• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

Ahmed al – Sharaa ໄດ້​ຮັບ​ການ​ບົ່ງ​ຕົວ​ເປັນ​ປະ​ທາ​ນາ​ທິ​ບໍ​ດີ​ຊົ່ວ​ຄາວ​ຂອງ ຊີ​ຣີ

ທ່ານ al – Sharaa ຈະເປັນປະທານາທິບໍດີຊົ່ວຄາວຂອງ ຊີຣີ ແລະ ຕາງໜ້າໃຫ້ແກ່ ຊີຣີ ໃນບັນດາເວທີປາໄສສາກົນ.
  ທ່ານ Ahmed al – Sharaa (ພາບ: AP)  

ວັນທີ 29 ມັງກອນ, ການນຳປັດຈຸບັນຂອງ ຊີຣີ, ທ່ານ Ahmed al – Sharaa ໄດ້ຮັບການແຕ່ງຕັ້ງເປັນປະທານາທິບໍດີຂອງປະເທດນີ້ໃນໄລຍະລັດຖະບານຊົ່ວຄາວ ແລະ ທຸກພັກຝ່າຍການທະຫານຢູ່ ຊີຣີ ລ້ວນແຕ່ຖືກຫຍຸບເລີກ. ຕາມທ່ານ Hassan  Abdel Ghani ໂຄສົກອຳນາດການປົກຄອງການທະຫານ ຊີຣີ ແລ້ວ, ທ່ານ al – Sharaa  ຈະເປັນປະທານາທິບໍດີຊົ່ວຄາວຂອງປະເທດນີ້ ແລະ ຕາງໜ້າໃຫ້ແກ່ ຊີຣີ ໃນບັນດາເວທີປາໄສສາກົນ.

ທ່ານ Hassan Abdel Ghani ກໍແຈ້ງໃຫ້ຊາບວ່າ ຈະຫຍຸບເລິກບັນດາພັກຝ່າຍການທະຫານ ແລະ ບັນດາອົງການຈັດຕັ້ງການເມືອງທັງໝົດໃນທັນທີ ເພື່ອໂຮມເຂົ້າບັນດາອົງການຈັດຕັ້ງລັດ.  

(ແຫຼ່ງຄັດຈາກ VOV)

ຜູ້​ມີ​ສິດ​ເລືອກ​ຕັ້ງ​ກວ່າ 93% ໄປ​ປ່ອນ​ບັດ​ເລືອກ​ຕັ້ງ​ສະ​ມາ​ຊິກ​ສະ​ພາ​ແຫ່ງ​ຊາດ ແລະ ສະ​ພາ​ປະ​ຊາ​ຊົນ​ທຸກ​ຂັ້ນ

ຜູ້​ມີ​ສິດ​ເລືອກ​ຕັ້ງ​ກວ່າ 93% ໄປ​ປ່ອນ​ບັດ​ເລືອກ​ຕັ້ງ​ສະ​ມາ​ຊິກ​ສະ​ພາ​ແຫ່ງ​ຊາດ ແລະ ສະ​ພາ​ປະ​ຊາ​ຊົນ​ທຸກ​ຂັ້ນ

ຕາມຂໍ້ກຳນົດແລ້ວ, ການເລືອກຕັ້ງສະມາຊິກສະພາແຫ່ງຊາດຊຸດທີ XVI ແລະ ສະມາຊິກສະພາປະຊາຊົນທຸກຂັ້ນອາຍຸການ 2026 – 2031 ສິ້ນສຸດລົງໃນຕອນເວລາ 19 ໂມງຂອງວັນທີ 15 ມີນາ ຍົກເວັ້ນກໍລະນີແກ່ຍາວເວລາຕາມຂໍ້ກຳນົດແຕ່ບໍ່ເກີນ 21 ໂມງ.

Top