• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

APPF31 ປະສົບຜົນສຳເລັດດ້ວຍຖະແຫຼງການຮ່ວມ

ເວທີປາໄສລັດຖະສະພາ ອາຊີ - ປາຊີຟິກ ຄັ້ງທີ 31 (APPF31) ວັນທີ 25 ພະຈິກ ໄດ້ສິ້ນສຸດລົງໄປດ້ວຍຜົນສຳເລັດຢ່າງຈົບງາມຢູ່ນະຄອນຫຼວງ Manila ຂອງ ຟີລິບປິນ ດ້ວຍເລື່ອງ ບັນດາປະເທດຮັບຮອງເອົາຖະແຫຼງການຮ່ວມ, ສະແດງຄວາມຕັດສິນໃຈປັບປຸງການຮ່ວມມືລັດຖະສະພາຫຼາຍຝ່າຍເພື່ອສັນຕິພາບ ແລະ ສະຖຽນລະພາບຂອງພາກພື້ນ.
ວາລະປະຊຸມຄົບຄະນະທຳອິດ ຢູ່ APPF 31 ປຶກສາຫາລືກ່ຽວກັບບັນຫາການເມືອງ ແລະ ຄວາມໝັ້ນຄົງ (ພາບ:TTXVN)

ພາຍຫຼັງດຳເນີນກອງປະຊຸມໃນ 3 ວັນ, ເວທີປາໄສລັດຖະສະພາ ອາຊີ - ປາຊີຟິກ ຄັ້ງທີ 31 (APPF31) ວັນທີ 25 ພະຈິກ ໄດ້ສິ້ນສຸດລົງໄປດ້ວຍຜົນສຳເລັດຢ່າງຈົບງາມຢູ່ນະຄອນຫຼວງ Manila ຂອງ ຟີລິບປິນ ດ້ວຍເລື່ອງ ບັນດາປະເທດຮັບຮອງເອົາຖະແຫຼງການຮ່ວມ, ສະແດງຄວາມຕັດສິນໃຈປັບປຸງການຮ່ວມມືລັດຖະສະພາຫຼາຍຝ່າຍເພື່ອສັນຕິພາບ ແລະ ສະຖຽນລະພາບຂອງພາກພື້ນ.

ໃນຂອບເຂດກອງປະຊຸມ, ບັນດາກຸ່ມປະຕິບັດງານ ແລະ ຄະນະກຳມະການໄດ້ຮຽບຮຽງຮັບຮອງເອົາ ມະຕິ 10 ສະບັບ, ເປັນຕົ້ນແມ່ນ: ເພີ່ມທະວີກຳລັງຄວາມສາມາດຂອງລັດຖະສະພາບັນດາປະເທດໃນການຊຸກຍູ້ສັນຕິພາບ ແລະ ສະຖຽນລະພາບ; ການຕ້ານອາດຊະຍາກຳຂ້າມຊາດ; ເພີ່ມທະວີການຮ່ວມມືໃນພາກພື້ນກ່ຽວກັບການເຄື່ອນໄຫວເພື່ອການປ່ຽນແປງຂອງດິນຟ້າອາກາດ; ການອະນຸລັກຮັກສາຊີວະນາໆພັນ ແລະ ຫຼຸດຜ່ອນຄວາມສ່ຽງເກີດໄພທຳມະຊາດ; ການຮ່ວມມືໃນພາກພື້ນ ຮັບຮອງເອົາການສຶກສາ - ວັດທະນະທຳ ແລະ ສາທາລະນະສຸກ; ເປົ້າໝາຍກ່ຽວກັບເພດ ແລະ ການພັດທະນາແບບຍືນຍົງ ແລະ ການເຂົ້າຮ່ວມ, ການນຳພາຂອງແມ່ຍິງ… ຕາມປະເທດເຈົ້າພາບ ຟີລິບປິນ ແລ້ວ, ເລື່ອງມະຕິ 10 ສະບັບໄດ້ຮັບການຮັບຮອງເອົານັ້ນແມ່ນຜົນສຳເລັດທີ່ສະແດງໃຫ້ເຫັນການເຂົ້າຮ່ວມຢ່າງຕັ້ງໜ້າຂອງຜູ້ແທນທັງໝົດທີ່ມາຈາກ 19 ປະເທດ ແລະ ກາຍເປັນສ່ວນໜຶ່ງຂອງຖະແຫຼງການຮ່ວມ, ປະກາດໃຊ້ເປັນເອກະສານສຸດທ້າຍຂອງ  APPF31.

ຄະນະຜູ້ແທນສະພາແຫ່ງຊາດ ຫວຽດນາມ ໂດຍທ່ານຮອງປະທານສະພາແຫ່ງຊາດ ຫງວຽນດຶກຫາຍ ນຳໜ້າເຂົ້າຮ່ວມກອງປະຊຸມຕ່າງໆ ດ້ວຍຫຼາຍຄຳເຫັນປະກອບເຂົ້າໃນໂຄງການດຳເນີນງານຂອງເວທີປາໄສ.

(ແຫຼ່ງຄັດຈາກ VOV)

ນາຍ​ທະ​ຫານ​ໜຸ່ມກອງ​ທັບ​ສາມ​ປະ​ເທດ ຫວຽດ​ນາມ - ລາວ - ກຳ​ປູ​ເຈຍ: ​ເຕັມ​ໄປ​ດ້ວຍ​ນ້ຳ​ໃຈ​ມິດ​ຕະ​ພາບ - ກ້າວ​ເດີນ​ຢ່າງ​ໝັ້ນ​ແກ່ນ​ໃນ​ອະ​ນາ​ຄົດ

ນາຍ​ທະ​ຫານ​ໜຸ່ມກອງ​ທັບ​ສາມ​ປະ​ເທດ ຫວຽດ​ນາມ - ລາວ - ກຳ​ປູ​ເຈຍ: ​ເຕັມ​ໄປ​ດ້ວຍ​ນ້ຳ​ໃຈ​ມິດ​ຕະ​ພາບ - ກ້າວ​ເດີນ​ຢ່າງ​ໝັ້ນ​ແກ່ນ​ໃນ​ອະ​ນາ​ຄົດ

ຕອນ​ບ່າຍ​ວັນ​ທີ 29 ພຶດ​ສະ​ພາ, ຢູ່​ນະ​ຄອນ ດ່າ​ໜັງ, ຄະ​ນະ​ຊາວ​ໜຸ່ມກອງ​ທັບ, ກົມ​ໃຫຍ່​ການ​ເມືອງກອງ​ທັບ​ປະ​ຊາ​ຊົນ ຫວຽດ​ນາມ ໄດ້​ຈັດ​ລາຍ​ງານ​ພົບ​ປະ​ແລກ​ປ່ຽນ​ນາຍ​ທະ​ຫານ​ໜຸ່ມ ກອງ​ທັບ​ສາມ​ປະ​ເທດ ຫວຽດ​ນາມ - ລາວ - ກຳ​ປູ​ເຈຍ.

Top