• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

“Amazing Thailand: Your Stories Never End - ຍິ່ງ​ເຂົ້າ​ໃຈ​ຍິ່ງ​ຮັກ” ສົ່ງ​ເສີມ​ການ​ຊອກ​ຮູ້​ກ່ຽວ​ກັບ​ວັດ​ທະ​ນະ​ທຳ ໄທ

ເຫດການວັດທະນະທຳ “Amazing Thailand: Your Stories Never End - ໄທ ຍິ່ງເຂົ້າໃຈຍິ່ງຮັກ” ໂດຍສະຖານທູດ ໄທ ປະຈຳ ຫວຽດນາມ ສົມທົບກັບກົມໃຫຍ່ທ່ອງທ່ຽວ ໄທ ຈັດຂຶ້ນ ໄດ້ດຳເນີນໃນທ້າຍເດືອນ ກັນຍາ ຢູ່ ຮ່າໂນ້ຍ ແລະ ແຂວງ ຮຶງອຽນ ຫວຽດນາມ ນັ້ນ ໄດ້ສ້າງຄວາມປະທັບໃຈອັນດີງາມໃຫ້ແກ່ປະຊາຊົນ ຫວຽດນາມ. ນອກຈາກໄດ້ຮັບຊົມບັນດາລາຍການສິລະປະທີ່ເປັນມູນເຊື້ອ ແລະ ໄດ້ຊິມອາຫານ ໄທ ແລ້ວ, ແຂກທ່ອງທ່ຽວຍັງໄດ້ລອງເຮັດເຄື່ອງຫັດຖະກຳ ໄທ ແລະ ພ້ອມກັນແຜ່ບໍລິຈາກຊ່ວຍເຫຼືອປະຊາຊົນ ຫວຽດນາມ ທີ່ຖືກຜົນກະທົບຈາກພາຍຸ Yagi ຜ່ານມາ.
ເຫດການ “Amazing Thailand: Your Stories Never End - ໄທ ຍິ່ງເຂົ້າໃຈຍິ່ງຮັກ” ເຂັ້ມຂຸ້ນໄປດ້ວຍສີສັນວັດທະນະທຳໄທ

ເມື່ອສຽງເພງໃນລາຍການຟ້ອນ 4 ພາກ ດັ່ງຂຶ້ນ, ພ້ອມດ້ວຍວາດຟ້ອນອັນຄອ່ງແຄວ້ຂອງບັນດານັກສິລະປະການມາຈາກແຂວງ ຊຽງໃໝ່, ໄທ ໄດ້ດຶງດູດແຂກເຂົ້າຮ່ວມເຫດການ “Amazing Thailand: Your Stories Never End - ໄທ ຍິ່ງເຂົ້າໃຈຍິ່ງຮັກ” ເປັນຈຳນວນຫຼາຍ. ເມື່ອເວົ້າກ່ຽວກັບຄວາມໝາຍຂອງເຫດການນີ້, ທ່ານນາງ Urawadee Sriphiromya (ອຸຣະວະດີ ສີພິລົມ) ເອກອັກຄະລັດຖະທູດຜູ້ມີອຳນາດເຕັມແຫ່ງລາຊະອາຈາຈັກ ໄທ ປະຈຳ ຫວຽດນາມ, ໃຫ້ຮູ້ວ່າ:

“ພວກຂ້າພະເຈົ້າໄດ້ເລືອກເອົາຄຳເວົ້າ “ໄທ ຍິ່ງເຂົ້າໃຈຍິ່ງຮັກ” ໝາຍຄວາມວ່າ ເມື່ອມາຫາ ໄທພວກເພື່ອນຈະມີຄວາມສຸກກາຍສະບາຍໃຈມີຄວາມປະທັບໃຈ ແລະ ໄດ້ຊິມບັນດາເຍື່ອງອາຫານທີ່ຕ່າກັບ ຫວຽດນາມ ແລະ ແຕ່ລະຄົນຈະມີຄວາມຮູ້ສຶກສະເພາະຂອງໃຜລາວ. ແຕ່ເຖິງຢ່າງໃດກໍຕາມທຳອິດແມ່ເພື່ອສ້າງກອງທຶນຊ່ວຍເຫຼືອບັນດາຊາວຫວຽດນາມທີ່ປະສົບເຄາະຮ້າຍຖືກຜົນກະທົບຈາກພາຍຸ. ນີ້ແມ່ນໂອກາດທີ່ດີ. ພວກຂ້າພະເຈົ້າຈັດເຫດການນີ້ໂດຍບໍ່ໄດ້ເກັບຄ່າ ເພື່ອໃຫ້ປະຊາຊົນມາເຂົ້າຮ່ວມກໍຄືໃຫ້ວົງການນັກທຸລະກິດມາເພື່ອສ້າງກອງທຶນຊ່ວຍເຫຼືອຜູ້ປະສົບເຄາະຮ້າຍ”.

