ວັນທີ 25 ພຶດສະພາ, ຢູ່ສຳນັກງານກະຊວງການຕ່າງປະເທດ ຫວຽດນາມ, ເມື່ອກ່າວຄຳເຫັນທີ່ການຕ້ອນຮັບທ່ານ Phil Nelson, ຮອງປະທານຝ່າຍບໍລິຫານ ສະຖານີໂທລະພາບ CNN (ອາເມລິກາ), ທ່ານນາງ ເລທິທູຮັ່ງ ຮອງລັດຖະມົນຕີການຕ່າງປະເທດ ຫວຽດນາມ ເນັ້ນໜັກວ່າ, ເລື່ອງເປັນເຈົ້າພາບຈັດຕັ້ງເວທີປາໄສຮ່ວມມືເສດຖະກິດ ອາຊີ - ປາຊີຟິກ (APEC) 2027 ແມ່ນໂອກາດສຳຄັນເພື່ອໃຫ້ ຫວຽດນາມ ໂຄສະນາພາບພົດຂອງປະເທດຊາດ, ແນະນຳບັນດາຜົນງານພັດທະນາ, ສີສັນວັດທະນະທຳ, ຄວາມສາມາດບົ່ມຊ້ອນດ້ານການທ່ອງທ່ຽວ ກໍຄື ກຳນົດທິດທາງພັດທະນາຂອງ ຫວຽດນາມ ເຖິງປະຊາຄົມສາກົນ, ພິເສດແມ່ນຄົນລຸ້ນໜຸ່ມ ຜ່ານບັນດາຍານພາຫະນະສື່ມວນຊົນ ແລະ ເຕັກໂນໂລຢີໃໝ່.
ສ່ວນທ່ານ Phil Nelson, ຮອງປະທານຝ່າຍບໍລິຫານ ສະຖານີໂທລະພາບ CNN ກໍ່ປາດຖະໜາຢາກສືບຕໍ່ເລົ່າບັນດາເລື່ອງລາວກ່ຽວກັບປະເທດ “ຫວຽດນາມ ໃໝ່” - ປະເທດພວມພັດທະນາຢ່າງແຮງ ກ່ຽວກັບເສດຖະກິດ, ນະວັດຕະກຳ, ເຕັກໂນໂລຢີ ແລະ ມີສີສັນວັດທະນະທຳທີ່ຫຼາກຫຼາຍ; ເປີດກວ້າງການຮ່ວມມືກັບບັນດາອົງການ, ທ້ອງຖິ່ນຂອງ ຫວຽດນາມ ໃນຂົງເຂດສື່ມວນຊົນ, ໂຄສະນາການທ່ອງທ່ຽວ, ວັດທະນະທຳ, ນະວັດຕະກຳ ແລະ ການເຕີບໂຕເສດຖະກິດ. ສອງຝ່າຍເຫັນດີເປັນເອກະພາບສືບຕໍ່ຮັກສາການແລກປ່ຽນ ແລະ ສົມທົບກັນຢ່າງແໜ້ນແຟ້ນ ເພື່ອແນໃສ່ຄົ້ນຄວ້າບັນດາຮູບການຮ່ວມມືທີ່ເໝາະສົມ, ປະກອບສ່ວນໂຄສະນາພາບພົດ ຫວຽດນາມ ແລະ ປີ APEC 2027 ຢ່າງມີປະສິດທິຜົນເຖິງເພື່ອນມິດສາກົນ./.







