ຕອນບ່າຍວັນທີ 27 ພຶດສະພາ, ລາຍການເຊີດຊູ “TOP ອຸດສາຫະກຳ 4.0 ຫວຽດນາມ - 4.0 Awards” ຄັ້ງທີ 4 ປີ 2023, ຈັດຂຶ້ນຢູ່ຮ່າໂນ້ຍ, ພາຍໃຕ້ການເປັນປະທານຂອງສະຫະພັນບັນດາສະມາຄົມວິທະຍາສາດ ແລະ ເຕັກນິກ ຫວຽດນາມ, ສົມທົບກັບສະຖາບັນປະດິດຄິດສ້າງ ແລະ ຫັນປ່ຽນດີຈີຕອນ, ບັນດາຫົວໜ່ວຍທີ່ກ່ຽວຂ້ອງປະຕິບັດ.
ໂຄງການເຊີດຊູ TOP ອຸດສາຫະກຳ 4.0 ຫວຽດນາມ ປີ 2023 ໄດ້ຈັດຂຶ້ນເພື່ອແນໃສ່ຕີລາຄາປະສິດທິຜົນແຫ່ງການປະຕິບັດການຫັນເປັນດີຈີຕອນ, ປ່ຽນແປງໃໝ່ປະດິດຄິດສ້າງໃນບັນດາອົງການ, ວິສາຫະກິດ, ຊຸກຍູ້ການຫັນປ່ຽນດີຈີຕອນ ໃຫ້ແກ່ບັນດາທ້ອງຖິ່ນ, ວິສາຫະກິດ. ພ້ອມທັງ, ຊຸກຍູ້ການໝູນໃຊ້ເຕັກໂນໂລຊີຂໍ້ມູນຂ່າວສານ, ເຕັກໂນໂລຊີດີຈີຕອນ, ການຫັນປ່ຽນດີຈີຕອນ, ປ່ຽນໃໝ່ປະດິດຄິດສ້າງ.