• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

AFF Award 2019: ທິມຊາດບານເຕະເພດຊາຍຫວຽດນາມຍາດໄດ້ລາງວັນທິມຊາດດີເດັ່ນຂອງອາຊີຕາເວັນອອກສ່ຽງໃຕ້

ທີ່ເຫດການມອບລາງວັນດີເດັ່ນໃນປີສຳລັບປະເພດກິລາບານເຕະອາຊີຕາເວັນອອກສ່ຽງໃຕ້ ຊື່ງຈັດຂຶ້ນໃນຕອນຄ່ຳວັນທີ 8 ພະຈິກ ຢູ່ ຮ່າໂນ້ຍ, ນັກເຕະບານ ຫງວຽນກວາງຫາຍ ຂອງຫວຽດນາມ ຍາດໄດ້ລາງວັນນັກເຕະບານດີເດັ່ນຂອງອາຊີຕາເວັນອອກສ່ຽງໃຕ້ໃນປີ. 


ທິມຊາດບານເຕະ ຫວຽດນາມ

(ພາບປະກອບ:AFF)


ດ້ວຍລາງວັນນີ້ ກວາງຫາຍ ໄດ້ກາຍເປັນນັກເຕະບານຂອງຫວຽດນາມ ຄົນທຳອິດ ໄດ້ຮັບການເຊີດຊູຢູ່ເຫດການສຳຄັນນີ້. ນອກນັ້ນ ທິມຊາດຫວຽດນາມ, ຄູເຝິກ Park Hang Seo ກໍ່ໄດ້ຮັບລາງວັນ “ທິມຊາດບານເຕະເພດຊາຍດີເດັ່ນ” ແລະ “ຄູເຝິກທິມຊາດດີເດັ່ນຂອງອາຊີຕາເວັນອອກສ່ຽງໃຕ້ປີ 2019”. ນີ້ແມ່ນບັນດາລາງວັນໂດຍ ສະຫະພັນບານເຕະອາຊີຕາເວັນອອກສ່ຽງໃຕ້ (AFF) ສົມທົມກັບສະຫະພັນບານເຕະຫວຽດນາມ ຈັດຕັ້ງ. ກ່າວຄຳເຫັນນະພິທີມອບລາງວັນ, ທ່ານ Park Hang Seo ຖືວ່າ: ດ້ວຍຄວາມຮັກ,ຄວາມມານະພະຍາຍາມຂອງຊາວຫວຽດນາມ ນັ້ນແມ່ນແຫລ່ງລະດົມກຳລັງໃຈ, ກຳລັງຫນູນເພື່ອໃຫ້ທິມຊາດຫວຽດນາມ ຍາດໄດ້ລາງວັນອັນສູງສົ່ງໃນວັນນີ້.
(ແຫຼ່ງຄັດຈາກ VOV)

ທ່ານ​ເຈິ່ນ​ເກິ້ມ​ຕູ ຜູ້​ປະ​ຈຳ​ການ​ຄະ​ນະ​ເລ​ຂາ​ທິ​ການ​ໃຫ້​ການ​ຕ້ອນ​ຮັບ​ຄະ​ນະ​ພະ​ນັກ​ງານ​ຂັ້ນ​ສູງ ພັກ​ປະ​ຊາ​ຊົນ​ປະ​ຕິ​ວັດ ລາວ

ທ່ານ​ເຈິ່ນ​ເກິ້ມ​ຕູ ຜູ້​ປະ​ຈຳ​ການ​ຄະ​ນະ​ເລ​ຂາ​ທິ​ການ​ໃຫ້​ການ​ຕ້ອນ​ຮັບ​ຄະ​ນະ​ພະ​ນັກ​ງານ​ຂັ້ນ​ສູງ ພັກ​ປະ​ຊາ​ຊົນ​ປະ​ຕິ​ວັດ ລາວ

ທ່ານ ຄຳພັນ ບຸນພາຄົມ ຮອງ​ລັດ​ຖະ​ມົນ​ຕີ​ກະ​ຊວງ​ຍຸ​ຕິ​ທຳ​ລາວ ຢັ້ງ​ຢືນ​ຈະ​ໝູນ​ໃຊ້, ເສີມ​ຂະ​ຫຍາຍ​ບັນ​ດາ​ຄວາມ​ຮູ້, ບົ​ດ​ຮຽນ​ທີ່​ຖອດ​ຖອນ​ໄດ້​ຈາກ​ໂຄງ​ການ​ເຂົ້າໃນ​ວຽກ​ງານ​ຕົນ​ຈິງ, ປະ​ກອບ​ສ່ວນ​ຢ່າງແທດ​ຈິງ​ເຂົ້າ​ການ​ສືບ​ຕໍ່​ຮັກ​ສາ ແລະ ເພີ່ມ​ພູນ​ຄູນ​ສ້າງ​ການ​ພົວ​ພັນ​ແບບ​ພິ​ເສດ ລະ​ຫວ່າງ​ສອງ​ພັກ, ສອ​ງ​ລັດ ລາວ ແລະ ຫວຽດ​ນາມ.

Top