊີວິດເພື່ອຊາດ, ລູກຜູ້ດີເດັ່ນຂອງຊາດທີ່ໄດ້ເສຍສະຫຼະຊີວິດເພື່ອບ້ານເກີດເມືອງນອນ, ເພື່ອປະເທດຊາດ.

Top