• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

Army Games-2019: ຫວຽດນາມ ຍາດໄດ້ອັນດັບທີ 2 ໃນປະເພດແຂ່ງລົດຖັງ

Army Games 2019 ໄດ້ດຳເນີນໃນລະຫວ່າງວັນທີ 3 – 17 ສິງຫາ, Tand Biathlon ແມ່ນປະເພດແຂ່ງຂັນພົ້ນເດັ່ນ ດ້ວຍ 24 ປະເທດເຂົ້າຮ່ວມ, ແບ່ງເປັນ 2 ສາຍ.

Army Games-2019: ຫວຽດນາມ ຍາດໄດ້ອັນດັບທີ 2 ໃນປະເພດແຂ່ງລົດຖັງ

ໃນຂອບເຂດງານແຂ່ງຂັນການທະຫານສາກົນ 2019 (Army Games - 2019), ວັນທີ 15 ສິງຫາ, ຢູ່ສະໜາມຝຶກແອບ Alabino, ຢູ່ຊານນະຄອນຫລວງ ມົດສະກູ ໄດ້ດຳເນີນຮອບຊີງຊະນະເລີດສາຍ 2 ການແຂ່ງລົດຖັງຍິງເປົ້າໝາຍ, ຜ່ານຜ່າສິ່ງກີດຂວາງ ແລະ ແຂ່ງຂັນຄວາມໄວ (Tand Biathlon), ລວມມີບັນດາທິມ ຫວຽດນາມ, ອູກັນດາ, ອຸດສະເບກິດສຖານ, ກູບາ. ດ້ວຍຜົນງານ 2 ຊົ່ວໂມງ 25 ນາທີ 03 ວິນາທີ, ທິມ ຫວຽດນາມ ຍາດໄດ້ອັນດັບທີ 2. ນີ້ແມ່ນຜົນງານທີ່ເປັນໜ້າປະທັບໃຈຂອງທິມ ຫວຽດນາມ ເມື່ອຫາກໍ່ເຂົ້າຮ່ວມການແຂ່ງຂັນນີ້ເປັນຄັ້ງທີ 2. ເມື່ອຕີລາຄາກ່ຽວກັບໝາກຜົນຂອງທິມ ຫວຽດນາມ, ທ່ານພົນໂທ ຟານວັນຢາງ ໃຫ້ຮູ້ວ່າ:

ຂ້າພະເຂົ້າມີຄວາມເບີກບານມ່ວນຊື່ນ ແລະ ເພິ່ງພໍໃຈຕໍ່ຜົນງານດັ່ງກ່າວ, ຂ້າພະເຈົ້າຫວັງວ່າ ບັນດານັກຮົບລົດຖັງຈະມານະພະຍາຍາມໃຫ້ຫລາຍກ່ວາອີກ ເພື່ອຍາດໄດ້ຜົນງານສູງກ່ວາ ບໍ່ພຽງແຕ່ຢູ່ໃນງານແຂ່ງຂັນການທະຫານເທົ່ານັ້ນ ຫາກຍັງເປັນກຳລັງບຸກຕີຂອງກຳລັງທະຫານບົກໃນການສູ້ຮົບປົກປັກຮັກສາປະເທດຊາດ. ນີ້ແມ່ນໂອກາດ ເພື່ອໃຫ້ພວກເຮົາເປີດກ້ວາງວິໄສທັດ, ເພີ່ມທະວີການພົວພັນກັບບັນດາປະເທດ. 

Army Games 2019 ໄດ້ດຳເນີນໃນລະຫວ່າງວັນທີ 3 – 17 ສິງຫາ, Tand Biathlon ແມ່ນປະເພດແຂ່ງຂັນພົ້ນເດັ່ນ ດ້ວຍ 24 ປະເທດເຂົ້າຮ່ວມ, ແບ່ງເປັນ 2 ສາຍ.

(ແຫຼ່ງຄັດຈາກ VOV)

ການ​ນຳ​ພັກ, ລັດ ອາ​ໄລ​ຫາ​ບັນ​ດາ​ນັກ​ຮົບ​ເສຍ​ສະຫຼະ​ຊີ​ວິດ​ເພື່ອ​ຊາດ ແລະ ເຂົ້າ​ຄຳ​ນັບສຸ​ສານ ​ປະ​ທານ ໂຮ່​ຈີ​ມິນ

ການ​ນຳ​ພັກ, ລັດ ອາ​ໄລ​ຫາ​ບັນ​ດາ​ນັກ​ຮົບ​ເສຍ​ສະຫຼະ​ຊີ​ວິດ​ເພື່ອ​ຊາດ ແລະ ເຂົ້າ​ຄຳ​ນັບສຸ​ສານ ​ປະ​ທານ ໂຮ່​ຈີ​ມິນ

ດ້ວຍຄວາມເຄົາລົບນັບຖື ແລະ ຄວາມຮູ້ບຸນຄຸນຢ່າງລົ້ນເໜືອ, ຄະນະຜູ້ແທນໄດ້ກົ້ມຫົວອາໄລຫາບັນດານັກຮົບວິລະຊົນທີ່ໄດ້ເສຍສະຫຼະຊີວິດເພື່ອຊາດ, ລູກຜູ້ດີເດັ່ນຂອງຊາດທີ່ໄດ້ເສຍສະຫຼະຊີວິດເພື່ອບ້ານເກີດເມືອງນອນ, ເພື່ອປະເທດຊາດ.

Top