• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

CNC ສຳພາດເອກອັກຄະລັດຖະທູດຫວຽດນາມປະຈຳກຳປູເຈຍກ່ຽວກັບການຢ້ຽມຢາມຂອງເລຂາທິການໃຫຍ່,ປະທານປະເທດຫວຽດນາມ

ການຢ້ຽມຢາມທາງລັດຖະກິດຢູ່ກຳປູເຈຍ ຂອງທ່ານເລຂາທິການໃຫຍ່, ປະທານປະເທດຫວຽດນາມ ຫງວຽນຟຸຈ້ອງ ແມ່ນເພື່ອແນໃສ່ຈຸດປະສົງສືບຕໍ່ເພີ່ມທະວີຄວາມໄວ້ເນື້ອເຊື່ອໃຈເຊິ່ງກັນ ແລະ ກັນລະຫວ່າງ 2 ປະເທດ, 2 ຊາດ.


ສຳພາດທ່ານ ຫວູກວາງມິງ, ເອກອັກຄະລັດຖະທູດຫວຽດນາມ ປະຈຳກຳປູເຈຍ

(ພາບ: TTXVN)

ຊ່ອງໂທລະພາບກຳປູເຈຍ (CNC) - ເຊິ່ງແມ່ນໜຶ່ງໃນບັນດາຊ່ອງໂທລະພາບມີຜູ້ຊົມຜູ້ອ່ານຫຼາຍທີ່ສຸດຢູ່ກຳປູເຈຍ ຫາກໍ່ອອກອາກາດລາຍການພິເສດ, ໃນນັ້ນມີການສຳພາດທ່ານ ຫວູກວາງມິງ, ເອກອັກຄະລັດຖະທູດຫວຽດນາມ ປະຈຳກຳປູເຈຍ ກ່ຽວກັບການຢ້ຽມຢາມທາງລັດຖະກິດຄັ້ງທຳອິດຢູ່ ລາຊະອານາຈັກກຳປູເຈຍ ຂອງທ່ານເລຂາທິການໃຫຍ່ ຫງວຽນຟຸຈ້ອງ ໃນຖານະຕຳແໜ່ງເປັນປະທານປະເທດຫວຽດນາມ, ເຊິ່ງດຳເນີນໃນລະຫວ່າງວັນທີ 25 – 26 ກຸມພາ. ໃນການຕອບສຳພາດ, ທ່ານເອກອັກຄະລັດຖະທູດ ຫວູກວາງມິງ ເນັ້ນໜັກວ່າ, ການຢ້ຽມຢາມທາງລັດຖະກິດຢູ່ກຳປູເຈຍ ຂອງທ່ານເລຂາທິການໃຫຍ່, ປະທານປະເທດຫວຽດນາມ ຫງວຽນຟຸຈ້ອງ ແມ່ນເພື່ອແນໃສ່ຈຸດປະສົງສືບຕໍ່ເພີ່ມທະວີຄວາມໄວ້ເນື້ອເຊື່ອໃຈເຊິ່ງກັນ ແລະ ກັນລະຫວ່າງ 2 ປະເທດ, 2 ຊາດ. ໃນການຢ້ຽມຢາມຄັ້ງນີ້ 2 ຝ່າຍກໍ່ປາດຖະໜາວ່າ ຈະຊ່ວຍສ້າງວິໄສທັດໃໝ່ ດ້ວຍໂຄງການຮ່ວມມືຢ່າງຮອບດ້ານລະຫວ່າງ 2 ປະເທດ, ມຸ່ງໄປເຖິງປີ 2030 ແລະ ໄລຍະຍາວກວ່າອີກ.

        ທ່ານເອກອັກຄະລັດຖະທູດ ຫວູກວາງມິງ ສະແດງຄວາມເຊື່ອໝັ້ນວ່າ, ໃນການຢ້ຽມຢາມຄັ້ງນີ້, 2 ຝ່າຍຈະຢືນຢັນຄວາມສຳຄັນຂອງການຮ່ວມມືດ້ານປ້ອງກັນຊາດ, ປ້ອງກັນຄວາມສະຫງົບລະຫວ່າງ 2 ປະເທດຄືນໃໝ່, ຍົກສູງຫຼັກການທີ່ວ່າ ບໍ່ປະໃຫ້ບໍ່ວ່າກຳລັງທະຫານ ຫຼື ອົງການການເມືອງໃດໆນຳໃຊ້ຜືນແຜ່ນດິນຂອງປະເທດນີ້ ເພື່ອຕ້ານຄືນ ຫຼື ນາບຂູ່ຄວາມໝັ້ນຄົງ ແລະ ຜືນແຜ່ນດິນອັນຄົບຖ້ວນຂອງປະເທດອື່ນ. ພ້ອມທັງໃຫ້ຄຳໝັ້ນສັນຍາຈະແກ້ໄຂທຸກຄວາມບໍ່ລົງລອຍກັນທີ່ອາດຈະເກີດຂຶ້ນໂດຍສັນຕິວິທີ. ນີ້ກໍ່ແມ່ນຫຼັກການພື້ນຖານໃນການພົວພັນລະຫວ່າງບັນດາປະເທດອາຊຽນ.

        ທ່ານເອກອັກຄະລັດຖະທູດ ຫວູກວາງມິງ ໃຫ້ຮູ້ຕື່ມອີກວ່າ, ບັນດາການນຳ 2 ປະເທດໄດ້ປຶກສາຫາລືບັນດາບັນຫາພາກພື້ນ ແລະ ສາກົນ ເຊິ່ງຕ່າງຝ່າຍຕ່າງມີຄວາມສົນໃຈຄື: ບັນດາຂອບເຂດການຮ່ວມມືໃນເຂດລຸ່ມແມ່ນ້ຳຂອງ, ການຮ່ວມມືເຂດ 3 ຫຼ່ຽມພັດທະນາ ກຳປູເຈຍ - ລາວ - ຫວຽດນາມ (CLV), ສັນຕິພາບ ແລະ ການຮ່ວມມືຢູ່ທະເລຕາເວັນອອກ ແລະ ບັນດາບັນຫາສຳຄັນອື່ນໆ.

(ແຫຼ່ງຄັດຈາກ VOV)

ທ່ານປະທານສະພາແຫ່ງຊາດ ເຈິ່ນແທັງເໝີ້ນ ຈະໄປຢ້ຽມຢາມ ສະຫະພັນ ລັດເຊຍ ຢ່າງເປັນທາງການ

ທ່ານປະທານສະພາແຫ່ງຊາດ ເຈິ່ນແທັງເໝີ້ນ ຈະໄປຢ້ຽມຢາມ ສະຫະພັນ ລັດເຊຍ ຢ່າງເປັນທາງການ

ທ່ານປະທານສະພາແຫ່ງຊາດ ເຈິ່ນແທງເໝີ້ນ ຈະນຳໜ້າຄະນະຜູ້ແທນຂັ້ນສູງສະພາແຫ່ງຊາດ ຫວຽດນາມ ຈະໄປຢ້ຽມຢາມສະຫະພັນ ລັດເຊຍ ຢ່າງເປັນທາງການ ແຕ່ວັນທີ 08 – 11 ກັນຍາ.

Top