ຂ່າວສານ ASEAN Bazaar ປະຈຳ ເມັກຊີໂກ: ແຜ່ກະຈາຍສີສັນອາຊີຕາເວັນອອກສ່ຽງໃຕ້, ຢັ້ງຢືນບົດບາດຂອງ ຫວຽດນາມ 01/12/2025 ວັນທີ 29 ພະຈິກ, ໃນບັນຍາກາດທີ່ຄຶກຄື້ນຂອງ “ງານບຸນທີ່ເຕັມໄປດ້ວຍສີສັນ, ດົນຕີ ແລະ ລົດຊາດ” ຢູ່ເມືອງ Iztapalapa, ບ່ອນທີ່ໄດ້ຮັບຖືວ່າ ແມ່ນຫົວໃຈວັດທະນະທຳຂອງນະຄອນຫຼວງ Mexico City, ຄະນະກຳມະການ ອາຊຽນ ປະຈຳ ເມັກຊີໂກ ໄດ້ໄຂເຫດການວັດທະນະທຳ ແລະ ອາຫານການກິນ ພາຍໃຕ້ຫົວຂໍ້ ASEAN Bazaar 2025. ປະຊາຊົນເມືອງ Iztapalap ມາຊິມອາຫານ ຫວຽດນາມ (ພາບ: TTXVN)ບັນດາສະຖານທູດ ຫວຽດນາມ, ອິນໂດເນເຊຍ, ມາເລເຊຍ, ຟີລິບປິນ ແລະ ໄທ ປະຈຳ ເມັກຊີໂກ ໄດ້ແນະນຳບັນດາສີສັນທີ່ເປັນເອກະລັກຂອງ ອາຊີຕາເວັນອອກສ່ຽງໃຕ້: ນັບແຕ່ຊຸດອາພອນທີ່ເປັນມູນເຊື້ອ, ເຄື່ອງຫັດຖະກຳ ຕະຫຼອດຮອດບັນດາເຍື່ອງອາຫານທີ່ມີລົດຊາດເປັນເອກະລັກຄື ແນມຂອງ ຫວຽດນາມ, ພັດໄທ... ໄປຄຽງຄູ່ກັນນັ້ນ, ລາຍການສະແດງສິລະປະຂອງນັກຮຽນ ໂຮງຮຽນປະຖົມ ສາທາລະນະລັດສັງຄົມນະຍົມ ຫວຽດນາມ ໄດ້ນຳເອົາຄວາມຮູ້ສຶກຕື້ນຕັນໃຈ, ຄືດັ່ງຄຳສະບາຍດີທີ່ແສນອົບອຸ່ນຈາກ Iztapalapa ຝາກເຖິງ ອາຊຽນ. ດ້ວຍບົດບາດອັນຕັ້ງໜ້າ, ເປັນເຈົ້າການ ແລະ ມີຄວາມຮັບຜິດຊອບ, ຫວຽດນາມ ສືບຕໍ່ສວມບົດບາດສຳຄັນໃນຄວາມມານະພະຍາຍາມລວມຂອງ ອາຊຽນ ໃນການເພີ່ມທະວີການຮ່ວມມືກັບບັນດາປະເທດ ອາເມລິກາ ລາຕິງ, ຊຸກຍູ້ຄວາມເຂົ້າໃຈເຊິ່ງກັນ ແລະ ກັນ, ຜ່ານນັ້ນປັບປຸງສາຍພົວພັນມິດຕະພາບທີ່ເປັນມູນເຊື້ອຂອງສອງພາກພື້ນ. (ແຫຼ່ງຄັດຈາກ VOV)

ວັນທີ 29 ພະຈິກ, ໃນບັນຍາກາດທີ່ຄຶກຄື້ນຂອງ “ງານບຸນທີ່ເຕັມໄປດ້ວຍສີສັນ, ດົນຕີ ແລະ ລົດຊາດ” ຢູ່ເມືອງ Iztapalapa, ບ່ອນທີ່ໄດ້ຮັບຖືວ່າ ແມ່ນຫົວໃຈວັດທະນະທຳຂອງນະຄອນຫຼວງ Mexico City, ຄະນະກຳມະການ ອາຊຽນ ປະຈຳ ເມັກຊີໂກ ໄດ້ໄຂເຫດການວັດທະນະທຳ ແລະ ອາຫານການກິນ ພາຍໃຕ້ຫົວຂໍ້ ASEAN Bazaar 2025. ປະຊາຊົນເມືອງ Iztapalap ມາຊິມອາຫານ ຫວຽດນາມ (ພາບ: TTXVN)ບັນດາສະຖານທູດ ຫວຽດນາມ, ອິນໂດເນເຊຍ, ມາເລເຊຍ, ຟີລິບປິນ ແລະ ໄທ ປະຈຳ ເມັກຊີໂກ ໄດ້ແນະນຳບັນດາສີສັນທີ່ເປັນເອກະລັກຂອງ ອາຊີຕາເວັນອອກສ່ຽງໃຕ້: ນັບແຕ່ຊຸດອາພອນທີ່ເປັນມູນເຊື້ອ, ເຄື່ອງຫັດຖະກຳ ຕະຫຼອດຮອດບັນດາເຍື່ອງອາຫານທີ່ມີລົດຊາດເປັນເອກະລັກຄື ແນມຂອງ ຫວຽດນາມ, ພັດໄທ... ໄປຄຽງຄູ່ກັນນັ້ນ, ລາຍການສະແດງສິລະປະຂອງນັກຮຽນ ໂຮງຮຽນປະຖົມ ສາທາລະນະລັດສັງຄົມນະຍົມ ຫວຽດນາມ ໄດ້ນຳເອົາຄວາມຮູ້ສຶກຕື້ນຕັນໃຈ, ຄືດັ່ງຄຳສະບາຍດີທີ່ແສນອົບອຸ່ນຈາກ Iztapalapa ຝາກເຖິງ ອາຊຽນ. ດ້ວຍບົດບາດອັນຕັ້ງໜ້າ, ເປັນເຈົ້າການ ແລະ ມີຄວາມຮັບຜິດຊອບ, ຫວຽດນາມ ສືບຕໍ່ສວມບົດບາດສຳຄັນໃນຄວາມມານະພະຍາຍາມລວມຂອງ ອາຊຽນ ໃນການເພີ່ມທະວີການຮ່ວມມືກັບບັນດາປະເທດ ອາເມລິກາ ລາຕິງ, ຊຸກຍູ້ຄວາມເຂົ້າໃຈເຊິ່ງກັນ ແລະ ກັນ, ຜ່ານນັ້ນປັບປຸງສາຍພົວພັນມິດຕະພາບທີ່ເປັນມູນເຊື້ອຂອງສອງພາກພື້ນ.
ບັນດາບົດຕໍ່ໄປ ຫວຽດນາມ - ລາວ ເພີ່ມທະວີການຮ່ວມມືດ້ານທິດສະດີ ແລະ ຫຸ້ນສ່ວນຍຸດທະສາດ06/11/2026ຂ່າວສານ ທ່ານ ຫງວຽນຊວັນຖັງ ປະທານສະພາທິດສະດີສູນກາງ ຫວຽດນາມ ຢັ້ງຢືນວ່າ ຫວຽດນາມ ຍາມໃດກໍ່ຖືເປັນສຳຄັນ ແລະ ສະໜັບສະໜູນລາວໃນພາລະກິດແຫ່ງການສ້າງສາ, ພັດທະນາປະເທດຊາດ. ຕະຫຼາດຫຼັບຊັບ ອາເມລິກາ ຫຼຸດລົງຢ່າງແຮງ06/11/2026ຂ່າວສານການສົນທະນາດ້ານນະໂຍບາຍປ້ອງກັນຊາດ ຫວຽດນາມ - ອາເມລິກາ ຄັ້ງທີ 1406/11/2026ຂ່າວສານຫວຽດນາມ - EU ກຳນົດທິດອະນາຄົດເສດຖະກິດສີຂຽວ ແລະ ລະບົບມູນຄ່າໃໝ່06/11/2026ຂ່າວສານທ່ານປະທານສະພາແຫ່ງຊາດ ລາວ ສອນໄຊ ສີພັນດອນ ສິ້ນສຸດການຢ້ຽມຢາມ ຫວຽດນາມ ຢ່າງເປັນທາງການ06/11/2026ຂ່າວສານທ່ານເລຂາທິການໃຫຍ່, ປະທານປະເທດ ໂຕເລິມ: ອຳນວຍຄວາມສະດວກເພື່ອໃຫ້ປະຊາຊົນຊົມໃຊ້ ວັດທະນະທຳ05/11/2026ຂ່າວສານຫວຽດນາມ ສະເໜີເພີ່ມທະວີການເຊື່ອມຕໍ່, ຊຸກຍູ້ການຮ່ວມມືແມ່ນ້ຳຂອງ - ລ້ານຊ້າງ05/11/2026ຂ່າວສານ ອ່ານເພີ່ມ