• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

AstraZeneca ແມ່ນ​ຄູ່​ຮ່ວມ​ມື​ທີ່​ໜ້າ​ໄວ້​ເນື້ອ​ເຊື່ອ​ໃຈ​ຂອງ​ຂະ​ແໜງ​ສາ​ທາ​ລະ​ນະ​ສຸກ ຫວຽດ​ນາມ

ວັນທີ 5 ພຶດສະພາ, ຢູ່ ລອນດອນ, ລາຊະອານາຈັກ ອັງກິດ, ທ່ານລັດຖະມົນຕີກະຊວງການຕ່າງປະເທດ ຫວຽດນາມ ບຸ່ຍແທັງເຊີນ ໄດ້ໃຫ້ການຕ້ອນຮັບທ່ານ Juliette White ຮອງຜູ້ອຳນວຍການໃຫຍ່ ກຸ່ມບໍລິສັດ AstraZeneca ແລະ ເຂົ້າຮ່ວມພິທີປະກາດບ້ວງເງິນລົງທຶນ 50 ລ້ານ USD ເພື່ອແນໃສ່ຟື້ນຟູປ່າໄມ້ ແລະ ທິວທັດທຳມະຊາດຢູ່ ຫວຽດນາມ.
  ການພົບປະສົນທະນາລະຫວ່າງສອງຝ່າຍ (ພາບ: nhandan.vn)  

ທ່ານລັດຖະມົນຕີກະຊວງການຕ່າງປະເທດ ຫວຽດນາມ ບຸ່ຍແທັງເຊີນ ຢັ້ງຢືນວ່າ ຫວຽດນາມ ຖືເປັນສຳຄັນການພົວພັນຮ່ວມມືກັບ AstraZeneca. ການຢ້ຽມຢາມ ຫວຽດນາມ ຄັ້ງທຳອິດຂອງທ່ານຜູ້ອຳນວຍການໃຫຍ່ Pascal Soriot ເມື່ອເດືອນພຶດສະພາ 2022 ໄດ້ປະສົບຜົນສຳເລັດຢ່າງຈົບງາມ ແລະ ເປີດທິດທາງການຮ່ວມມືໃໝ່, ມີກຳລັງບົ່ມຊ້ອນ ແລະ ຍາວນານລະຫວ່າງສອງຝ່າຍ, ບໍ່ພຽງແຕ່ໃນການປ້ອງກັນ, ຕ້ານໂລກລະບາດເທົ່ານັ້ນ ຫາກຍັງໃນຂົງເຂດໃໝ່ຄື ການປ້ອງກັນ, ຕ້ານການປ່ຽນແປງຂອງດິນຟ້າອາກາດ, ພັດທະນາສີຂຽວ...

ທ່ານລັດຖະມົນຕີການຕ່າງປະເທດ ບຸ່ຍແທັງເຊີນ ສະເໜີ ວ່າ ໃນໄລຍະຈະມາເຖິງ, Juliette White ຈະສືບຕໍ່ຜັນຂະຫຍາຍບົດບັນທຶກຊ່ວຍຈຳວ່າດ້ວຍການເພີ່ມທະວີການຮ່ວມມືກັບກະຊວງສາທາລະນະສຸກ ຫວຽດນາມ ໃຫ້ມີປະສິດທິຜົນ, ປະກອບສ່ວນຍົກສູງກຳລັງຄວາມສາມາດດ້ານສາທາລະນະສຸກ ແລະ ເປັນເຈົ້າດ້ານຢຸກຢາ, ວັກຊິນ, ອຸປະກອນການແພດຂອງ ຫວຽດນາມ; ແບ່ງປັນບົດຮຽນ, ປະສົບການ, ເຕັກໂນໂລຢີໃນຂົງເຂດຫຼຸດຜ່ອນການປ່ອຍອາຍພິດ ແລະ ຮັບມືກັບການປ່ຽນແປງຂອງດິນຟ້າອາກາດ ກັບ ຫວຽດນາມ.

(ແຫຼ່ງຄັດຈາກ VOV)

ສານກ່ຽວກັບປະເທດ ຫຽດນາມ ພັດທະນາຢ່າງຂະຫຍັນຂັນເຄື່ອນ, ເຊື່ອມໂຍງເຂົ້າກັບສາກົນຢ່າງເລິກເຊິ່ງ, ກວ້າງຂວາງ

ສານກ່ຽວກັບປະເທດ ຫຽດນາມ ພັດທະນາຢ່າງຂະຫຍັນຂັນເຄື່ອນ, ເຊື່ອມໂຍງເຂົ້າກັບສາກົນຢ່າງເລິກເຊິ່ງ, ກວ້າງຂວາງ

ຫວຽດນາມ ໄດ້ປັບປຸງ ແລະ ເພີ່ມທະວີການພົວພັນຮ່ວມມືຫຼາຍດ້ານກັບບັນດາປະເທດ, ເປີດກຳລັງໜູນ ແລະ ກາລະໂອກາດໃໝ່ ເພື່ອຍາດແຍ່ງການໜູນຊ່ວຍ ແລະ ແຫຼ່ງກຳລັງໃຫ້ແກ່ການພັດທະນາເສດຖະກິດ - ສັງຄົມຂອງ ຫວຽດນາມ.

Top