• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

8 ແຂວງ ຕາ​ເວັນ​ຕົກ​ສ່ຽງ​ເໜືອ ຫວຽດ​ນາມ ເຂົ້າ​ຮ່ວມ​ງານ​ມະ​ໂຫລານ​ໝູ່​ບ້ານ​ທ່ອງ​ທ່ຽວ​ຊຸມ​ຊົນ

ງານມະໂຫລານ ແມ່ນໂອກາດເພື່ອແນະນຳບັນດາໝູ່ບ້ານທ່ອງທ່ຽວຊຸມຊົນດີເດັ່ນໃນເຂດ ເພື່ອດຶງດູດແຂກທ່ອງທ່ຽວທັງຢູ່ພາຍໃນ ແລະ ຕ່າງປະເທດ; ເຊີດຊູບັນດາຄຸນຄ່າວັດທະນະທຳປະເພນີທີ່ເອກະລັກສະເພາະ.
ພິທີໄຂງານມະໂຫລານໝູ່ບ້ານທ່ອງທ່ຽວຊຸມຊົນ ບັນດາແຂວງທິດຕາເວັນຕົກສ່ຽງເໜືອ ເປີດກວ້າງປີ 2023 (ພາບ:nhandan.vn)

ຕອນຄ່ຳວັນທີ 17 ພະຈິກ, ຢູ່ຕາແສງ ຈ່ຽງເຈົາ, ເມືອງ ມາຍເຈົາ (ຮວ່າບິ່ງ), ພິທີໄຂງານມະໂຫລານໝູ່ບ້ານທ່ອງທ່ຽວຊຸມຊົນ ບັນດາແຂວງທິດຕາເວັນຕົກສ່ຽງເໜືອ ເປີດກວ້າງປີ 2023, ດ້ວຍການເຂົ້າຮ່ວມຂອງ 8 ແຂວງຄື: ຮວ່າບິ່ງ, ຝູເທາະ, ເຊີນລາ, ດ້ຽນບຽນ, ລາຍເຈົາ, ຮ່າຢາງ, ລ່າວກາວ ແລະ ອຽນບ໊າຍ. ງານມະໂຫລານດັ່ງກ່າວ ມີຮ້ານວາງສະແດງ 22 ຮ້ານຂອງທ້ອງຖິ່ນຕ່າງໆ ມາວາງສະແດງ, ແນະນຳວັດທະນະທຳ, ການທ່ອງທ່ຽວ, ຜະລິດຕະກັນກະເສດທີ່ເປັນເອກະລັກຂອງທ້ອງຖິ່ນຕົນ. ໃນຂອບເຂດຂອງງເຫດການ, ຍັງມີກິດຈະກຳຕ່າງໆຄື: ງານວາງສະແດງພາບຖ່າຍ, ກອງປະຊຸມສົ່ງເສີມການທ່ອງທ່ຽວແຂວງ ຮວ່າບິ່ງ ປີ 2023, ການແຂ່ງຂັນອາຫານການກິນການທ່ອງທ່ຽວຊຸມຊົນ ບັນດາແຂວງ ຕາເວັນຕົກສ່ຽງເໜືອເປີດກວ້າງ.

ກ່າວຄຳເຫັນນະທີ່ນີ້, ທ່ານຮອງປະທານຄະນະກຳມະການປະຊາຊົນແຂວງ ຮວ່າບິ່ງ ຫງວຽນວັນຕວ່ານ ເນັ້ນໜັກວ່າ ງານມະໂຫລານ ແມ່ນໂອກາດເພື່ອແນະນຳບັນດາໝູ່ບ້ານທ່ອງທ່ຽວຊຸມຊົນດີເດັ່ນໃນເຂດ ເພື່ອດຶງດູດແຂກທ່ອງທ່ຽວທັງຢູ່ພາຍໃນ ແລະ ຕ່າງປະເທດ; ເຊີດຊູບັນດາຄຸນຄ່າວັດທະນະທຳປະເພນີທີ່ເອກະລັກສະເພາະ.

ງານມະໂຫລານໝູ່ບ້ານທ່ອງທ່ຽວຊຸມຊົນບັນດາແຂວງທິດຕາເວັນຕົກສ່ຽງເໜືອເປີດກວ້າງປີ 2023 ຈະດຳເນີນຮອດວັນທີ 19 ພະຈິກ ຈຶ່ງອັດລົງ.

(ແຫຼ່ງຄັດຈາກ VOV)

ນາຍ​ທະ​ຫານ​ໜຸ່ມກອງ​ທັບ​ສາມ​ປະ​ເທດ ຫວຽດ​ນາມ - ລາວ - ກຳ​ປູ​ເຈຍ: ​ເຕັມ​ໄປ​ດ້ວຍ​ນ້ຳ​ໃຈ​ມິດ​ຕະ​ພາບ - ກ້າວ​ເດີນ​ຢ່າງ​ໝັ້ນ​ແກ່ນ​ໃນ​ອະ​ນາ​ຄົດ

ນາຍ​ທະ​ຫານ​ໜຸ່ມກອງ​ທັບ​ສາມ​ປະ​ເທດ ຫວຽດ​ນາມ - ລາວ - ກຳ​ປູ​ເຈຍ: ​ເຕັມ​ໄປ​ດ້ວຍ​ນ້ຳ​ໃຈ​ມິດ​ຕະ​ພາບ - ກ້າວ​ເດີນ​ຢ່າງ​ໝັ້ນ​ແກ່ນ​ໃນ​ອະ​ນາ​ຄົດ

ຕອນ​ບ່າຍ​ວັນ​ທີ 29 ພຶດ​ສະ​ພາ, ຢູ່​ນະ​ຄອນ ດ່າ​ໜັງ, ຄະ​ນະ​ຊາວ​ໜຸ່ມກອງ​ທັບ, ກົມ​ໃຫຍ່​ການ​ເມືອງກອງ​ທັບ​ປະ​ຊາ​ຊົນ ຫວຽດ​ນາມ ໄດ້​ຈັດ​ລາຍ​ງານ​ພົບ​ປະ​ແລກ​ປ່ຽນ​ນາຍ​ທະ​ຫານ​ໜຸ່ມ ກອງ​ທັບ​ສາມ​ປະ​ເທດ ຫວຽດ​ນາມ - ລາວ - ກຳ​ປູ​ເຈຍ.

Top