• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ASEAN Para Games 12: ຄະນະນັກກິລາຄົນພິການ ຫວຽດນາມ ກຽມພ້ອມເຂົ້າຮ່ວມການແຂ່ງຂັນ

ASEAN Para Games ຄັ້ງທີ 12 ຈະຈັດຂຶ້ນຢູ່ນະຄອນຫຼວງ ພະນົມເປັນຂອງປະເທດ ກຳປູເຈຍ ໃນລະຫວ່າງວັນທີ 3 – 9 ມິຖຸນາ.
ຄະນະນັກກິລາ ຫວຽດນາມ ຢູ່ສະໜາມບິນ ກ່ອນທີ່ໄປ ກຳປູເຈຍ ເຂົ້າຮ່ວມ ASEAN Para Games ຄັ້ງທີ 12

ວັນທີ 31 ພຶດສະພາ, ຄະນະນັກກິລາຄົນພິການ ຫວຽດນາມ ໂດຍທ່ານ ຫງວຽນຮົ່ງມິງ, ຮອງຫົວໜ້າກົມໃຫຍ່ກິລາກາຍຍະກຳ ເປັນຫົວໜ້າຄະນະ, ພ້ອມກັບສະມາຊິກ 164 ຄົນ ໄດ້ໄປຮອດນະຄອນຫຼວງ ພະນົມເປັນ, ປະເທດ ກຳປູເຈຍ, ກຽມພ້ອມໃຫ້ການແຂ່ງຂັນຊິງລາງວັນໃນງານມະຫາກຳກິລາຄົນພິການອາຊີຕາເວັນອອກສ່ຽງໃຕ້ (ASEAN Para Games) ຄັ້ງທີ 12. ບັນດານັກກິລາ ຫວຽດນາມ ຈະແຂ່ງຂັນ 8 ໃນຈຳນວນ 13 ປະເພດກິລາຂອງງານມະຫາກຳ, ເຊິ່ງລວມມີ: ແລ່ນ ແລະ ລານ, ລອຍນ້ຳ, ຍົກນ້ຳໜັກ, ຕີດອກປີກໄກ່, ປີ໋ງປ໋ອງ, ໝາກຮຸກສາກົນ, ມວຍ judo ແລະ Boccia. ເປົ້າໝາຍຂອງກິລາຄົນພິການ ຫວຽດນາມ ໃນງານມະຫາກຳກິລາຄັ້ງນີ້ແມ່ນສູ້ຊົນຄ້ວາຫຼຽນໄດ້ແຕ່ 50 – 55 ຫຼຽນ ແລະ ລອດເຂົ້າທອບ 4 ບັນດາປະເທດຢືນແຖວໜ້າໃນຕາຕະລາງສະຫລຸບຫຼຽນ.

ASEAN Para Games ຄັ້ງທີ 12 ຈະຈັດຂຶ້ນຢູ່ນະຄອນຫຼວງ ພະນົມເປັນຂອງປະເທດ ກຳປູເຈຍ ໃນລະຫວ່າງວັນທີ 3 – 9 ມິຖຸນາ, ຢູ່ຫຼາຍສະຖານທີ່ຄື: ສະໜາມກິລາແຫ່ງຊາດ Morodok Techo, ສະໜາມກິລາ Olympic ແລະ ສະຖານທີ່ອື່ນໆຢູ່ນະຄອນຫຼວງ ພະນົມເປັນ.

 

(ແຫຼ່ງຄັດຈາກ VOV)

ທ່ານປະທານສະພາແຫ່ງຊາດ ເຈິ່ນແທັງເໝີ້ນ ໂອ້ລົມສົນທະນາກັບສັນຕະປະປາສຳນັກ ວາຕີກັງ Leo XIV

ທ່ານປະທານສະພາແຫ່ງຊາດ ເຈິ່ນແທັງເໝີ້ນ ໂອ້ລົມສົນທະນາກັບສັນຕະປະປາສຳນັກ ວາຕີກັງ Leo XIV

ໃນການຢ້ຽມຢາມ ສ.ອີຕາລີ ຢ່າງເປັນທາງການ, ຕອນທ່ຽງວັນທີ 11 ເມສາ (ຕາມເວລາທ້ອງຖິ່ນ) ຢູ່ ວາຕີກັງ, ທ່ານ ເຈິ່ນແທັງເໝີ້ນ, ປະທານສະພາແຫ່ງຊາດ ຫວຽດນາມ ໄດ້ມີການໂອ້ສົມສົນທະນາກັບ ສັນຕະປະປາ Leo XIV.

Top