• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

Amazon ຈະໜູນຊ່ວຍ ຫວຽດນາມ ກາຍເປັນສູນສົ່ງອອກຜ່ານການຄ້າເອເລັກໂຕນິກຢູ່ ອາຊີຕາເວັນອອກສ່ຽງໃຕ້

ທ່ານຮອງນາຍົກລັດຖະມົນຕີ ເລແທັ່ງລອງ ສະເໜີໃຫ້ Amazon ເປີດກວ້າງການຮ່ວມມືກັບບັນດາວິສາຫະກິດເຕັກໂນໂລຊີ ຫວຽດນາມ ເພື່ອເພີ່ມທະວີການຜະລິດ, ພັດທະນາຜະລິດຕະພັນໃນລະບົບຊີວະພາບຂອງ Amazon ຢູ່ ຫວຽດນາມ.
ທີ່ການຕ້ອນຮັບ (ພາບ: GVP)

ຕອນບ່າຍວັນທີ 05 ທັນວາ, ຢູ່ ຮ່າໂນ້ຍ, ທ່ານ ເລແທັ່ງລອງ, ຮອງນາຍົກລັດຖະມົນຕີ ຫວຽດນາມ ໄດ້ຕ້ອນຮັບ ທ່ານນາງ Susan Pointer, ຮອງປະທານຜູ້ຮັບຜິດຊອບນະໂຍບາຍພາກລັດທົ່ວໂລກຂອງ Amazon, ກຸ່ມບໍລິສັດມີສຳນັກງານຕັ້ງຢູ່ ອາເມລິກາ.

ທ່ານຮອງນາຍົກລັດຖະມົນຕີ ເລແທັ່ງລອງ ສະເໜີໃຫ້ Amazon ເປີດກວ້າງການຮ່ວມມືກັບບັນດາວິສາຫະກິດເຕັກໂນໂລຊີ ຫວຽດນາມ ເພື່ອເພີ່ມທະວີການຜະລິດ, ພັດທະນາຜະລິດຕະພັນໃນລະບົບຊີວະພາບຂອງ Amazon ຢູ່ ຫວຽດນາມ. ທ່ານຢືນຢັນວ່າ ຫວຽດນາມ ພ້ອມແລ້ວທີ່ຈະສ້າງເງື່ອນໄຂສະດວກເພື່ອໃຫ້ Amazon ຮ່ວມມື, ລົງທຶນ, ດຳເນີນທຸລະກິດຢ່າງຍາວນານ, ມີປະສິດທິຜົນຢູ່ ຫວຽດນາມ, ປະກອບສ່ວນເຂົ້າໃນການພັດທະນາຂອງ ຫວຽດນາມ.

ສ່ວນທ່ານນາງ Susan Pointer, ຢືນຢັນວ່າ ກຸ່ມບໍລິສັດ Amazon ຈະຮ່ວມມືຢ່າງຍາວນານກັບ ຫວຽດນາມ; ໜູນຊ່ວຍຍົກລະດັບຜະລິດຕະພັນ Made in Vietnam, ໜູນຊ່ວຍນຳ ຫວຽດນາມ ກາຍເປັນສູນສົ່ງອອກດ້ານການຄ້າເອເລັກໂຕນິກ ຢູ່ ອາຊີຕາເວັນອອກສ່ຽງໃຕ້.

(ແຫຼ່ງຄັດຈາກ VOV)

ທ່ານນາຍົກລັດຖະມົນຕີ ຟ້າມມິນຈິງ ເປັນປະທານກອງປະຊຸມປະຈຳເດືອນ ພະຈິກ ປີ 2025 ຂອງລັດຖະບານ ຫວຽດນາມ

ທ່ານນາຍົກລັດຖະມົນຕີ ຟ້າມມິນຈິງ ເປັນປະທານກອງປະຊຸມປະຈຳເດືອນ ພະຈິກ ປີ 2025 ຂອງລັດຖະບານ ຫວຽດນາມ

ບັນດາໝາກຜົນລະອຽດເດືອນນີ້ດີກວ່າເດືອນກ່ອນ, ດີກວ່າເມື່ອທຽບໃສ່ກັບໄລຍະດຽວກັນຂອງປີ 2024, ຊີວິດທາງດ້ານວັດຖຸ ແລະ ຈິດໃຈຂອງປະຊາຊົນໄດ້ຮັບການຍົກສູງຂຶ້ນ.

Top