• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

APEC ຍູ້ແຮງການໜູນຊ່ວຍປະຊາຊົນ ແລະ ປະຊາຄົມວິສາຫະກິດ

ທ່ານ ບູຍ​ແທງ​​ເຊີນ ປະທານ​ບັນດາ​ເຈົ້າ​ໜ້າ​ທີ່​ອາວຸ​ໂສ​ເວທີ​ປາ​ໄສ​
ຮ່ວມ​ມື​ເສດຖະກິດ ອາຊີ - ປາຊີ​ຟິກ 2017
           ກອງ​ປະຊຸມ​ຄັ້ງ​ທີ 1 ບັນດາ​ເຈົ້າ​ໜ້າ​ທີ່​ອາວຸ​ໂສ (SOM 1) ​ເວທີ​ປາ​ໄສ​ຮ່ວມ​ມື​ເສດຖະກິດ ​ອາຊີ - ປາຊີ​ຟິກ (APEC) 2017 ຖືກ​ໄຂ​ຂຶ້ນ​ໃນ​ຕອນ​ເຊົ້າ​ວັນ​ທີ 02/03 ຢູ່​ນະຄອນ ຍາ​ຈາງ ​ແຂວງ ​ແຄ໋ງຮ່ວາ. ທ່ານ​ຮອງ​ລັດຖະມົນຕີ​ຜູ້​ປະຈຳ​ກະຊວງ​ການ​ຕ່າງປະ​ເທດ ຫວຽດນາມ ບູຍ​ແທງ​​ເຊີນ ປະທານ​ບັນດາ​ເຈົ້າ​ໜ້າ​ທີ່​ອາວຸ​ໂສ​ເວທີ​ປາ​ໄສ​ຮ່ວມ​ມື​ເສດຖະກິດ ອາຊີ - ປາຊີ​ຟິກ 2017 - ປະທານ SOM APEC 2017, ​ເປັນ​ປະທານ​ກອງ​ປະຊຸມ, ດ້ວຍ​ການ​ເຂົ້າ​ຮ່ວມ​ຂອງ​ບັນດາ​ຜູ້​ແທນ​ທີ່​ມາ​ຈາກ 21 ພື້ນຖານ​ເສດຖະກິດ​ສະມາຊິກ APEC. ກ່າວ​ຄຳ​ເຫັນ​ໄຂ​ກອງ​ປະຊຸມ ທ່ານ​ບູຍ​ແທງ​ເຊີນ ​ໃຫ້​ຮູ້​ວ່າ ​ໃນ 12 ວັນ​ຜ່ານ​ມາ, ບັນດາ​ກອງ​ປະຊຸ​ມຂອງ​ກຸ່ມ​ປະຕິບັດ​ງານ, ຄະນະ​ກຳມະການ​ໄດ້​ປຶກສາ​ຫາລື​ກ່ຽວ​ກັບ​ບັນດາ​ບຸລິມະສິດ ​ແລະ ​ແຜນການ​ລະອຽດ​ໃຫ້​ປີ APEC 2017. ໝາກຜົນ​ກອງ​ປະຊຸມ​ຄັ້ງ​ທີ 1 ບັນດາ​ເຈົ້າ​ໜ້າ​ທີ່​ອາວຸ​ໂສ (SOM 1) ຈະ​ແມ່ນ​ສານ​ທີ່ເຂັ້ມ​ແຂງ, ຢັ້ງຢືນ​ບົດ​ບາດ​ສຳຄັນ​ຂອງ APEC ​ໃນ​ການ​ຊອກ​ຫາ​ບັນດາ​ຂໍ້​ລິ​ເລີ່​ມ, ຊຸກຍູ້​ບັນດາ​ຈຸດໝາຍ​ລວມ ໜູນ​ຊ່ວຍ​ປະຊາຊົນ ​ແລະ ປະຊາ​ຄົມ​ວິ​ສາ​ຫະກິດ.
        ​ໃນ​ມື້ເຮັດ​ວຽກ​ທຳ​ອິດຂອງ​ກອງປະຊຸມ​ຄັ້ງ​ທີ 1 ບັນດາ​ເຈົ້າ​ໜ້າ​ທີ່​ອາວຸ​ໂສ APEC (SOM 1 ), ບັນດາ​ຜູ້​ແທນ​ຮັບ​ຟັງ​ບົດ​ລາຍ​ງານ​​ໂດຍ​ຫຍໍ້​ກ່ຽວ​ກັບ​ບັນ​ດາ​ໝາກຜົນ​ຕົ້ນຕໍ​ຂອງ​ກອງ​ປະຊຸມ​ບັນດາ​ເຈົ້າ​ໜ້າ​ທີ່​ອາວຸ​ໂສ​ບໍ່​ເປັນ​ທາງ​ການ; ລາຍ​ງານ​ກ່ຽວ​ກັບ​ວຽກ​ງານ​ຂອງ​ວິວັດ​ການ​ລັດຖະມົນຕີ​ການ​ເງິນ​ປີ 2017; ປະທານ​ຄະນະ​ກຳມະການ​ເສດຖະກິດ​ລາຍ​ງານ​ໝາກຜົນ​ຂ​ອງ ກອງ​ປະຊຸມຜ່ານ​ມາ ​ແລະ ບັນດາ​ບຸລິມະສິດ​ໃນ​ປີ 2017 ​ແລະ ການ​ປະຕິບັດ​ແຜນການ​ຂອງ​ແຕ່​ລະສະ​ມາ​ຊິກ​ໃນ​ວິວັດ​ການ​ເຮັດ​ວຽກ​ໃໝ່​ຂອງ APEC ກ່ຽວ​ກັບ​ການ​ປະຕິ​ຮູບ​ໂຄງ​ປະກອບ.
        ຢູ່​ນອກ​ກອງ​ປະຊຸມ, ບັນດາ​ຜູ້​ແທນ​ທີ່​ມາ​ຈາກ 21 ພື້ນຖານ​ເສດຖະກິດ​ສະມາຊິກ​ລ້ວນ​ແຕ່​ຖື​ວ່າ: ຫວຽດນາມ ມີ​ບົດບາດ​ສຳຄັນ​ໃນ​ວິວັດທະນາ​ການ​ຮ່ວມ​ມື ​ແລະ ພັດທະນາ​ຂອງ APEC. ​ເຂົາ​ເຈົ້າ​ສະ​ແດງ​ໃຫ້​ເຫັນ​ຄວາມ​ເຊື່ອ​ໝັ້ນ​ຕໍ່​ປີ APEC ສຳ​ເລັດ​ຜົນ, ສືບ​ຕໍ່​ຢືນຢັນ​ວ່າ ​ແມ່ນ​ກົນ​ໄກຮ່ວມ​ມື, ຮ່ວມ​ສຳພັນ​ເສດຖະກິດ​ແຖວ​ໜ້າ​ຢູ່​ພາກ​ພື້ນ, ປະກອບສ່ວນ​ຮັກສາ ​ອາຊີ - ປາຊີ​ຟິກ ​ແມ່ນ​ກຳລັງ​ໜູນ​ຂອງ​ການ​ເຕີບ​ໂຕ ​ແລະ ຮ່ວມ​ສຳພັນ​ເສດຖະກິດ​ໃນ​ທົ່ວ​ໂລກ.
 (ແຫຼ່ງຄັດຈາກ VOV)