ນອກຈາກໄດ້ຮັບຊົມບັນດາລາຍການຟ້ອນທີ່ເປັນມູນເຊື້ອຂອງ ໄທ ແລ້ວ, ແຂກທີ່ໄດ້ເຂົ້າຮ່ວມເຫດການຍັງມີໂອກາດເຂົ້າຮ່ວມເຮັດບັນດາຜະລິດຕະພັນພື້ນເມືອງທີ່ເປັນເອກະລັກຂອງເຂດຕາເວັນອອກສ່ຽງເໜືອ ໄທ

ນອກຈາກໄດ້ຮັບຊົມບັນດາລາຍການຟ້ອນທີ່ເປັນມູນເຊື້ອຂອງ ໄທ ແລ້ວ, ແຂກທີ່ໄດ້ເຂົ້າຮ່ວມເຫດການຍັງມີໂອກາດເຂົ້າຮ່ວມເຮັດບັນດາຜະລິດຕະພັນພື້ນເມືອງທີ່ເປັນເອກະລັກຂອງເຂດຕາເວັນອອກສ່ຽງເໜືອ ໄທ; ຮັບຊົມລາຍການສະແດງມວຍໄທ, ໄດ້ຊິມບັນດາເຍື່ອງອາຫານທີ່ເປັນເອກະລັກ ກໍຄືໄດ້ໂອ້ລົມກັບບັນດາເພື່ອນ ໄທ ໂດຍກົງອີກດ້ວຍ.

“ຂ້າພະເຈົ້າເຄີຍໄປ້ຽມຢາມປະເທດ ໄທ ເທື່ອໜຶ່ງແລ້ວແຕ່ຍັງບໍ່ທັນມີໂອກາດໄດ້ສຳຜັດຕົວຈິງແບບນີ້. ຂ້າພະເຈົ້າເຫັນວ່າ ຄົນ ໄທ ສະໜິດສະໜົມເຂົ້າຄົນໄດ້ງ່າຍເຂົາເຈົ້າພ້ອມທີ່ຈະແບ່ງປັນວັດທະນະທຳຂອງປະເທດເຂົາເຈົ້າໃຫ້ແກ່ທຸກຄົນໄດ້ຮູ້ຈັກເຖິງ”.

“ເຂົ້າຮ່ວເຫດການນີ້ ນ້ອງໄດ້ຮັບຊົມການສະແດງມວຍໄທ. ນ້ອງມັກລາຍການນີ້ຫຼາຍ ເພາະວ່າການສະແດງມວຍຄັກຫຼາຍ. ນ້ອງກໍມີຄວາມເຂົ້າໃຈກ່ຽວກັບວັດທະນະທຳ ໄທ ແລະ ຮູ້ສຶກໃກ້ຊິດກັບ ຫວຽດນາມ ຫຼາຍກວ່າ. ຖ້າຫາກວ່າມີໂອກາດ ນ້ອງຈະໄດ້ໄປທ່ອງທ່ຽວ ໄທ”.

ດ້ວຍຄວາມປາດຖະໜາແຜ່ກະຈາຍຢ່າງກວ້າງຂວາງເພື່ອໃຫ້ປະຊາຊົນ ຫວຽດນາມ ມີຄວາມເຂົ້າໃຈກ່ຽວກັບວັດທະນະທຳ, ອາຫານການກິນ, ງານບຸນທີ່ເປັນມູນເຊື້ອຂອງ ໄທ, ບັນດາກິດຈະກຳທີ່ໄດ້ຮັບການຄັດເລືອກມາສະແດງໃນຂອບເຂດຂອງລາຍການນີ້ ໄດ້ສະແດງໃຫ້ເຫັນຈຸດທີ່ເປັນເອກະລັກສະເພາະຂອງແຕ່ລະເຂດພາກ. ໄປຄຽງຄູ່ກັນນັ້ນ, ຟິມຮູບເງົາກໍແມ່ນໜຶ່ງໃນບັນດາເນື້ອໃນ ເຊິ່ງຄະນະຈັດຕັ້ງໄດ້ຄັດເລືອກເພື່ອຊ່ວຍໃຫ້ມະຫາຊົນ ຫວຽດນາມ ມີມູມມອງອັນຫຼາກຫຼາຍກວ່າກ່ຽວກັບຊີວິດສັງຄົມຂອງ ໄທ. ໜັງ ໄທ ທີ່ມີຊື່ວ່າ “ຫຼານມ່າ” ໄດ້ສາຍຟຼີມື້ໜຶ່ງຢູ່ ນະຄອນຫຼວງ ຮ່າໂນ້ຍ ນັ້ນ ໄດ້ດຶງດູດເພື່ອນໜຸ່ມ ມາຊົມເປັນຈຳນວນຫຼາຍ. ທ່ານນາງ ເອີບລາບ ສີພິລົມ, ຜູ້ຕາງໜ້າກົມໃຫຍ່ທ່ອງທ່ຽວ ໄທ ໃຫ້ຮູ້ວ່າ:

