• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

APEC 2017: ສື່ມວນຊົນ ອັງກິດ ຕີລາຄາສູງວຽກງານກະກຽມຂອງປະເທດເຈົ້າພາບ ຫວຽດນາມ

      ທີ 08 ພະຈິກ, ໜັງສືພິມ Financial Times ຂອງ ອັງກິດ ໄດ້ລົງພິມບົດຂຽນ ຕີລາຄາສູງວຽກງານກະກຽມຈັດຕັ້ງສັບປະດາຂັ້ນສູງເວທີປາໄສເສດຖະກິດ ອາຊີ - ປາຊີຟິກ (APEC) 2017

ນັກຂ່າວພາຍໃນປະເທດ ແລະ ຕ່າງປະເທດພວມປະຕິບັດໜ້າທີ່ໃຫ້ຂ່າວ
      ຂອງປະເທດເຈົ້າພາບ ຫວຽດນາມ ເວົ້າລວມ ແລະ ຂອງນະຄອນ ດ່າໜັງ ເວົ້າສະເພາະ. ຄັດສະເໜີຄຳກ່າວປາໄສຂອງທ່ານຮອງປະທານຄະນະກຳມະການປະຊາຊົນນະຄອນ ດ່າໜັງ ຫງວຽນງອັກຕ໋ວນ, ໜັງສືພິມດັ່ງກ່າວຢືນຢັນວ່າ: ນີ້ແມ່ນເຫດການການທູດໃຫຍ່ສຸດຂອງ ຫວຽດນາມ ໃນປີ 2017, ກໍ່ແມ່ນເຫດການສາກົນທີ່ມີຂອບຂະໜາດໃຫຍ່ສຸດ ເຊິ່ງໄດ້ຈັດຕັ້ງ ນັບແຕ່ກ່ອນມາຮອດປະຈຸບັນຢູ່ ດ່າໜັງ. ນີ້ແມ່ນໂອກາດຄຳໃຫ້ ດ່າໜັງ ເພື່ອໄດ້ຕ້ອນຮັບບັນດາຄະນະຜູ້ແທນ ແລະ ການນຳຂອງບັນດາພື້ນຖານເສດຖະກິດໃຫຍ່ຄື: ທ່ານປະທານາທິບໍດີ ອາເມລິກາ Donald Trump, ທ່ານປະທານປະເທດ ຈີນ ສືຈິນຜິງ, ທ່ານປະທານາທິບໍດີ ລັດເຊຍ Vladimir Putin ກໍ່ຄືການນຳບັນດາວິສາຫະກິດໃຫຍ່.
 (ແຫຼ່ງຄັດຈາກ VOV)

ຫວຽດ​ນາມ ແບ່ງ​ປັນ​ຄວາມ​ຮັບ​ຜິດ​ຊອບ​ໃນ​ການ​​ປ້ອງກັນ​ຄວາມ​ປອດ​ໄພ​ທາງ​ອິນ​ເຕີ​ເນັດ

ຫວຽດ​ນາມ ແບ່ງ​ປັນ​ຄວາມ​ຮັບ​ຜິດ​ຊອບ​ໃນ​ການ​​ປ້ອງກັນ​ຄວາມ​ປອດ​ໄພ​ທາງ​ອິນ​ເຕີ​ເນັດ

“ສົນທິສັນຍາ ຮ່າໂນ້ຍ”, ເອກະສານນິຕິກຳສະບັບທຳອິດຂອງ ສປຊ ກ່ຽວກັບການຕ້ານອາດຊະຍາກຳທາງເຄືອຂ່າຍອິນເຕີເນັດ ທີ່ໄດ້ຮັບຮອງໂດຍສະມັດຊາໃຫຍ່ ສປຊ ໃນວັນທີ 24 ທັນວາ 2024 ແລະ ໄດ້ເປີດພິທີລົງນາມຢ່າງເປັນທາງການ ຢູ່ຮ່າໂນ້ຍໃນວັນທີ 25 – 26 ຕຸລາ 2025, ພາຍໃຕ້ການເປັນປະທານຮ່ວມຂອງທ່ານປະທານປະເທດ ຫວຽດນາມ ເລືອງເກື່ອງ ແລະ ທ່ານເລຂາທິການໃຫຍ່ ສປຊ Antonio Guterres. ເຫດການນີ້ບໍ່ພຽງແຕ່ເປີດໜ້າປະຫວັດສາດໃໝ່ໃນການຮ່ວມມືທົ່ວໂລກກ່ຽວກັບຄວາມໝັ້ນຄົງທາງເຄືອຂ່າຍອິນເຕີເນັດ ເທົ່ານັ້ນຫາກຍັງຢັ້ງຢືນບົດບາດ ແລະ ຄວາມຮັບຜິດຊອບຂອງຫວຽດນາມ ໃນການແບ່ງປັນຄວາມຮັບຜິດຊອບໃນການປ້ອງກັນຄວາມປອດໄພທາງອິນເຕີເນັດອີກດ້ວຍ.

Top