ໄຂກອງປະຊຸມສະໄໝສາມັນເທື່ອທີ 10 ສະພາແຫ່ງຊາດ ຫວຽດນາມ ຊຸດທີ 15

ໄຂກອງປະຊຸມສະໄໝສາມັນເທື່ອທີ 10 ສະພາແຫ່ງຊາດ ຫວຽດນາມ ຊຸດທີ 15

ຕອນເຊົ້າວັນທີ 20 ຕຸລາ, ຢູ່ຫໍປະຊຸມ ຢຽນຮົ່ງ, ຮ່າໂນ້ຍ, ສະພາແຫ່ງຊາດ ຫວຽດນາມ ໄດ້ໄຂກອງປະຊຸມສະໄໝສາມັນເທື່ອທີ 10, ເຊິ່ງແມ່ນກອງປະຊຸມຄັ້ງສຸດທ້າຍຂອງສະພາແຫ່ງຊາດ ຫວຽດນາມ ຊຸດທີ 15. ກອງປະຊຸມວຽກງານຫຼາຍທີ່ສຸດຂອງ ອາຍຸການ, ຄາດວ່າ ດຳເນີນເປັນເວລາປະມານ 40 ວັນ. ເຂົ້າຮ່ວມວາລະໄຂກອງປະຊຸມ, ມີທ່ານເລຂາທິການໃຫຍ່ພັກກອມມູນິດ ຫວຽດນາມ ໂຕເລິມ, ທ່ານປະທານປະເທດ ເລືອງເກື່ອງ, ທ່ານນາຍົກລັດຖະມົນຕີ ຟ້າມມິນຈິງ ແລະ ທ່ານປະທານສະພາແຫ່ງຊາດ ເຈິ່ນແທັງເໝີ້ນ.

Top