“ຫວຽດນາມ ແມ່ນປະເທດບ້ານໃກ້ເຮືອນຄຽງແມ່ນຕະຫຼາດທ່ອງທ່ຽວທີ່ສຳຄັນ ແລະ ມີຄຸນນະພາບຂອງ ໄທ. ພວກຂ້າພະເຈົ້າຢາກແນະນຳ “ສິ່ງທີ່ຄວນເຮັດເມື່ອໄປ ໄທ” ເຊິ່ງແຂທ່ອງທ່ຽວ ຫວຽດນາມ ບໍ່ຄວນພາດນັ້ນແມ່ນ: ໄປທົດລອງ, ໄປທ່ຽວ, ໄປຊິມ, ໄປຊົມ, ໄປຊອັບປີ້ງ. ຈຸດເວລານີ້ຢູ່ ໄທ ແລະ ຫວຽດນາມ ລ້ວນແລ້ວແຕ່ຖືກຜົນກະທົບຈາກພາຍຸ. ເລື່ອງທີ່ພວກຂ້າພະເຈົ້າຈັດງານບຸນນີ້ ກໍເພື່ອຢາກຊ່ວຍເຫຼືອຜູ້ປະສົບເຄາະຮ້າຍສະແດງນ້ຳໃຈອຸ້ຊູຊ່ວຍເຫຼືອເຊິ່ງກັນ ແລະ ກັນລະຫວ່າງສອງປະເທດ ອັນເປັນມູນເຊື້ອຂອງສາຍພົວພັນມີມາແຕ່ດົນນານລະຫວ່າງ ຫວຽດນາມ ກັບ ໄທ ຜ່ານການເຄື່ອນໄຫວທ່ອງທ່ຽວ”.

ຜ່ານເຫດການວັດທະນະທຳ “Amazing Thailand: Your Stories Never End – ໄທ ຍິ່ງເຂົ້າໃຈຍິ່ງຮັກ”, ສະຖານທູດ ໄທ ປະຈຳ ຫວຽດນາມ ໄດ້ຮຽກຮ້ອງໃຫ້ປະຊາຄົມຊາວ ໄທ, ວິສາຫະກິດ ໄທ ທີ່ພວມດຳເນີນທຸລະກິດຢູ່ ຫວຽດນາມ ຮ່ວມແຮງຮ່ວມໃຈອຸປະຖຳເຄື່ອງຊ່ວຍເຫຼືອຈຳນວນ 300 ຖົງໃຫ້ແກ່ຜູ້ຖືກຜົນກະທົບຈາກພາຍຸ Yagi. ທ່ານນາງ Urawadee Sriphiromya, ເອກອັກຄະລັດຖະທູດຜູ້ມີອຳນາດເຕັມແຫ່ງ ລາຊະອານາຈັກ ໄທ ປະຈຳ ຫວຽດນາມ, ໃຫ້ຮູ້ວ່າ ຈຳນວນເງິນທັງໝົດທີ່ໄດ້ຈາກການແຜ່ບໍລິຈາກ ຈະໄດ້ນຳໃຊ້ເພື່ອຊ່ວຍເຫຼືອຜູ້ປະສົບເຄາະຮ້າຍຈາກພາຍຸ Yagi ຢູ່ ຫວຽດນາມ./.

(ແຫຼ່ງຄັດຈາກ VOV)

ຫວຽດ​ນາມ ສະ​ແດງ​ຄວາມ​ຊົມ​ເຊີຍ​ຕໍ່​ບັນ​ດາ​ກຸ່ມ​ບໍ​ລິ​ສັດ​ໃຫຍ່, ມີ​ຄວາມ​ສາ​ມາດ​ດ້ານ​ເຕັກ​ໂນ​ໂລ​ໂຢຂອງ​ອິນ​ເດຍ ເພີ່ມ​ທະ​ວີ​ການ​ຮ່ວມ​ມື​, ລົງ​ທຶນ

ຫວຽດ​ນາມ ສະ​ແດງ​ຄວາມ​ຊົມ​ເຊີຍ​ຕໍ່​ບັນ​ດາ​ກຸ່ມ​ບໍ​ລິ​ສັດ​ໃຫຍ່, ມີ​ຄວາມ​ສາ​ມາດ​ດ້ານ​ເຕັກ​ໂນ​ໂລ​ໂຢຂອງ​ອິນ​ເດຍ ເພີ່ມ​ທະ​ວີ​ການ​ຮ່ວມ​ມື​, ລົງ​ທຶນ

ທີ່​ການ​ຕ້ອນ​ຮັບ ທ່ານ Grandhi Mallikarjuna Rao ປະ​ທານ​ກຸ່ມ​ບໍ​ລິ​ສັດ GMR ແລະ ການ​ນຳ​ຂັ້ນ​ສູງ​ຈຳ​ນວນ​ນຶ່ງ​ຂອງ​ກຸ່ມ​ບໍ​ລິ​ສັດ, ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ເລ​ມິງ​ຮຶງ​ສະ​ແດງ​ຄວາມ​ຊົມ​ເຊີຍ​ຕໍ່ ເລື່ອງ ເພີ່​ມ​ທະ​ວີ​ການ​ເຊື່ອມ​ຕໍ່, ຊອກ​ຫາ​ໂອ​ກາດ​ຮ່ວມ​ມື​ກັບ​ບັນ​ດາ​ຄູ່​ຮ່ວມ​ມື ຫວຽດ​ນາມ

Top