• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

APEC ຮຽກຮ້ອງການຮ່ວມມືທາງດ້ານການຄ້າເມື່ອແກ້ໄຂບັນດາສິ່ງທ້າທາຍຂອງ ໂລກລະບາດ ໂຄວິດ-19

ໃນວັນທີ 5 ພຶດສະພາ, ທ່ານລັດຖະມົນຕີກະຊວງການຄ້າຂອງບັນດາພື້ນຖານເສດຖະກິດສະມາຊິກຂຶ້ນກັບກອງປະຊຸມເວທີປາໄສຮ່ວມມືເສດຖະກິດ ອາຊີ-ປາຊີຟິກ ໄດ້ຮຽກຮ້ອງໃຫ້ຍູ້ແຮງການຮ່ວມມືລະຫວ່າງບັນດາພື້ນຖານເສດຖະກິດສະມາຊິກເພື່ອແນໃສ່ສ້າງເງື່ອນໄຂສະດວກໃຫ້ແກ່ຂົງເຂດການຄ້າ, ຖືນີ້ຄືດັ່ງວິທີການແກ້ໄຂເພື່ອປ້ອງກັນ, ສະກັດກັັ້ນໂລກລະບາດ ໂຄວິດ-19.

ສິນຄ້າຢູ່ທ່າກ່ຳປັ່ນ   Long Beach, California ອາເມລິກາ (ພາບ: AFP/TTXVN)

ໃນຖະແຫຼງການສະບັບໜຶ່ງ, ບັນດາທ່ານລັດຖະມົນຕີ ແລະ ເຈົ້າໜ້າທີ່ການຄ້າ APEC ໄດ້ເນັ້ນໜັກເຖິງລະດັບຄວາມສຳຄັນຂອງການຮັກສາບັນດາຕະຫຼາດເປີດປະຕູ ແລະ ການສົມທົບກັນເພື່ອຮັບປະກັນສະພາບແວດລ້ອມການຄ້າ ແລະ ການລົງທຶນໃຫ້ເປັນປົກກະຕິ  ແລະ     ສາມາດຄາດຄະເນໄດ້. ຖະແຫຼງການໄດ້ກະຕຸກຊຸກຍູ້ໃຫ້ບັນດາພື້ນຖານເສດຖະກິດສະມາຊິກ APEC ປະຕິບັດບັນດາມາດຕະການຮີບດ່ວນ ແລະ ບໍ່ຄວນສ້າງບັນດາຮົ້ວກີດຂວາງທີ່ບໍ່ຈຳເປັນສຳລັບການເຄື່ອນໄຫວທາງດ້ານການຄ້າ, ເໝາະສົມກັບບັນດາຫຼັກການຂອງອົງການການຄ້າໂລກ (WTO) ເມື່ອມານະພະຍາຍາມຮັບມືກັບບັນດາສິ່ງທ້າທາຍຍ້ອນໂລກລະບາດ ໂຄວິດ-19 ກໍ່ຂື້ນ. ໃນຖະແຫຼງການກໍ່ໄດ້ເນັ້ນໜັກເຖິງຄວາມຈຳເປັນຕ້ອງແບ່ງປັນຂໍ້ມູນຂ່າວສານກ່ຽວກັບນະໂຍບາຍ ແລະ ມາດຕະການ, ໃນນັ້ນມີບ້ວງເງິນກະຕັນໄລຍະຍາວ ແລະ ໄລຍະສັ້ນ ເພື່ອຮັບມືກັບບັນດາສິ່ງທ້າທາຍເສດຖະກິດຍ້ອນໂລກລະບາດ ໂຄວິດ-19ກໍ່ຂຶ້ນ.
(ແຫຼ່ງຄັດຈາກ VOV)

ນາ​ຍົກ​ລັດ​ຖະ​ມົນ​ຕີ ຟ້າມ​ມິງ​ຈິງ ສະ​ເໜີ ອາ​ຊຽນ ເສີມ​ຂະ​ຫຍາຍ​ 3 ກົກ​ເຄົ້າແຫຼ່ງ​ກຳ​ລັງ​ແຮງຍຸດ​ທະ​ສາດ​ຢ່າງ​ແຮງ

ນາ​ຍົກ​ລັດ​ຖະ​ມົນ​ຕີ ຟ້າມ​ມິງ​ຈິງ ສະ​ເໜີ ອາ​ຊຽນ ເສີມ​ຂະ​ຫຍາຍ​ 3 ກົກ​ເຄົ້າແຫຼ່ງ​ກຳ​ລັງ​ແຮງຍຸດ​ທະ​ສາດ​ຢ່າງ​ແຮງ

ກ່າວຄຳເຫັນທີ່ກອງປະຊຸມ, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ເນັ້ນໜັກວ່າ “ກວມລວມ ແລະ ຍືນຍົງ” ແມ່ນການຄັດເລືອກ ແລະ ຄວາມຮຽກຮ້ອງຕ້ອງການຍຸດທະສາດຂອງ ອາຊຽນ, ພ້ອມທັງສະເໜີໃຫ້ ອາຊຽນ ເສີມຂະຫຍາຍສາມກົກເຄົ້າແຫຼ່ງກຳລັງຍຸດທະສາດຢ່າງແຮງ.

Top