• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

Bloomberg: ຫວຽດ​ນາມ ແມ່ນ​ສະ​ຖານ​ທີ່​ດູດ​ດື່ມ​ສຳ​ລັບ​ບໍ​ລິ​ສັດ Startup

Bloomberg ຊີ້ແຈ້ງວ່າ ລັດຖະບານ ຫວຽດນາມ ບັນລຸເປົ້າໝາຍຮອດປີ 2030 ນຳ ນະຄອນໂຮ່ຈີມິນກາຍເປັນ ສະຖານທີ່ດຶງດດເງິນລົງທຶນດ້ານເຕັກໂນໂລຢີ ແລະ ມຸ່ງໄປເຖິງພື້ນຖານເສດຖະກິດດີຈີຕອນເຊິ່ງ ອາດຈະປະກອບສ່ວນ 40% ຍອດຜະລິດຕະພັນພາຍໃນປະເທດ (GDP) ຂອງນະຄອນໂຮ່ຈີມິນ.
  ພາບປະກອບ: TTXVN  

ວັນທີ 14 ກຸມພາ, Bloomberg ໄດ້ລົງບົດຂຽນ: “ຜູ້ມີຄວາມເກັ່ງກ້າສາມາດຈາກ ຮ່ອມພູ Silicon ພວມປະກອບສ່ວນພັດທະນາລະບົບນິເວດແຫ່ງການ Startup ຫວຽດນາມ”, ໃນນັ້ນ ໄດ້ໃຫ້ຂໍ້ສັງເກດວ່າ ແຫຼ່ງຊັບພະຍາກອນມະນຸດ ທີ່ອຸດົມສົມບູນພ້ອມກັບພື້ນຖານເສດຖະກິດ ພວມພັດທະນາ ໄວ ເຮັດໃຫ້ຫວຽດນາມ ກາຍເປັນສະຖານທີ່ດູດດຶ່ມສຳລັບບໍລິສັດ Startup.

ບົດຂຽນໄດ້ຄັດສະເໜີບົດລາຍງານທີ່ໄດ້ປະກາດໃນເດືອນກໍລະກົດ ປີ 2022 ຂອງ KPMG International Ltd ແລະ HSBC Holdings Plc, ໃຫ້ຮູ້ວ່າ ຈຳນວນ ບໍລິສັດ Startup ຢູ່ຫວຽດນາມ ໄດ້ເພີ່ມຂຶ້ນທົບ 2 ເທົ່ານັບແຕ່ເມື່ອເກີດພະຍາດໂຄວິດ - 19 ຮອດກາງປີ 2022.

Bloomberg ຊີ້ແຈ້ງວ່າ ລັດຖະບານ ຫວຽດນາມ ບັນລຸເປົ້າໝາຍຮອດປີ 2030 ນຳ ນະຄອນໂຮ່ຈີມິນກາຍເປັນ ສະຖານທີ່ດຶງດດເງິນລົງທຶນດ້ານເຕັກໂນໂລຢີ ແລະ ມຸ່ງໄປເຖິງພື້ນຖານເສດຖະກິດດີຈີຕອນເຊິ່ງ ອາດຈະປະກອບສ່ວນ 40% ຍອດຜະລິດຕະພັນພາຍໃນປະເທດ (GDP) ຂອງນະຄອນໂຮ່ຈີມິນ.

(ແຫຼ່ງຄັດຈາກ VOV)

ເປີດກ້ວາງຮູບແບບ VSIP ອອກສູ່ແຂວງຕ່າງໆຢູ່ຫວຽດນາມ

ເປີດກ້ວາງຮູບແບບ VSIP ອອກສູ່ແຂວງຕ່າງໆຢູ່ຫວຽດນາມ

ຕອນເຊົ້າວັນທີ 25 ມີນາ, ທ່ານຮອງນາຍົກລັດຖະມົນຕີ ເລມີງຄາຍ ພ້ອມກັບການນຳບັນດາກະຊວງ, ຂະແໜງການ ແລະ ການນຳບາງແຂວງ, ນະຄອນໄດ້ໄປຢ້ຽມຢາມ ແລະ ເຮັດວຽກຢູ່ເຂດອຸດສາຫະກຳ ຫວຽດນາມ - ສິງກະໂປ I ຢູ່ແຂວງບີງເຢືອງ (VSIP I - ບີງເຢືອງ).

Top