• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ADB ຮັກສາການຄາດຄະເນທີ່ຕັ້ງໜ້າຕໍ່ກັບແງ່ຫວັງເສດຖະກິດ ຫວຽດນາມ

ກຳລັງໜູນເຕີບໂຕປີ 2026 ມາຈາກການຊຸກຍູ້ການເຄື່ອນໄຫວລົງທຶນສາທາລະນະ ແລະ ປະຕິບັດນະໂຍບາຍເງິນຕາຜ່ອນຜັນ.
  (​ພາບ​ປະ​ກອບ: TTXVN)  

ຄາດ​ຄະ​ເນວ່າ GDP ຫວຽດ​ນາມ ​​ຈະເພີ່ມ​ຂຶ້ນ 7,2% ໃນ​ປີ 2026 ແລະ 7% ໃນ​ປີ 2027, ໃນ​ສະ​ພາບ​ຄວາມ​ສ່ຽງ​ພາຍນອກ ແລະ ຄວາມ​ຂາດ​ສະ​ຖຽ​ນ​ລະ​ພາບ​ທົ່ວ​ໂລກ​ເພີ່ມ​ຂ​ຶ້​ນ. ຂໍ້​ມູນ​ດັ່ງ​ກ່າວ​ໂດຍ​ຜູ້​ຕາງ​ໜ້າ​ທະ​ນາ​ຄານ​ພັດ​ທະ​ນາ​ອາ​ຊີ (ADB) ຍົກ​ອອກ​ມາ ທີ່​ການ​ປະ​ຊຸມ​ຖະ​ແຫຼງ​ຂ່າວ​​ປະ​ກາດ​ບົດ​ລາຍ​ງານແງ່​ຫວັງ​ການ​ພັດ​ທະ​ນາ ອາ​ຊີ ໄຕ​ມາດ​ທີ 1 ປີ 2026.

ຕາມ ADB ແລ້ວ, ການ​ເຄື່ອນ​ໄຫວສົ່ງ​ອອກ​ຢ່າງ​ແຮງ ກ່ອນ​ທີ່ ອາ​ເມ​ລິ​ກາ ​ຈະດັດ​ປັບ​ອັດ​ຕາ​ພາ​ສີ​ສົມ​ທົບ, ​ເລື່ອງນະ​ໂຍ​ບາຍ​ໜູນ​ຊ່ວຍ ແລະ ການ​ລົງ​ທຶນ​ໄດ​້​ຮັບ​ການ​ຮັກ​ສາ​ເປັນ​ປົກ​ກ​ະ​ຕິ ໄດ້​ຊ່ວຍ​ໃຫ້​ເສດ​ຖະ​ກິດ ຫວຽດ​ນມາມ ເຕີບ​ໂຕ​ຢ່າງໝັ້ນ​ແກ່ນ​ໃນ​ປີ​ຜ່ານ​ມາ. ເຖິງ​ຢ່າງ​ໃດ​ກໍ່​ຕາມ, ບັນ​ດາ​ມາດ​ຕະ​ການ​ດ້ານ​ການ​ຄ້າ​ຂອງ ອາ​ເມ​ລິ​ກາ ​ທີ່ພວມ​ມີ​ການ​ປ່ຽນ​ແປງ, ການ​ປ​ະ​ທະ​ກັນ​ຢູ່ ຕາ​ເວັນ​ອອກ​ກາງ ແລະ ບັນ​ດາ​ຄວາມ​ຂາດ​ສະ​ຖຽ​ນ​ລະ​ພາບ​ທົ່ວ​ໂລກ​ຢູ່​ຂອບ​ເຂດ​ທີ່​ເລິກ, ກວ້າງ​ຂວາງນັ້ນ ອາ​ດ​ຈະ​ຈຳ​ກັດ​ການ​ສົ່ງ​ອອກ ແລະ ​ກະ​ແສ​ເງິນ​ລົງ​ທຶນ, ເຮັດ​ໃຫ້​ເພີ່ມ​ຄວາມ​ກົດ​ດັນ​ຕໍ່​ແງ່​ຫວັງ​ການ​ເຕີບ​ໂຕ​ໃນ​ປີນີ້.

ແລະ​ກໍ່​ຢູ່​ທີ່ນີ້, ທ່ານ ຫງວຽນ​ບາ​ຮຸ່ງ, ຫົວ​ໜ້າ​ນັກ​ຊ່າວ​ຊານ​ເສດ​ຖະ​ກິດ ADB ປະ​ຈຳ ຫວຽດ​ນາມ, ໃຫ້​ຮູ້​ວ່າ ກຳ​ລັງ​ໜູນ​ເຕີບ​ໂຕ​ປີ 2026 ມາ​ຈາກ​ການ​ຊຸກ​ຍູ້​ການ​ເຄື່ອນ​ໄຫວ​ລົງ​ທຶນ​ສາ​ທາ​ລະ​ນະ ແລະ ປະ​ຕິ​ບັດນະ​ໂຍ​ບາຍ​ເງິນ​ຕາ​ຜ່​ອນ​ຜັນ. ຄາດ​ວ່າ, ​ເງິນ​ເຟີ້​ຈະ​ເພີ່ມ​ຂຶ້​ນ 4,0% ໃນ​ປີ 2026 ຫຼັງ​ຈາກນັ້ນ​ຫຼຸດ​ລົງ 3,8% ໃນ​ປີ 2027.

(ແຫຼ່ງຄັດຈາກ VOV)

ມີ​ປະ​ຊາ​ຊົນ​​ກວ່າ 1,2 ລ້ານ​ຄົນ ຢູ່ ລີ​ບັງ ຈະ​ປະ​ເຊີນ​ໜ້າ​ກັບໄພ​ອຶດ​ຫິວ​ຢ່າງ​ຮ້າຍ​ແຮງ​ຍ້ອນ​ການ​ປະ​ທະ​ກັນ

ມີ​ປະ​ຊາ​ຊົນ​​ກວ່າ 1,2 ລ້ານ​ຄົນ ຢູ່ ລີ​ບັງ ຈະ​ປະ​ເຊີນ​ໜ້າ​ກັບໄພ​ອຶດ​ຫິວ​ຢ່າງ​ຮ້າຍ​ແຮງ​ຍ້ອນ​ການ​ປະ​ທະ​ກັນ

ໃນ​ບົດ​ລາຍ​ງານ​ໂດຍ ສ​ປ​ຊ ໜູນຫຼັງ ເມື່ອວັນ​ທີ 29 ເມ​ສາ ໃຫ້​ຮູ້​ວ່າ, ມີ​ປະ​ຊາ​ຊົນ​ກວ່າ 1,2 ລ້ານ​ຄົນ​ຢູ່ ລີ​ບັງ ຄາດ​ວ່າ​ຕ້ອງ​ປະ​ເຊີນ​ໜ້າ​ກັບ​ສະ​ພາບ​ຂາດ​ຄວາມ​ໝັ້ນ​ຄົງ​ດ້ານ​ສະ​ບຽງ​ອາ​ຫານ​ຢູ່​ລະ​ດັບ​ວິ​ກິດ​ການ, ໃນ​ໄລ​ຍະ​ເວ​ລາ​ແຕ່​ເດືອນ ເມ​ສາ ຫາ​ເດືອນ ສິງ​ຫາ ປີ 2026.

Top